ທະນາບັດປອມ ແຈກຈ່າຍໃນວຽງຈັນ

ທະນາຄານ ແຫ່ງຊາດລາວ ເຕືອນ ກ່ຽວກັບ ການຣະບາດ ຂອງເງິນປອມ ໃນ ນະຄອນຫລວງ ວຽງຈັນ.

ທະນາບັດນື່ງແສນກີບທີ່ພີມອອກໃນວາຣະການສລອງ450ປີຂອງ ນະຄອນຫລວງວຽງຈັນ LPDR national bank

ປັຈຈຸບັນ ທະນາຄານ ແຫ່ງ ສປປລາວ ໄດ້ອອກແຈ້ງເຕືອນ ໃຫ້ປະຊາຊົນ ທົ່ວໄປ ລະວັງ ການນໍາເອົາເງິນປອມ ມາໃຊ້ ໃນເຂດນະຄອນຫລວງວຽງຈັນ, ຊຶ່ງສ່ວນໃຫຍ່ແລ້ວ ເງິນປອມດັ່ງກ່າວ ຈະເປັນເງິນ ໃບ 50 ພັນ, 20 ພັນ ແລະ 10 ພັນກີບ, ດັ່ງເຈົ້າໜ້າທີ່ ທະນາຄານ ທ່ານນຶ່ງ ເວົ້າວ່າ:

“ສ່ວນຫລາຍ ມັນເປັນ ໂຄກປີ໋ ເປັນໂກປີ໋ ແຈກທັມມະດານີ໋ ເປັນເງິນກີບ ເງິນປອມ ໃບ 50,000 ກີບ, ໃບ 10,000 ກີບເນາະ ເຮົາກໍໄດ້ເກັບໄວ້ແລ້ວ ກໍແນະນໍາະເຈົ້າ ໃຫ້ຕິດຕາມຊ່ອຍ ມັນມາຈາກໃສ ຂະເຈົ້າ ກໍບໍ່ຮູ້ວ່າ ເງິນແທ້ ເພາະມັນ ປົນມານໍາ ສົມມຸດ ເປັນນໍາແນບ 100 ໃບ ຂະເຈົ້າ ກໍບໍ່ຮູ້.”

ທະນາຄານ ແຫ່ງ ສປປລາວ ໄດ້ແຈ້ງການ ເຖິງບັນດາ ພະນັກງານ, ທະຫານ, ຕໍາຣວດ, ນັກທຸຣະກິຈ ແລະ ແມ່ຄ້າຊາວຂາຍ ຮວມເຖິງ ຊາວຕ່າງຊາດ ໃນ ສປປລາວ, ໂດຍສະເພາະ ,ໃນເຂດນະຄອນຫລວງວຽງຈັນ ໃຫ້ລະມັດລະວັງ ການໃຊ້ຈ່າຍເງິນ ໃນຂະນະ ທີ່ມີງິນປອມ ລະບາດ ຢູ່ນີ້. ນອກຈາກເງິນກີບແລ້ວ, ເຈົ້າໜ້າທີ່ ຍັງໄດ້ເຕືອນເງິນປອມ ໃນສະກຸນເງິນຕຣາ ຕ່າງປະເທດອີກດ້ວຍ.

ທັງນີ້ ເຈົ້າໜ້າທີ່  ໄດ້ແນະນໍາ ວິທີສັງເກດ ເງິນປອມ ວ່າ ໃຫ້ຈັບບາຍ ຈົນຄຸ້ນເຄີຍ ກັບລັກສະນະ ຂອງເງິນແທ້ ແລ້ວເວລາ ຈັບເງິນປອມ ຈະຮູ້ສຶກ ໄດ້ວ່າ ມີຄວາມແຕກຕ່າງ, ຊຶ່ງເງິນແທ້ ຫາກຈັບບາຍ ຈະພົບວ່າ ຮູບພາບ ແລະ ຕົວເລກ ຂອງເງິນນັ້ນ ເມື່ອບາຍ ຈະຮູ້ສຶກ ມີຮອຍນູນ ໃນຂະນະທີ່ ເງິນປອມ ຈະລຽບໄປເລີຍ ແລະ ບໍ່ຮູ້ສຶກຫຍັງ. ສໍາລັບເງິນແທ້ນັ້ນ ເມື່ອສ່ອງໃສ່ແສງໄຟ ບໍຣິເວນ ທີ່ຫວ່າງສີຂາວ ຂ້າງເຄື່ອງໝາຍຊາດ ຈະເຫັນລາຍຮູບ ທ່ານ ໄກສອນ ພົມວິຫານ ຢ່າງແຈ່ມແຈ້ງ ຂະນະທີ່ ເງິນປອມ ຈະເຫັນບໍ່ແຈ້ງ.

ໃນຂະນະດຽວກັນ, ທາງວິທຍຸ ເອເຊັຍເສຣີ ກໍໄດ້ ສອບຖາມ ສະຖານະການ ເງິນປອມ ໄປຍັງເມືອງທ່ອງທ່ຽວ ອື່ນໆ ເປັນຕົ້ນແມ່ນ ແຂວງຫລວງພຣະບາງ, ເມືອງວັງວຽງ ແລະ ປາກເຊ, ແຕ່ເຈົ້າໜ້າທີ່ ທະນາຄານ ບອກວ່າ ຍັງບໍ່ທັນພົບເຫັນ ເງິນປອມ ຣະບາດເທື່ອ. ເຖິງຢ່າງໃດ ກໍຕາມ, ປະຊາຊົນ ກໍຄວນ ລະມັດລະວັງ ແລະ ສັງເກດ ກ່ອນທີ່ຈະຮັບເອົາເງິນ ໃນການຊື້-ຂາຍ ຕ່າງໆ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org