ກອງປະຊຸມຣັຖມົນຕຣີ ພລັງງານ ອາຊຽນ

ມະນີຈັນ
2014.09.18
F-default ກອງປະຊຸມຣັຖມົນຕຣີ ພລັງງານ ອາຊຽນ
RFA

 

ໄທ ຈະ ເຂົ້າຮ່ວມ ກອງປະຊຸມ ຣັຖມົນຕຣີ ພລັງງານ ອາຊຽນ ທີ່ ຈະ ຈັດຂຶ້ນ ຢູ່ ສປປລາວ ແຕ່ ວັນທີ 22 ຫາ 23 ກັນຍາ 2014. ຂ່າວ ເບີນາມາ ຣາຍງານ ຈາກ ບາງກອກ ໃນວັນທີ 17 ກັນຍາ ນີ້ວ່າ ການ ຮ່ວມມື ດ້ານ ພລັງງານ ຂອງໄທ ກັບ ພະມ້າ ແລະ ລາວ ຈະເປັນ ສ່ວນໜຶ່ງ ຂອງ ວາຣະ ກອງປະຊຸມ ຄັ້ງນີ້.

ທ່ານ ຊະວາລິດ ພິຊະໄລ ຫົວໜ້າ ຫ້ອງການ ນະໂຍບາຍ ພລັງງານ ແລະ ແຜນການ EPPO ກະຊວງ ພລັງງານ ຂອງໄທ ເວົ້າວ່າ EPPO ຈະສເນີ ໃຫ້ ຣັຖມົນຕຣີ ພລັງງານໄທ Narongchai Akrasanee ຂຍາຍ ການ ຮ່ວມມື ຂໍ້ຕົກລົງ ພລັງງານ ກັບ ພະມ້າ ທີ່ ຈະປຶກສາ ກັນ ໃນ ກອງປະຊຸມ ຢູ່ລາວ ໃນ ສັປດາ ໜ້າ.

ຂໍ້ສເນີ ດັ່ງກ່າວ ມີຮວມທັງ ແຜນການ ຂອງໄທ ທີ່ ຈະຊື້ ໄຟຟ້າ ຈາກ ພະມ້າ ຫລາຍຂຶ້ນ ຄືຈາກ 1500 ເມັກກາວັດ ມາເປັນ 10 ພັນ ເມັກກາວັດ ແລະ ທັງຈະຊື້ ນ້ຳມັນກາສ ຈາກ ພະມ້າ ນໍາດ້ວຍ. ຜູ້ວ່າການ ການ ໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ ຫລື EGAT ສຸນໃຈ ຄຳນູນເສດ ກ່າວ ຕໍ່ນັກຂ່າວ ວ່າ ໄທ ຈະຫາຣື ກັບ ຝ່າຍລາວ ເພື່ອ ປ່ຽນແປງ ເຣື່ອງການ ນຳເຂົ້າ ໄຟຟ້າ ຈາກ ປະເທດ ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.