ການບິນໄທ ໂຈະຖ້ຽວບິນ ວຽງຈັນ ກຸງເທພ
2020.03.11
ສາຍການບິນໄທ Bangkok Airways ຂອງໄທ ຈະໂຈະຖ້ຽວບິນ ວຽງຈັນ-ບາງກອກ ເຣີ້ມຕັ້ງແຕ່ວັນທີ 29 ມິນາ ນີ້ເປັນຕົ້ນໄປໂດຍບໍ່ມີ ກໍານົດ ຍ້ອນໄດ້ຮັບຜົນກະທົບຈາກພຍາດ ໂຄວິດ-19 ແລະ ມີນັກທ່ອງທ່ຽວໜ້ອຍລົງ, ດັ່ງເຈົ້າໜ້າທີ່ ສາຍການບິນ Bangkok Airways ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 11 ມິນາ ນີ້ວ່າ:
“ເປັນເສັ້ນທາງ ຂອງ Bangkok Airways ຢ່າງດຽວ ເຮົາຈະຍົກເລີກ ຕັ້ງແຕ່ວັນທີ 29 ມິນາ ເປັນຕົ້ນໄປ ໂດຍຍັງບໍ່ມີກໍານົດ ວຽງຈັນ- ກຸງເທພ, ກຸງເທພ-ວຽງຈັນ flight 943, 944 ແລະ flight 940 ເນື່ອງຈາກ ມີເຫດການ ໂຄໂຣນາ ໄວຣັສ ລູກຄ້າໜ້ອຍລົງ ກໍມີການ ປັບໂຕ ໃນເຣື່ອງຫຼຸດຈໍານວນຖ້ຽວບິນ.”
ສ່ວນທາງເຈົ້າໜ້າທີ່ ສນາມບິນວັດໄຕ ນະຄອນຫຼວງວຽງຈັນ ກ່າວວ່າ ສາຍການບິນ Bangkok Airways ກໍາລັງຈະໂຈະຖ້ຽວບິນ ກຸງເທພ -ວຽງຈັນ ຕາມທີ່ Bangkok Airways ແຈ້ງການ ຊຶ່ງເປັນການໂຈະຊົ່ວຄາວ ເທົ່ານັ້ນ ຫາກຜູ້ໂດຍສານ ປະສົງຈະ ເດີນທາງໄປກຸງເທພ ກໍຍັງມີສາຍການບິນອື່ນຮອງຮັບຢູ່, ດັ່ງທ່ານກາວວ່າ:
“ເຂົາຂໍມາ ກໍາລັງຈະຍົກເລີກ ບາງກອກ ແອເວ ມັນບໍ່ຂຶ້ນກັບເຮົາ ຂໍຢຸດ ຂໍເປີດ ມັນການບິນໄທ ແອເອເຊັຍ ການບິນລາວ ຍັງບິນຄືເກົ່າ ການບິນໄທ ກະບິນ ສາມຖ້ຽວພຸ້ນເດ້ ການບິນລາວ ສອງຖ້ຽວ ແອເອເຊັຍ ກະຖ້ຽວນຶ່ງ ກະຫົກຖ້ຽວລະເດ້.”
ເຖິງຢ່າງໃດກໍຕາມ ທາງສາຍການບິນ Bangkok Airways ຈະຈ່າຍເງິນຄືນໃຫ້ແກ່ລູກຄ້າ ທີ່ໄດ້ຈອງປີ້ຍົນໄວ້ກ່ອນລ່ວງໜ້າຫຼັງຈາກ ວັນທີ 29 ມyນາ 2020 ນີ້ ແລະ ແຈ້ງການໃຫ້ຊາບພາຍຫຼັງ ວ່າຖ້ຽວບິນດັ່ງກ່າວ ຈະກັບມາເປີດຄືນເມື່ອໃດ.
ນອກຈາກນີ້ແລ້ວ ເຂດເສຖກິຈພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ກໍປະກາດປິດເປັນຄັ້ງທີ 3 ເຣີ່ມແຕ່ວັນທີ 11 ມິນາ 2020 ນີ້ເປັນຕົ້ນໄປ ອີກ 15 ມື້ບໍ່ໃຫ້ໃນອອກ ຄົນນອກເຂົ້າ ແຕ່ຖ້າຫາກວ່າຄົນພາຍໃນ ມີຈຸດປະສົງ ທີ່ຈະອອກໄປ ກໍອອກໄດ້ ແຕ່ຈະບໍ່ອະນຸຍາດ ໃຫ້ເຂົ້າມາ ຄືນໄດ້ເພື່ອປ້ອງກັນພຍາດ ໂຄວິດ-19 ຣະບາດ.