ຂົວເມືອງໂຂງຄືບໜ້າ ໄປເກືອບເຄິ່ງແລ້ວ

ເຈົ້າໜ້າທີ່ ແຂວງ ຈຳປາສັກ ເວົ້າວ່າ ໂຄງການກໍ່ສ້າງ ຂົວ ຂ້າມນໍ້າຂອງ ທີ່ ເມືອງໂຂງ ແຂວງ ຈຳປາສັກ ສໍາເຣັດໄປໄດ້ 40% ແລ້ວ.

0:00 / 0:00

ເຈົ້າຫນ້າທີ່ ແຂວງຈຳປາສັກ ທ່ານນື່ງ ເວົ້າໃນວັນທີ 17 ມົກຣານີ້ວ່າ ໂຄງການ ສ້າງຂົວ ຂ້າມນ້ຳຂອງ ທີີ່ເມືອງໂຂງ ແຂວງ ຈຳປາສັກ ຈາກບ້ານຫາດ ຫາ ບ້ານຫ້ວຍ ເພື່ອຂ້າມໄປຫາ ດອນໂຂງ ມີຄວາມຄືບຫນ້າ ໄປໄດ້ 40 ສ່ວນຮ້ອຍ. ຫລັງຈາກ ເລີ້ມສ້າງ ມາແຕ່ປີ 2012. ດັ່ງທ່ານກ່າວ ໃນຕອນນື່ງວ່າ:

"ເພີ່ນສ້າງຢູ່ ດຽວນີ້ແຫລະ ເຮັດແລ້ວເດ ເຮັດແຕ່ປີກາຍ ນື່ງປີຜ່ານມາແລ້ວ ໄດ້ປະມານຢູ່ ສາມ-ສີ່ສິບ ເປີເຊນ ສັນຍາ 3 ປີ ຍັງອີກປະມານ ປີປາຍນີ້ແຫລະ ສຳເຣັດ".

ທ່ານກ່າວ ຕໍ່ໄປວ່າ ຂົວແຫ່ງນີ້ ມີຄວາມຍາວ ປະມານ 500 - 600 ແມັດ ກວ້າງ ປະມານ 9 ແມັດ ເປັນຂົວຊີເມນ ເຊື່ອມຕໍ່ ຣະຫວ່່າງ ເສັ້ນທາງ ເລກທີ 13 ໄປຫາດອນໂຂງ. ແຮງງານ ໃນການສ້າງຂົວ ສ່ວນໃຫຍ່ມາຈາກ ແຂວງຈຳປາສັກ ແລະ ແຂວງ ໃກ້ຄຽງ ຍັງມີ ແຮງງານຈີນ ຈຳນວນນຶ່ງ ເຂົ້າມາ ເຮັດວຽກນຳ.

ມູນຄ່າ ການກໍ່ສ້າງຂົວ ປະມານ 30 ລ້ານ ໂດລາ ສະຫະຣັດ ຊຶ່ງ ທາງການລາວ ໄດ້ກູ້ເງິນ ດອກເບັ້ຽຕໍ່າ ຈາກ ທະນາຄານ ຈີນ ຈະໃຊ້ເວລາ ຫລາຍປີ ໃນການ ຊຳຣະຫນີ້ ເປັນແຜນການ ຍຸທສາດ ໃນການພັທນາ ເສຖກິດ ໃນເຂດພາກໃຕ້ ຂອງລາວ ຂົວນີ້ ຈະໃຊ້ ໃນການ ຂົນສົ່ງ ສິນຄ້າ ທາງຣົຖ ຈາກແຂວງ ຈຳປາສັກ ຫາດອນໂຂງ ແທນທີ່ຈະເປັນ ທາງເຮືອ ຄືແຕ່ກອ່ນ ນອກຈາກນັ້ນ ກໍເພື່ອສົ່ງເສີມ ການທ່ອງທ່ຽວ ໃນແຂວງ ຊື່ງປັດຈຸບັນ ກໍມີນັກ ທ່ອງທ່ຽວ ຕ່າງປະເທດ ເຂົ້າໄປທ່ຽວ ໃນເຂດ ເມືອງໂຂງ ຫລາຍຂື້ນ ແຕ່ສ່ວນໃຫຍ່ ຍັງໃຊ້ເຮືອບັກ ໃນການຂ້າມ ໄປດອນໂຂງ ຊຶ່ງກິນເວລາ ໃນການຂ້າມ ໄປ-ມາ ໃນຍາມ ຣະດູຝົນ ເພາະນໍ້າ ໄຫລແຮງ ແລະ ໃນຍາມແລ້ງ ນໍ້າກໍແຫ້ງ ເກີນໄປ.