ໂຄງການປູກກ້ວຍຕ້ອງເຮັດຕາມ ສັນຍາ

ສິດນີ
2014.05.22
F-banana ສວນປູກກ້ວຍ ຂອງນັກລົງທຶນຈີນ ຢູ່ແຂວງ ຜົ້ງສາລີ. ຮູປຖ່າຍ 2012. ໃນເດືອນ ພຶສພາ ປີ 2013 ທາງການແຂວງ ອຸດົມໄຊ ກໍໄດ້ຢຸດ ອອກອະນຸຍາດ ໃຫ້ເຮັດ ສວນກ້ວຍ ລະຍະສອງປີ ເມື່ອພົບວ່າ ມັນທໍາລາຍ ສິ່ງແວດລ້ອມ.
laolandissues.org

 

ຊາວບ້ານ ປະຈູດອນ ເມືອງ ຕະໂອ້ຍ ແຂວງ ສາຣະວັນ ເວົ້າວ່າ ພວກຂະເຈົ້າ ຢາກໃຫ້ ໂຄງການ ປູກກ້ວຍ ແຫ່ງໃຫມ່ ເລີ້ມ ບຸກເບີກ ດິນນາ ແລະ ຕໍ່ໄຟຟ້າ ເຂົ້າບ້ານ ໃຫ້ ຂະເຈົ້າ ຕາມທີ່ ສັນຍາ ກັບ ຊາວບ້ານ ໃນການ ສຳປະທານ ຫລັງຈາກ ທີ່ ຊາວບ້ານ ປະມານ 10 ຄອບຄົວ ໃນ ຈຳນວນ 70 ຄອບຄົວ ໄດ້ດິນ ແຕ່ຍັງ ບໍ່ມີ ໄຟຟ້າ ໃຊ້:

"ກໍມີ ຄວາມຈຳເປັນ ເຣື້ອງ ເຮັດນາ ນີ້ນະ ຈຳເປັນນຶ່ງ ກໍຢາກ ໃຫ້ ທັນປີນີ້ ຣະຍະ ເວລາ ເຮົາ ກໍສັ້ນ ຢູ່ແລ້ວ ກໍຢາກ ໃຫ້ 50-50 ນີ້ ແຫລະ ໃຫ້ມັນ ແລ້ວ 50 ຍັງ 50 ກໍໄດ້ ແລ້ວ ແຕ່ວ່າຕົວ ໄຟຟ້າ ກໍຢາກ ໃຫ້ດ່ວນ ເພາະ ໄຟຟ້າ ໄດ້ຜ່ານ ບ້ານ ແລ້ວເດ".

ທ່ານກ່າວ ຕື່ມວ່າ ຕັ້ງແຕ່ ປາຍປີ 2013 ເປັນຕົ້ນມາ ມີ ໂຄງການ ປູກກ້ວຍ ໃນ ເນື້ອທີ່ ປະມານ 170 ເຮັກຕາ ເຂົ້າມາ ໃນ ຫມູ່ບ້ານ ໂດຍໄດ້ ສັນຍາ ເຊົ່າພື້ນທີ່ ຈາກ ປະຊາຊົນ ໃນ ສັນຍາ ດັ່ງກ່າວ ບໍຣິສັດ ຈະຈັດສັນ ເນື້ອທີ່ ການຜລິດ ບ່ອນໃຫມ່ ໃຫ້ ປະຊາຊົນ ຄອບຄົວ ລະ 1 ເຮັກຕາ ເພື່ອໃຊ້ ປູກຝັງ ແທນ ເນື້ອທີ່ ທີ່ ບໍຣິສັດ ເອົາ ປູກກ້ວຍ ນອກຈາກ ນັ້ນ ບໍຣິສັດ ຍັງຈະຕໍ່ ໄຟຟ້າ ເຂົ້າໃສ່ ບ້ານ ປະຊາຊົນ ນຳອີກ. ແຕ່ ໃນ ປັດຈຸບັນ ສັນຍາ ດັ່ງກ່າວ ຍັງບໍ່ຖືກ ປະຕິບັດ ເລີຍ ຊາວບ້ານ ຈຶ່ງ ຢາກຮຽກຮ້ອງໃ ຫ້ ບຸກເບີກ ທີ່ດິນ ໃຫ້ຂະເຈົ້າ ກ່ອນ ຈະຮອດ ຣະດູຝົນ.

ໂຄງການ ສຳປະທານ ປູກກ້ວຍ ຮ່ວມຫຸ້ນ ຣະຫວ່າງ ບໍຣິສັດ ສາຣະວັນ ອຸດສາຫະກັມ ກະເສດ ກັບ ບໍຣິສັດ ທາຍສິງ ໂດຍ ຈະປູກກ້ວຍ ໃນເນື້ອທີ່ ປະມານ 170 ເຮັກຕາ ຕາມ ແຜນການ ຈະຈ້າງ ຊາວບ້ານ ເປັນ ແຮງງານ ມື້ລະ 40 ພັນກີບ.

ບ້ານ ປະຈູດອນ ເມືອງ ຕະໂອ້ຍ ເຄີຍມີ ບັນຫາ ກ່ຽວກັບ ທີີ່ດິນ ໃນອະດີດ ເຮັດໃຫ້ ຊາວບ້ານ ຫລາຍຄອບຄົວ ບໍ່ທີ່ດິນ ໃນການ ຜລິດ ຍ້ອນເສັຽ ດິນ ໃຫ້ ນານທຶນ ດັ່ງນັ້ນ ເທື່ອນີ້ ຊາວບ້ານ ຈຶ່ງຢາກໃຫ້ ບໍຣິສັດ ປະຕິບັດ ຕາມ ສັນຍາ ກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.