ການສັມມະນາວິທີ ປູກເຂົ້າແບບໃໝ່

ເຈົ້າໜ້າທີ່ ຄະນະ ກະເສດສາດ ມະຫາວິທຍາໄລ ແຫ່ງຊາດລາວ ໄປຮ່ວມ ກອງປະຊຸມ ສັມມະນາ ກ່ຽວກັບ ການປູກເຂົ້າ ແນວໃໝ່ ຢູ່ແຂວງ ປະທຸມທານີ ປະເທດໄທ.
ເຈົ້າໜ້າທີ່ ຄະນະ ກະເສດສາດ ມະຫາວິທຍາໄລ ແຫ່ງຊາດລາວ ໄປຮ່ວມ ກອງປະຊຸມ ສັມມະນາ ກ່ຽວກັບ ການປູກເຂົ້າ ແນວໃໝ່ ຢູ່ແຂວງ ປະທຸມທານີ ປະເທດໄທ. (RFA)

0:00 / 0:00

ເຈົ້າໜ້າທີ່ ກະສິກັມ ລາວ ຈະສເນີ ວິທີປູກເຂົ້າ ແບບໃໝ່ ທີ່ ທັນສມັຍ ແລະ ມີ ປະສິດທິຜົນ ກວ່າທີ່ເຄີຍ ປູກມາ ຕໍ່ ຣັຖບານ.

ເຈົ້າໜ້າທີ່ ຄະນະ ກະເສດສາດ ຈາກ ມະຫາວິທຍາໄລ ແຫ່ງຊາດລາວ ໄປຮ່ວມ ກອງປະຊຸມ ສັມມະນາ ກ່ຽວກັບ ການປູກເຂົ້າ ພັນໃໝ່ ຢູ່ແຂວງ ປະທຸມທານີ ປະເທດໄທ ເມື່ອວັນທີ່ 9 ຈົນເຖິງ ວັນທີ 12 ເດືອນ ເມສາ 2013 ນີ້. ກອງປະຊຸມ ໄດ້ ອະທິບາຍ ເຖິງວິທີ ປູກເຂົ້າ ພັນໃໝ່ ຊຶ່ງປູກດ້ວຍ ຕົ້ນເຂົ້າ ຕົ້ນດຽວ ແລະ ບໍ່ໃຊ້ປຸຍ ວິທຍາສາດ ຊຶ່ງ ນັກຊ່ຽວຊານ ເຊື່ອວ່າ ເປັນ ວິທີປູກເຂົ້າ ທີ່ ທັນສມັຍ ໄດ້ຜົນຫລາຍກວ່າ ບໍ່ເປັນໄພ ຕໍ່ ສິ່ງແວດລ້ອມ. ທ່ານ ສົມພັນ ປາຊູວ່າງ ຮອງ ຄະນະບໍດີ ຄະນະ ກະເສດສາດ ມະຫາວິທຍາໄລ ແຫ່ງຊາດລາວ ຈຶ່ງຈະສເນີ ການປູກເຂົ້າ ແບບໃໝ່ນີ້ ຕໍ່ຣັຖບານ. ດັ່ງທ່ານ ເວົ້າວ່າ:

“ຄິດວ່າ ກັບໄປກໍຄົງ ຈະສເນີຕໍ່ ຣັຖບານວ່າ ຂະເຈົ້າ ຈະຮັບ ໂຄງການນີ້ ຫລືບໍ່ ຖ້າຮັບ ໂຄງການນີ້ ເຮົາກໍຈະ ດຳເນີນ ຕໍ່ໄປ ເພາະວ່າ ເຮົາມານີ້ ໃນນາມ ນັກວິຊາການ ຊື່ໆ ເຮົາກໍບໍ່ໄດ້ ຕັດສິນໃຈວ່າ ຈະຮັບເອົາ ຫລື ບໍ່ຮັບເອົາ.”

ທ່ານ ສົມພັນ ອະທິບາຍ ວ່າ ການປູກເຂົ້າ ແບບໃໝ່ ມີຜົນດີ ຫລາຍຢ່າງ ເຊັ່ນສາມາດ ປູກ ຢູ່ໃນຕາມ ພື້ນທີ່ນ້ອຍໆ ບໍ່ຈຳເປັນຕ້ອງ ເປັນບ່ອນ ຮາບພຽງ ແລະ ກໍທົນທານ ຕໍ່ ສະພາບອາກາດ ໄດ້ດີ ຊຶ່ງ ຕາມແນວຄິດ ສ່ວນໂຕ ເປັນວິທີປູກ ທີ່ເໝາະສົມ ກັບສະພາບ ຢູ່ລາວ. ຄວາມຈິງ ຊາວນາລາວ ຢູ່ບາງແຂວງ ກໍໄດ້ທົດລອງ ປູກເຂົ້າ ຊນິດໃໝ່ ນີ້ແດ່ແລ້ວ ເຊັ່ນ ຢູ່ແຂວງ ໄຊຍະບຸຣີ ແຕ່ ຍັງບໍ່ທັນໄດ້ ຮັບຄວາມ ນິຍົມ ຢ່າງກວ້າງຂວາງ ເທື່ອ ເພາະຊາວນາ ລາວຫລາຍຄົນ ຍັງບໍ່ຮູ້ ຜົນດີ ຂອງ ວິທີການໃໝ່ ດັ່ງກ່າວ. ແຕ່ໃດມາ ຊາວນາລາວ ຍັງປູກເຂົ້າ ຕາມວິທີ ເກົ່າ ບໍ່ມີຜົນ ຜລິດສູງ ປັດຈຸບັນ ໃຊ້ປຸຍ ວິທຍາສາດ ຫລາຍ ເປັນອັນຕຣາຍ ຕໍ່ຄຸນນະພາບ ຂອງດິນ ແລະ ສິ່ງແວດລ້ອມ.