ໄທຍຂຍາຍເວລາ ໃຫ້ຄົນງານຕ່າງຊາດ ລົງທະບຽນ

ເພື່ອສນອງ ມາຕການ ປ້ອງກັນ ພະຍາດ ໂຄວິດ-19, ໄທຍ ຂຍາຍເວລາໃຫ້ ແຮງງານຕ່າງຊາດ ທີ່ເຮັດວຽກຢູ່ໄທຍ ສາມາດ ລົງທະບຽນ ໃຫ້ຖືກຕ້ອງ ແລະ ເຮັດປະກັນສຸຂພາບ ທີ່ເປັນສ່ວນນຶ່ງຂອງ ຂໍ້ຕົກຣະຫວ່າງຣັຖບານ ໄທຍ ແລະ ຣັຖບານລາວ.

ຄົນງານລາວ ທີ່ເຮັດວຽກຢູ່ໄທຍ ແບບບໍ່ມີອະນຸຍາດ ສາມາດກັບບ້ານໄດ້ ຍ້ອນເຈົ້າຫນ້າທີ່ດ່ານ ໄທ-ລາວ ໄດ້ຕົກລົງຮ່ວມມືກັນ ນັກຂ່າວ ພົລເມືອງ

ທາງການໄທຍ ຂຍາຍເວລາ ໃຫ້ຄົນຕ່າງຊາດ 3 ສັນຊາດ ຄື ລາວ, ກັມພູຊາ ແລະພະມ້າ ທີ່ເຮັດວຽກຢູ່ໄທຍ ໃຫ້ໄປລົງທະບຽນ ເປັນຄົນງານ ແບບຖືກກົດໝາຍ ແລະຕ້ອງໄປເຮັດ ປະກັນສຸຂພາບ ນັບແຕ່ມື້ນີ້ ໄປຮອດ ເດືອນ ມິນາ ປີ 2022 ເພື່ອໃຫ້ພວກເຂົາເຈົ້າ ສາມາດ ເຂົ້າເຖິງການ ບໍຣິການ ດ້ານສຸຂພາບ ອັນເປັນສ່ວນນຶ່ງ ຂອງມາຕການ ໃນການຄວບຄຸມ ແລະປ້ອງກັນ ການແຜ່ຣະບາດ ຂອງໂຄວິດ-19.

ກ່ຽວກັບເຣື່ອງນີ້ ທ່ານ ໄພໂຣດ ໂຊຕິກະສະຖຽນ ອະທິບໍດີ ກົມການຈັດຫາງານ ກະຊວງແຮງງານ ຂອງໄທຍ ກ່າວວ່າ ໃນໄລຍະ ທີ່ຜ່ານມາ ມີຄົນງານລາວ ທີ່ຖືກກົດໝາຍ ຈໍານວນນຶ່ງ ທີ່ຍັງບໍ່ທັນໄດ້ລົງທະບຽນ ເຂົ້າລະບົບ ປະກັນສຸຂພາບ ຍ້ອນພວກເຂົາເຈົ້າ ປ່ຽນວຽກ ຫຼືບໍ່ມີນາຍຈ້າງ ໃນໄລຍະການແຜ່ຣະບາດ ຂອງໂຄວິດ-19 ຫຼື ບາງສ່ວນກໍ ເຮັດວຽກຢູ່ໄກ, ດັ່ງ ທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ຕຸລາ ນີ້ວ່າ:
“ລູກຈ້າງ ໄປເອງກໍໄດ້ ແຕ່ວ່າມັນຕ້ອງ ມີຂໍ້ມູນຂອງ ນາຍຈ້າງນໍາ ເມື່ອນາຍຈ້າງ ບໍ່ບອກ ລູກຈ້າງກໍ ບໍ່ຮູ້ ເພາະແຮງງານ ສ່ວນໃຫຍ່ ເປັນແຮງງານ ທີ່ຢູ່ໃນກິຈການ ທີ່ເດີນທາງເຂົ້າ ມາດໍາເນີນການ ລໍາບາກ.”

ທ່ານກ່າວຕື່ມວ່າ ສໍາລັບເຫດຜົລອື່ນໆ ທີ່ເຮັດໃຫ້ ຄົນງານລາວ ຍັງບໍ່ໄດ້ ລົງທະບຽນ ເຮັດປະກັນ ສຸຂພາບ ເປັນຍ້ອນ ພວກເຂົາເຈົ້າ ລັກລອບເຂົ້າ ມາເຮັດວຽກຢູ່ ປະເທດໄທຍ ແບບບໍ່ຖືກກົດໝາຍ, ສ່ວນໃຫຍ່ເປັນຄົນງານ ທີ່ເຂົ້າມາເຮັດວຽກ ພາຍໃນປະເທດໄທຍ ພາຍຫຼັງວັນທີ 29 ທັນວາ ປີ 2020 ຊຶ່ງທາງການໄທຍ ໄດ້ອະນຸຍາດ ໃຫ້ພວກເຂົາເຈົ້າ ສາມາດຢູ່ປະເທດໄທຍໄປໄດ້ ເປັນກໍຣະນີ ພິເສດ ໃນໄລຍະການ ແຜ່ຣະບາດຂອງໂຄວິດ-19.

ທາງດ້ານໂຕແທນ ກຸ່ມອົງການຈັດຕັ້ງ ດ້ານສິດທິແຮງງານ ທີ່ບໍ່ຂຶ້ນກັບ ຣັຖບານ ໃນໄທຍ ນາງນຶ່ງກ່າວວ່າ:
“ບາງເທື່ອ ການຂຶ້ນທະບຽນ ມັນຄືການ ໃຊ້ຈ່າຍເນາະ ມັນເປັນ ຄ່າໃຊ້ຈ່າຍ ບາງທີການ ຂຶ້ນທະບຽນ ຫຼືການໃຊ້ເງິນ ໃນການຂຶ້ນທະບຽນ ເບິ່ງໜ້າຈະເປັນ ຄ່າໃຊ້ຈ່າຍ ສອງກະຄືວ່າ ບັນຫາແຮງງານນີ້ ຄືຈ່າຍໃຫ້ນາຍໜ້າໄປແລ້ວ ຫຼື ຈ່າຍໃຫ້ນາຍຈ້າງໄປແລ້ວ ຫຼື ນາຍຈ້າງ ບໍ່ຂຶ້ນທະບຽນໃຫ້.”

ຂນະທີ່ ເຈົ້າໜ້າທີ່ມູລນິທິ ເຄືອຂ່າຍສົ່ງເສີມ ຄຸນນະພາບຊີວິດ ແຮງານ ກ່າວວ່າ ບັນຫາສໍາຄັນ ທີ່ເຮັດໃຫ້ຄົນງານລາວ ຈໍານວນຫຼາຍ ຍັງບໍ່ດໍາເນີນ ການຂຶ້ນທະບຽນ ເຮັດປະກັນສຸຂພາບ ເປັນຍ້ອນ ພວກເຂົາເຈົ້າບໍ່ມີເອກສານ:
ຄັນກຸ່ມເຂົ້າມາ ໂດຍເອກສານ ເປັນພາສປອຣ໌ດ (Passport) ຫຼື MOU (Memorandum Of Understanding) ມັນກໍພໍ ມີຫຼັກຖານ ຢູ່ໃນການທີ່ ຈະຂຶ້ນທະບຽນເນາະ ວ່າເປັນຄົນລາວ ແຕ່ບັນຫາກໍຄື ຄັນຄົນທີ່ບໍ່ ໄດ້ເຂົ້າເຖິງຂໍ້ມູນ ຂ່າວສານ ຫຼື ວ່າບໍ່ໄດ້ເຮັດເອກສານ ຂອງໂຕເອງ ໃຫ້ຖືກຕ້ອງ ບັນຫາມັນຈະຢູ່ທີ່ວ່າ ນາຍຈ້າງ ຫຼື ຫຼັກຖານ ຣາຊການທີ່ຈະຂຶ້ນ ມັນບໍ່ຮູ້ວ່າເປັນຄົນ ສັນຊາດໃດແທ້ເນາະ ຈັ່ງຊີ້ເນາະ.”

ທ່ານກ່າວຕື່ມວ່າ ເຖິງແມ່ນວ່າ ຄົນງານລາວ ຈະເດີນທາງ ເຂົ້າມາເຮັດວຽກ ໃນປະເທດໄທຍ ແບບຖືກກົດໝາຍ ຫຼື ບໍ່ຖືກກົດໝາຍ ກໍຕາມ ທາງການໄທຍ ກໍຄວນຈະ ໃຫ້ການຊ່ອຍເຫຼືອ ໃຫ້ພວກເຂົາເຈົ້າສາມາດເຂົ້າ ເຖິງການບໍຣິການ ດ້ານສຸຂພາບໄດ້.

ທາງດ້ານ ຄົນງານລາວ ຢູ່ ນະຄອນຫຼວງບາງກອກ ຜູ້ນຶ່ງເວົ້າວ່າ ສາເຫດທີ່ ເຮັດໃຫ້ຄົນງານລາວ ບາງກຸ່ມ ບໍ່ລົງທະບຽນ ເຮັດປະກັນສຸຂພາບ ເປັນຍ້ອນ ພວກເຂົາເຈົ້າ ມາໄທຍໃໝ່:
“ກໍຄືວ່າ ບາງຄົນກໍມາໃໝ່ ຫັ້ນລະ ເຂົາບໍ່ເຄີຍມາຫັ້ນນ່າ ເຂົາບໍ່ເຄີຍມາ ເຂົາບໍ່ຮູ້ ກໍມາ ກໍມາຊື່ືໆ ແລ້ວກໍເຮັດໃບຊົ່ວຄາວມາ ຂ້າມມາໄດ້ ແລ້ວກໍ ຢູ່ໄປເລີຍ ຊິນ່າ ບໍ່ໄປເຮັດໜັງສື ບໍ່ໄປແຈ້ງ ບໍ່ໄປຂຶ້ນ ທະບຽນແຮງງງານ ຊິນ່າ.”

ໃນຂນະທີ່ ຄົນງານລາວ ຢູ່ບາງກອກ ອີກນາງນຶ່ງ ກ່າວວ່າ:
ບາງນາຍຈ້າງ ເພິ່ນກໍຊິອອກກັນ ຄົນລະເຄິ່ງ ບາງນາຍຈ້າງ ກໍແລ້ວແຕ່ ຂໍ້ຕົກລົງ ລູກຈ້າງກັບນາຍຈ້າງວ່າ ຊິວ່າຈັ່ງໃດ ບາງຄົນເຂົາເຈົ້າ ກໍອອກເອງ ຢ່າງກໍຣະນີ ຂອງເອື້ອຍນີ້ ກໍນາຍຈ້າງອອກໃຫ້.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ສະຖານທູດລາວ ປະຈໍາປະເທດໄທຍ ທ່ານນຶ່ງກ່າວວ່າ:
“ທາງຝ່າຍລາວ ສະຖານທູດ ທາງ ກະຊວງແຮງງານຂອງລາວ ເຮົາຍັງຢືນຢັນ ໃນລັກສະນະເດີມ ຄືທີ່ຜ່ານມາຫັ້ນ ໄດ້ຕາມ MOU ຫັ້ນ ແລ້ວກໍໃນ ກອງປະຊຸມຫຼ້າສຸດ ກອງປະຊຸມ ວິຊາການ ລາວ-ໄທຍ ຂອງກະຊວງແຮງງານ ຂອງໄທຍ ແລະ ກະຊວງແຮງງານຂອງລາວ ແລ້ວພວກເຮົາ ໄດ້ຕົກລົງກັນແນວໃດ ທາງການລາວ ກໍຍັງຢືນວ່າ ໃນລັກສະນະການ ຂຶ້ນທະບຽນ ກໍຢາກໃຫ້ ທາງການໄທຍ ປະຕິບັດຕາມ MOU ຕາມທີ່ເຮົາ ເຊັນກັນມາຫັ້ນ.”

ເມື່ອວັນທີ 28 ກັນຍາ ທີ່ຜ່ານມາ ຍານາງ ຣັດຊະດາ ທະນາດິເຣກ ຮອງໂຄສົກ ສໍານັກງານ ນາຍົກຣັຖມົນຕຣີ ຂອງໄທຍ ກ່າວວ່າ ທາງໜ່ວຍງານ ຂອງທ່ານ ມີມັດຕິເຫັນດີ ໃຫ້ຄົນງານ 3 ສັນຊາດ ຄື ລາວ, ກັມພູຊາ ແລະພະມ້າ ໃນສອງກຸ່ມ ຄືກຸ່ມທໍາອິດ ໄດ້ແກ່ ກຸ່ມທີ່ນາຍຈ້າງ ຈະຕ້ອງດໍາເນີນ ຂໍໃບອະນຸຍາດ ການເຮັດວຽກ ພາຍໃນປະເທດໄທຍ ໃຫ້ກັບກຸ່ມລູກຈ້າງ ຈາກນັ້ນລູກຈ້າງ ຈະຕ້ອງຂຶ້ນທະບຽນ ປະກັນສຸຂພາບ ພາຍໃນວັນທີ 31 ມິນາ ປີ 2022 ຊຶ່ຈະສາມາດ ເຮັດວຽກຢູ່ໄທຍໄດ້ ເຖິງ ວັນທີ 13 ເດືອນກຸມພາ ປີ 2023 ຫາກບໍ່ດໍາເນີນການ ຕາມແຜນການ ດັ່ງກ່າວ ຈະສາມາດເຮັດວຽກ ຢູ່ພາຍໃນປະເທດໄທຍ ໄດ້ເຖິງແຕ່ວັນທີ 1 ສິງຫາ ປີ 2022.

ແລະກຸ່ມທີ່ສອງ ຄືກຸ່ມຄົນງານ ທີ່ເຄີຍຂໍອະນຸຍາດ ຕາມມະຕິ ຄນະຣັຖມົນຕຣີ ເມື່ອວັນທີ 29 ທັນວາ ປີ 2020 ແຕ່ຍັງ ດໍາເນີນການ ຍັງບໍ່ທັນສໍາເຣັດນັ້ນ ຫາກວ່າຄົນງານ ກຸ່ມດັ່ງກ່າວນີ້ ຕ້ອງການເຮັດວຽກຢູ່ປະເທດໄທຍ ຈະຕ້ອງຂໍ ອະນຸຍາດໃຫ້ສຳເຣັດ ພາຍໃນວັນທີ 18 ຕຸລາ 2021 ແລະຕ້ອງລໍຖ້າຂຶ້ນທະບຽນອີກເທື່ອນຶ່ງ ພາຍໃນວັນທີ 31 ມິນາ ປີ 2022.

ຢູ່ປະເທດລາວ ສະຖານະການການຕິດເຊື້ອໂຄວິດ-19 ໃນວັນທີ 3 ຕຸລາ 2021 ນີ້ ທາງການລາວ ກວດພົບຜູ້ຕິດເຊື້ອ ຣາຍໃໝ່ເພີ່ມອີກ 307 ຄົນ ໃນນີ້ ຕິດເຊື້ອໃນຊຸມຊົນ 301 ຄົນ ແລະ ກໍຣະນີຕິດເຊື້ອນໍາເຂົ້າ ມີ 6 ຄົນ ຈາກຜົນການ ກວດວິເຄາະ ຫາເຊື້ອ ທັງໝົດ 4,951 ໂຕຢ່າງ, ດັ່ງ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າ ກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ແລະ ຕາງໜ້າຄນະສະເພາະກິຈ ປ້ອງກັນ ໂຄວິດ-19 ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນວັນທີ 4 ຕຸລາ ນີ້ວ່າ:
“ທົ່ວປະເທດ ໄດ້ເກັບຕົວຢ່າງກວດ ຊອກຫາເຊື້ອ ໂຄວິດ-19 ທັງໝົດ 4,951 ໂຕຢ່າງ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 307 ຄົນ ເຊິ່ງມາຈາກຊຸມຊົນ 301 ຄົນ.”

ມາຮອດປັດຈຸບັນ ປະເທດລາວ ມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 25,524 ຄົນ ໄດ້ຮັບການກວດວິເຄາະຫາເຊື້ອ ທັງໝົດ 603,610 ຄົນ, ປິ່ນປົວເຊົາແລ້ວ 19,112 ຄົນ, ກໍາລັງປິ່ນປົວ 6,390 ຄົນ ແລະ ເສັຽຊີວິດ ສະສົມ 22 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org