ທຸຣະກິດທ່ອງທ່ຽວຕົກຕໍ່າ ຍ້ອນ ພັຍແລ້ງ

ໄຊຍາ
2019.10.29
F-Tourists-LP ນັກທ່ອງທ່ຽວຊາວເອເຊັຽ ສ່ວນໃຫຍ່ແມ່ນຄົນຈີນ ທີ່ມັກທ່ຽວຊົມ ເມືອງມໍຣະດົກໂລກ ແຂວງຫຼວງພຣະບາງ
RFA

ປີນີ້ຕາມລຳແມ່ນໍ້າຂອງ ຢູ່ແຂວງຫຼວງພຣະບາງ ແຫ້ງຫຼາຍ ເຮືອນໍາທ່ຽວບໍ່ສາມາດນໍານັກ ທ່ອງທ່ຽວໄປລ່ອງເຮືອຕາມລຳແມ່ນໍ້າຂອງໄດ້ ນອກຈາກນັ້ນຍອດແຂກ ເຂົ້າມາໃຊ້ບໍຣິການ ເຮືອນພັກກໍ່ຫຼຸດລົງ, ດ່ັງເຈົ້າຂອງເຮືອນພັກແຫ່ງນຶ່ງ ໄດ້ກ່າວຕໍ່ນັກຂ່າວ ເອເຊັຽເສຣີ ໃນວັນທີ 29 ຕຸລາວ່າ:

"ບ້ານພັກຂອງເຮົາ ນັກທ່ອງທ່ຽວຕົກເກືອບເຄິ່ງນຶ່ງ ຈາກສອງຫາສາມປີ ຫຼັງນໍ້າຂອງແຫ້ງເຈົ້າ ນໍ້າຂອງແຫ້ງຫຼາຍ."

ນາງກ່າວຕື່ມວ່າ ປີນີ້ນໍ້າຂອງບົກແຫ້ງຜິດປົກກະຕິ ສົ່ງຜົນເຮັດໃຫ້ເຮືອນໍາທ່ຽວ ບໍ່ສາມາດນໍານັກທ່ອງທ່ຽວລ່ອງຊົມຕາມລຳແມ່ນໍ້າຂອງໄດ້.

"ເຮືອນໍາທ່ຽວສ່ວນຫຼາຍດຽວນີ້ຫັ້ນ ກໍບໍ່ມີຫຼາຍເພາະວ່າມັນມີຫີນຫຼາຍ ຂະເຈົ້າກໍບໍຢາກໄປຫັ້ນນ່າ."

ສ່ວນໃນເຣື່ອງຂອງເຂື່ອນແຂວງຫຼວງພຣະບາງ ທີ່ກຽມຈະສ້າງນັ້ນ ຍິ່ງເຮັດໃຫ້ຜູ້ປະກອບການທ່ອງທ່ຽວ ວິຕົກກັງວົນຫຼາຍຂຶ້ນ ເນືື່ອງຈາກ ຕົກມາປີນີ້ ນໍ້າຂອງແຫ້ງແລ້ງຫຼາຍ. ຖ້າມີເຂື່ອນຕື່ມອີກນັ້ນ ບໍ່ຮູ້ຄືກັນວ່ານໍ້າຂອງ ຈະບົກແຫ້ງຊໍ່າໃດ ສະເພາະປີນີ້ ອອກເຮືອທ່ອງທ່ຽວບໍ່ໄດ້ ໃນໄລຍະນີ້ ຕາມຄວາມເປັນຈິງ ນໍ້າຂອງລົງນັ້ນ ຢູ່ໃນຣະຫວ່າງ ເດືອນມີນາ ຫາ ເດືອນເມສາ.

ໃນຂນະທີ່ການແກ້ໄຂ ສິ່ງອຸດຕັນຂອງການທ່ອງທ່ຽວ ທ່ານ ທອງລຸນ ສີສຸລິດ ໄດ້ກ່າວໃນກອງປະຊຸມປັບປຸງ ການທ່ອງທ່ຽວ ເມື່ອກາງປີທີ່ ຜ່ານມາວ່າ ການພັທນາ ການທ່ອງທ່ຽວ ຕ້ອງຕິດພັນກັບ ການອະນຸຮັກ ທັມມະຊາດ.

"ພວກເຮົາຈະໄດ້ສົ່ງເສີມຫຼາຍຕໍ່ໄປນີ້, ນຶ່ງ ຈະໄດ້ແກ້ໄຂບັນຫາທີ່ມັນຕິດ ຂັດອຸດຕັນ ຫຼືວ່າສິ່ງກີດຂວາງຕ່າງໆ ຄົນໄປຄົນມານັ້ນ, ສອງມາ ພວກເຮົາກໍຄວນປົກປັກຮັກສາອະນຸຮັກ ສະຖານທີ່ທ່ອງທ່ຽວ ມັນມີແລ້ວນີ້ໃຫ້ມັນຍືນຍົງ ພັທນາມັນ ແຕ່ບໍ່ໄດ້ ທຳລາຍ ສະພາບແວດລ້ອມ ແລະຂຍາຍສະຖານທີ່ທ່ອງທ່ຽວ ແຫ່ງອື່ນໆ ຂຶ້ນມາ ປະເທດລາວເຮົາຕ້ອງ ເອົາທ່ອງທ່ຽວທັມມະຊາດ ທ່ອງທ່ຽວວັທນາທັມ ທ່ອງທ່ຽວ ປວັດສາດເປັນຫຼັກ."

ອີງຕາມການຣາຍງານຂອງຂແນງການທ່ອງທ່ຽວ ປີ 2018 ຜ່ານມາ ການທ່ອງທ່ຽວລາວ ຫລຸດຄາດໝາຍຈາກໂຕເລກຄາດການ 5 ລ້ານ ຄົນ ແຕ່ມີນັກທ່ອງທ່ຽວເຂົ້າມາ 4 ລ້ານກ່ວາຄົນ. ປີນີ້ເປັນປີທ່ອງທ່ຽວ ລາວ-ຈີນ ການທ່ອງທ່ຽວຄາດວ່າ ນັກທ່ອງທ່ຽວຈີນ ຈະເຂົ້າມາ ລ້ານຄົນ ແຕ່ປັດຈຸບັນ ທົວນໍາທ່ຽວ ຂອງຈີນແມ່ນໄດ້ຜົລປະໂຫຍດ ຫຼາຍກ່ວາທົວນຳ ທ່ຽວຂອງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.