ຊາວບ້ານບຶງທາດຫຼວງບາງຄົນ ບໍ່ ຍອມຍ້າຍ
2015.02.06
ເຈົ້າຂອງ ດິນ ທີ່ ໄດ້ຮັບ ຜົນ ກະທົບ ຈາກ ໂຄງການ ພັທນາ ໂຄງຮ່າງ ພື້ນຖານ ເຂດ ນະຄອນຫຼວງ ຢືນຢັນ ວ່າຈະ ບໍ່ຍອມ ຍ້າຍ ເຮືອນ ອອກຈາກ ພື້ນທີ່ ໂຄງການ ຖ້າວ່າ ພວກ ຂະເຈົ້າ ບໍ່ໄດ້ຮັບ ຄ່າ ຊົດເຊີຍ ທີ່ ເໝາະສົມ. ດັ່ງ ຊາວບ້ານ ຜູ້ນຶ່ງ ທີ່ ຂໍ ສງວນຊື່ ເວົ້າວ່າ:
"ບໍ່ໃຫ້ຫລາຍ ກະ ບໍ່ໜີ ກະຊິຢູ່ ນີ້ແຫລະ ກະຊິເຮັດ ແນວໃດ ຊັ້ນ ເຂົາບໍ່ໃຫ້ ພໍຢູ່ ພໍກັນ ກະບໍ່ໄປ ຫລະເນາະ ແນວເຮືອນ ເຮົາ ປຸກສ້າງ ມາແຕ່ໃດ ເອີ ບໍ່ໄປ ແຫລະ ກະຊິ ຢືນຢັດ ຢູ່ນີ້ ແຫລະ ຂັ້ນເຂົາ ບໍ່ໃຫ້ ເຕັມ ສົມມາ ພາຄວນ ໜະ".
ທີ່ຜ່ານມາ ມີ ຊາວບ້ານ ທີ່ໄດ້ຮັບ ຜົນ ກະທົບ ຈຳນວນ ນຶ່ງ ກໍຍອມ ຮັບເອົາ ຄ່າ ຊົດເຊີຍ ໃນຣາຄາ ທີ່ ເຈົ້າໜ້າທີ່ ຈ່າຍໃຫ້ ຍ້ອນວ່າ ເຂົາເຈົ້າ ຖືກ ເຈົ້າໜ້າທີ່ ນາບຂູ່ ແລະ ບັງຄັບ ໃຫ້ ຍອມ ເຊັນ ຮັບເອົາ ຖ້າ ບໍ່ດັ່ງນັ້ນ ກໍຈະຖືກ ຈັບ.
ປັດຈຸບັນ ທາງການ ລາວ ຫ້າມ ປະຊາຊົນ ໃນເຂດ ດັ່ງກ່າວ ບໍ່ໃຫ້ມີ ການ ຊື້ຂາຍ ທີ່ດິນ ກັນ ໃນເຂດ ນັ້ນ. ປະຊາຊົນ ຜູ້ທີ່ ໄດ້ຮັບ ຜົນ ກະທົບ ຈາກ ໂຄງການ ດັ່ງກ່າວ ແມ່ນ ຢູ່ ບ້ານ ຫົວຂົວ ໂນນຄໍ້, ໂນນຫວາຍ, ຊຽງດາ, ດົງຄຳຊ້າງ ແລະ ບ້ານ ນາໄຫ ຊຶ່ງ ເປັນບ້ານ ທີ່ ຕິດກັບ ເຂດ ບຶງ ທາດຫລວງ ທີ່ ຖືກ ໂຄງການ ພັທນາ ກວມເອົາ.
ການ ດຳເນີນ ໂຄງການ ແມ່ນການ ຮ່ວມຫຸ້ນ ຣະຫວ່າງ ນະຄອນ ຫລວງ ວຽງຈັນ ກັບ ບໍຣິສັດ ນ້ຳທາ ກໍ່ສ້າງ. ໃນນັ້ນ ທ່ານ ສຸກັນ ມະຫາລາດ ອະດີດ ເຈົ້າຄອງ ນະຄອນ ຫລວງ ວຽງຈັນ ຜູ້ ທີ່ເສັຍ ຊີວິດ ໃນເຫດ ເຮືອບິນ ຕົກ ຢູ່ ແຂວງ ຊຽງຊວາງ ໄດ້ ອະນຸຍາດ ໃຫ້ ບໍຣິສັດ ນ້ຳທາ ກໍ່ສ້າງ ສັມປະທານ ພັທນາ ທີ່ດິນ ໃນເຂດ ດັ່ງກ່າວ.
ນອກຈາກນີ້ ແຫລ່ງຂ່າວ ພາຍໃນ ຍັງ ຣາຍງານ ອີກວ່າ ທ່ານ ສຸກັນ ມະຫານລາດ ກັບ ບໍຣິສັດ ນ້ຳທາ ກໍ່ສ້າງ ເປັນ ເຄືອຍາດ ກັນ ໂດຍແມ່ນ ລູກຊາຍ ຂອງ ເຈົ້າຂອງ ບໍຣິສັດ ນ້ຳທາ ກໍ່ສ້າງ ໄດ້ ແຕ່ງດອງ ກັບ ລູກສາວ ຂອງ ທ່ານ ສຸກັນ ມະຫາລາດ.
ໂຄງການນີ້ ໄດ້ ເລີ້ມມາ ແຕ່ ປີ 2011 ອີງຕາມ ໜັງສື ຂໍ້ ຕົກລົງ ຂອງ ທ່ານ ສຸກັນ ມະຫາລາ ເລກທີ 922 ລົງ ວັນທີ 20 ຕຸລາ 2011.