ຣັຖບານລາວ ໂຈະວຽກງານ 3 ສ້າງ ຂອງຫຼາຽກະຊວງ ເພາະຂາດງົບປະມານ. ເຈົ້າໜ້າທີ່ຂັ້ນສູງ ຣັຖບານລາວ ຜູ້ບໍ່ປະສົງອອກຊື່ ທ່ານໜຶ່ງເປີດເຜີຽວ່າ: ວຽກງານ 3 ສ້າງຂອງ ຫຼາຽໆກະຊວງຂອງຣັຖບານລາວ ທີ່ຈັດຕັ້ງປະຕິບັດ ໄປຕາມທິດທາງ 3 ສ້າງ ຂອງມະຕິກົມການເມືອງ ສູນກາງພັກ ປະຊາຊົນປະຕິວັດລາວ ນັ້ນໄດ້ຖືກໂຈະຢ່າງບໍ່ມີກຳນົດ ແລະກໍໂຈະມາໄດ້ຫລາຍເດືອນແລ້ວ ຍ້ອນຂາດງົບປະມານ. ເຈົ້າໜ້າທີ່ ທ່ານນັ້ນ ໃຫ້ຣາຍຣະອຽດ ກ່ຽວກັບເຣື່ອງນີ້ຕື່ມວ່າ:
“ງົບປະມານນີ້ ມັນໃຊ້ໜັກຫຼາຽ ເວລາທີ່ວ່າເຮົາລົງປະຕິບັດໂຕຈິງ ອ້າຽນ້ອງເຮົາລົງມັນ ກະຕ້ອງມີເບ້ຽມື້ ອັດຕາກິນຣະດັບເມືອງລົງໄປກະມີ ລະດັບແຂວງ ຈາກສູນກາງໄປ ແຂວງກະມີ. ອັດຕາກິນ ມັນສະເລັ່ຽມັນ ຜູ້ໜຶ່ງ ສົມມຸດວ່າໄປແຕ່ ສູນກາງ ມັນກະສູງແນ່, ລະງົປດ້ານນີ້ ເຮົາບໍ່ມີ ເພິ່ນກະເລີຍສັ່ງໂຈະ ໄວ້ກ່ອນ ສັ່ງໂຈະແບບບໍ່ມີກຳນົດ”.
ແຕ່ກ່ອນຫຼາຽກະຊວງ ໄດ້ສົ່ງພະນັກງານ ຫຼັກແຫຼ່ງ ຂອງຕົນລົງໄປ ປະຕິບັດໜ້າທີ່ຕາມແຂວງ ເມືອງແລະບ້ານ ພັທນາຈຸດສຸມ ຕ່າງໆຕາມ ທິດທາງ 3 ສ້າງ ເພື່ອຊຸກຍູ້ສົ່ງເສີມ ແລະ ຝຶກອົບຮົມ ເຈົ້າໜ້າທີ່ທ້ອງຖິ່ນ ໃນຂອບເຂດ ທົ່ວປະເທດ; ແຕ່ການລົງໄປ ປະຕິບັດໜ້າທີ່ນັ້ນ ກໍຕ້ອງໃຊ້ງົບປະມານ ຫລາຍສົມຄວນ. ເຈົ້າໜ້າທີ່ຈາກກະຊວງຫລາຍຄົນ ໄດ້ຮັບເງິນເບັ້ຍລ້ຽງ ຈາກການລົງໄປ ປະຕິບັດວຽກງານ ຫລາຍ ກວ່າເງິນ ເດືອນຊໍ້າ ເຊັ່ນໄດ້ຮັບຄ່າກິນ ຄ່າບ່ອນພັກອາສັຍ ແລະ ຄ່າເດີນທາງ.
ວຽກງານ 3 ສ້າງ ແມ່ນວຽກງານ ທີ່ພັກ ແລະລັຖບານລາວ ວາງອອກ ເພື່ອຈະສ້າງແຂວງ ໃຫ້ເປັນຫົວໜ່ວຽ ຍຸທສາດ, ສ້າງເມືອງໃຫ້ເປັນ ຫົວໜ່ວຽ ເຂັ້ມແຂງຮອບດ້ານ ແລະສ້າງບ້ານໃຫ້ເປັນຫົວໜ່ວຽພັທນາ. ຜ່ານມາພັກແລະຣັຖບານ ໄດ້ປຸກຣະດົມປະຊາຊົນ ໃຫ້ປະກອບສ່ວນ ຢ່າງຫ້າວຫັນ ຕາມນະໂຍບາຍ 3 ສ້າງດັ່ງກ່າວ.