ທາງການລາວສັ່ງໂຈະ 41 ບໍຣິສັດ

ທາງການລາວ ສັ່ງໃຫ້ 41 ບໍຣິສັດ ທີ່ບໍ່ໄດ້ ມາຕຖານ ແລະ ບໍ່ດໍາເນີນ ວຽກງານ ທຸຣະກິດ ໃຫ້ໂຈະ ຊົ່ວຄາວ.

ໃນກອງປະຊຸມ ສະພາແຫ່ງຊາດ ຄັ້ງທີ 8 ຊຸດທີ 8 ຍານາງ ບົວຄໍາ ທິບພະວົງ ສສຊ ເຂດເລືອກຕັ້ງ ທີ 1 ນະຄອນຫຼວງວຽງຈັນ ກ່າວເນັ້ນເຖິງ ບັນຫາ ການແອບແຝງ ລົງທຶນເຮັດທຸຣະກິດ ໃນລາວ ເພື່ອຜົນປໂຍດ ສ່ວນຕົວ ຮູບພາບຈາກ : ວີດີໂອ ເສຖກິດການຄ້າ

ກົມທະບຽນ ແລະ ວິສາຫະກິດ ກະຊວງອຸດສາຫະກັມ ແລະການຄ້າຂອງລາວ ສັ່ງໂຈະຊົ່ວຄາວບໍ່ໃຫ້ 41 ບໍຣິສັດ ໃນທົ່ວປະເທດນັບແຕ່ ວັນທີ 6 ທັນວາ 2019 ເປັນຕົ້ນໄປ, ຍ້ອນເປັນບໍຣິສັດ ທີ່ບໍ່ໄດ້ມາຕຖານວິສາຫະກິດ, ບໍ່ມີການເຄື່ອນໄຫວ ທຸຣະກິດ ແລະ ບໍ່ຣາຍງານຜົນ ດໍາເນີນທຸຣະກິດ ໃຫ້ທາງການຮັບຮູ້, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ກົມທະບຽນ ແລະຄຸ້ມຄອງວິສາຫະກິດ ຕໍ່ RFA ໃນມື້ວັນທີ 9 ທັນວາ ນີ້:

“ແມ່ນ ຂະເຈົ້າບໍ່ມາ, ໄທເຮົາກໍເລີຍໄດ້ອອກແຈ້ງໂຈະໄບ ວິສາຫະກິດຊົ່ວຄາວ ເພື່ອໃຫ້ເວລາອີກ 30 ວັນເນາະ ຮອດວັນທີ 10 ເດືອນ 1 ເບາະ ເຮົາໃຫ້ເວລາຫັ້ນນະ.”

ທ່ານເວົ້າວ່າ ທັງ 41 ບໍຣິສັດ ເປັນຕົ້ນ ບໍຣິສັດທີ່ເປັນເຈົ້າຂອງໂຮງໝໍແພດ ພື້ນເມືອງ ລາວ-ຈີນ ແຂວງບໍ່ແກ້ວ, ບໍຣິສັດລາວເຟີງເສີ່ນ ການຄ້າ ແລະ ບໍຣິສັດຮ່ວມທຶນ ລາວ-ຈີນ ການຄ້າວັສດຸກໍ່ສ້າງ ຈະຕ້ອງເຂົ້າມາຣາຍງານ ຊີ້ແຈງສະພາບການເຄື່ອນໄຫວ ທຸຣະກິດຂອງຕົນ ຕໍ່ເຈົ້າໜ້າທີ່ທະບຽນ ວິສາຫະກິດ ບໍ່ໃຫ້ກາຍວັນທີ 10 ມົກກະຣາ 2020. ຫາກບໍ່ມາຣາຍງານຕາມຄໍາສັ່ງ ກໍຈະບໍ່ໃຫ້ດໍາເນີນກິຈການ ແບບ ຖາວອນ ຕາມຣະບຽບກົດໝາຍ.

ເຈົ້າໜ້າທີ່ກະຊວງອຸດສາຫະກັມ ແລະການຄ້າ ທ່ານນຶ່ງ ກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ບໍຣິສັດທີ່ຖືກກົມທະບຽນ ສັ່ງໃຫ້ໂຈະກິຈການ ນັ້ນ ສ່ວນຫລາຍເປັນບໍຣິສັດຈີນ ທີ່ເຂົ້າມາລົງທຶນ ດ້ານການກໍ່ສ້າງ ຂົວທາງ, ອະສັງຫາຣິມາຊັບ, ເປີດຮ້ານຂາຍເຄື່ອງ ແຕ່ບໍ່ມີການ ເຄື່ອນໄຫວ ທາງທຸຣະກິດ ເຮັດໃຫ້ບໍ່ມີຄວາມນ່າເຊື່ອຖື, ຂາດມາຕຖານ, ຈຶ່ງຖືກສັ່ງໂຈະເພື່ອກວດສອບ:

“ສັ່ງໂຈະຊົ່ວຄາວ ມັນຍັງບໍ່ທັນໄດ້ມາຕຖານ ຖືວ່າເພິ່ນຕ້ອງໄດ້ແນະນໍາແລ້ວນະ ເພິ່ນໃຫ້ປັບປຸງກ່ອນວ່າຊັ້ນ ແລ້ວມາແລ້ວຫັ້ນ ເພິ່ນກໍສິໃຫ້ ເບິ່ງອີກເທື່ອນຶ່ງ ສິໃຫ້ເປີດບໍ່.”

ກ່ຽວກັບບັນຫາການກວດກາບໍຣິສັດ ທີ່ເຂົ້າມາດໍາເນີນທຸຣະກິດ ແບບບໍ່ຖືກຕ້ອງຕາມຣະບຽບກົດໝາຍ ໃນລາວ ຍານາງ ບັວຄໍາ ທິບພະວົງ ສະມາຊິກສະພາແຫ່ງຊາດ ເຂດນຶ່ງ ນະຄອນຫຼວງວຽງຈັນ ໄດ້ສເນີໃຫ້ຣັຖບານລາວ ເຂັ້ມງວດກວດກາຄືນທັງໝົດ ຫາກພົບວ່າບໍຣິສັດໃດ ຫລືມີເຈົ້າໜ້າທີ່ຄົນໃດ ທີ່ຣະເມີດຣະບຽບກົດໝາຍ ຕ້ອງຖືກດໍາເນີນຄະດີ ຂັ້ນເດັດຂາດ:

“ພະນັກງານຜູ້ປະກອບການຮ່ວມກັນເດ໊ ນັບແຕ່ບ້ານຂຶ້ນມາເຮົາກໍຮູ້ດີເດ໊ ເຮົາລົງວິນັຍໃຫ້ມັນເຖິງຖອງເບິ່ງເນາະ ເອົາມັນຄັກໆເບິ່ງເນາະ ໃຫ້ມັນເຫັນກັບຕາ ໄປກັບຕາໂລດເບາະ ຍາກ ມີແຕ່ສເນີແຫລະເນາະ ສເນີວິທີແກ້ທີ່ເວົ້າມາ ລອງເຄັ່ງຄັດ ເດັດຂາດຕໍ່ການປະຕິບັດເນາະ.”

ໃນປີ 2019 ນີ້ ກົມທະບຽນແລະຄຸ້ມຄອງວິສາຫະກິດ ໄດ້ສັ່ງໃຫ້ບໍຣິສັດວິສາຫະກິດ ພາຍໃນປະເທດ ແລະຕ່າງປະເທດ ທີ່ບໍ່ໄດ້ມາຕຖານ ແລະ ບໍ່ມີການເຄື່ອນໄຫວ ທາງທຸຣະກິດ ໂຈະຊົ່ວຄາວໄປແລ້ວ ເກືອບເຖິງ 300 ບໍຣິສັດ ແລະ ກໍຈະສືບຕໍ່ກວດກາ ເພື່ອເກັບພາສີອາກອນ ນໍາບໍຣິສັດວິສາຫະກິດຕ່າງໆ ໃຫ້ໄດ້ຕາມຣະບຽບການ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org