ຄົນງານລາວໃນໄທ ຄວນຕໍ່ ອາຍຸ ເອກສານ ເດີນທາງເອົາເອງ
ທາງການໄທ ເຕືອນ ຄົນງານ ຜູ້ທີ່ຖືໜັງສື ເດີນທາງ ໝົດກຳນົດ ໃຫ້ ໄປຕໍ່ອາຍຸ ຫນັງສືເດີນທາງ ດ້ວຍຕົນເອງ ເພື່ອຫລີກລ້ຽງ ການຖືກຕົວະຕົ້ມ.
-
ສິດນີ
2018-01-30 -
-
-
Your browser doesn’t support HTML5 audio
ທາງການໄທ ເຕືອນຄົນງານລາວ ທີ່ເຮັດວຽກຢູ່ປະເທດໄທ ເກີນກຳນົດ ຕ້ອງໄປຕໍ່ຫນັງສືເດີນທາງ ດ້ວຍຕົນເອງ ເພື່ອຫລີກລຽງ ບໍ່ໃຫ້ຖືກ ຕົວະຕົ້ມ ການປະທັບຕາປອມ. ເຈົ້າຫນ້າທີ່ກວດຄົນເຂົ້າເມືອງ ທີ່ຂົວມີຕພາບລາວ-ໄທ ທີ່ແຂວງຫນອງຄາຍ ໄດ້ກວດເຫັນຮອຍປະທັບຕາ ແລະເລກຫນັງສືເດີນທາງ ຂອງຄົນງານລາວ ນາງ ແອນນີ ອາຍຸ 29 ປີ ຣາສດອນບ້ານວຽງແກ້ວ ເມືອງໄຊທານີ ນະຄອນຫລວງວຽງຈັນ ວ່າເປັນຂອງປອມ. ນາງສາຣະພາບ ຕໍ່ເຈົ້າຫນ້າທີ່ ຕຳຣວດວ່າ ນາງໄດ້ເຮັດວຽກເກີນ ເວລາ 215 ວັນ ຢູ່ບາງກອກ ຕ້ອງການກັບປະເທດ ລາວ ເພື່ອຕໍ່ຫນັງສື ຫມູ່ຂອງນາງບອກວ່າ ສາມາດເຮັດຫນັງສືຜ່ານແດນ ທີ່ມີກາປະທັບຂອງແທ້ ໃຫ້ນາງໄດ້ໃນຣາຄາ 1500 ບາດ ນາງຈຶ່ງ ຈ່າຍເງິນໃຫ້ເຮັດ.
ຜ່ານມາ, ຢູ່ດ່ານກວດຄົນເຂົ້າເມືອງ ທີ່ແຂວງຫນອງຄາຍ ໄດ້ກວດພົບເຫັນຜູ້ທີ່ຕົກເປັນເຫຍື່ອ ໃນລັກສນະນີ້ຫລາຍຮ້ອຍຄົນແລ້ວ ຈຶ່ງຢາກ ເຕືອນໃຫ້ຄົນງານຕ່າງດ້າວ ທຸກຄົນໄປຕໍ່ຫນັງສືດ້ວຍຕົນເອງ. ດັ່ງພັນຕຳຣວດເອກ ພັນລົບ ສຸຣິຍະກຸນ ນະອະຍຸທຢາ ຜູ້ກຳກັບການສຳນັກ ງານກວດຄົນເຂົ້າເມືອງ ທີ່ແຂວງຫນອງຄາຍກ່າວວ່າ:
"ກາປອມຕ້ອງສັງເກດໃຫ້ດີວ່າ ກາທີ່ໄດ້ມານັ້ນ ມັນຖືກຕ້ອງບໍ ໃຫ້ປະສານມາຍັງ ຕ.ມ ເພາະເກີດວ່າໄດ້ມາ ກາມີແລ້ວ ບໍ່ໄດ້ໄປນັ້ນມັນຜິດ ປົກກະຕິ ການທີ່ທ່ານໄດ້ກາ ໂດຍທີ່ບໍ່ໄດ້ຜ່ານເຈົ້າຫນ້າທີ່ ນີ້ 50% ກໍຫນ້າຈະປອມ ມັນຈະຈ້າງເຂົາໄປເຮັດໃຫ້ ມັນກໍຫນ້າຈະປອມ."
ທ່ານກ່າວຕື່ມວ່າ ສ່ວນຫລາຍຄົນງານທີ່ຕົກເປັນເຫຍື່ອນັ້ນ ບໍ່ຮູ້ວ່າຕົນຖືກຫລອກ ຍ້ອນເຊື່ອຜູ້ອື່ນໄປເຮັດເອກສານໃຫ້ ແລະກໍບໍ່ຮູ້ວ່າ ກາທີ່ ປະທັບນັ້ນ ເປັນຂອງແທ້ຫລືຂອງປອມ. ກ່ຽວກັບບັນຫາດັ່ງກ່າວ ເຈົ້າໜ້າທີ່ຜແນກຄຸ້ມຄອງແຮງງານລາວ ທ່ານນຶ່ງເວົ້າວ່າຢາກໃຫ້ ຄົນງານ ລາວ ຜູ້ທີ່ມີຫນັງສື ເຮັດວຽກຢູ່ໄທ ຫມົດກຳນົດນັ້ນ ກັບມາເຮັດຫນັງສື ດ້ວຍຕົນເອງຢູ່ລາວ ແທນທີ່ຈະຖືກຫລອກ ແລະດຳເນີນຄະດີຍ້ອນ. ດັ່ງທ່ານກ່າວໃນຕອນນຶ່ງວ່າ:
"ທາງໄທນີ້ໂທດຫນັກ ດີບໍ່ດີຫນັກກວ່າລາວ ແຕ່ວ່າຕ້ອງໄປເບີ່ງໂຕຈີງວ່າ ເຮັດຈັ່ງຊັ້ນແທ້ບໍ ທີ່ຈິງຢູ່ກາຍມື້ກໍກາຍໄປໄປໂລດ ໃຫ້ເຂົາປັບ ສົ່ງກັບມາແລ້ວ ໄປເຮັດໃຫມ່ ກໍໄດ້ ບໍ່ສົມຄວນເຮັດຈັ່ງຊີ້ ອັນນີ້ຄະດີປອມແປງ ກາຣັຖການມັນຫນັກ ມີແຕ່ໄປ ສະຖານທູດ ວ່າເພິ່ນ ສາມາດຊ່ອຍອີ່ຫຍັງໄດ້ບໍ ກໍຊ່ອຍໃຫ້ເພິ່ນ ປະສານທາງການໄທ."
ແຕ່ເຖີງຢ່າງໃນກໍຕາມ ລາວ-ໄທ ກໍໄດ້ປະສານງານກັນ ກ່ຽວກັບບັນຫາດັ່ງກ່າວ ເພື່ອບໍ່ຢາກໃຫ້ຄົນງານລາວ ຕົກເປັນເຫຍື່ອ ຂອງກຸ່ມ ຕົວະຕົ້ມນີ້ ອີກຕໍ່ໄປໃນອະນາຄົດ.