ການຊື້ຈ້າງ ເຂົ້າຮຽນ ມ.ຊ. ຍັງມີຢູ່

ມະຫາວິທຍາໄລ ແຫ່ງຊາດ ສປປ ລາວ
ມະຫາວິທຍາໄລ ແຫ່ງຊາດ ສປປ ລາວ (RFA/LX)

0:00 / 0:00

ອະດີດ ນັກສືກສາ ມະຫາວິທຍາລັຍ ແຫ່ງຊາດ ເວົ້າວ່າ ການຊື້ຈ້າງ ເຂົ້າຮຽນ ໃນມະຫາວິທຍາລັຍ ແຫ່ງຊາດລາວ ຍັງມີຫລາຍຢູ່. ພໍ່ແມ່ ນັກຮຽນ ຊື້ຈ້າງ ອາຈານໃຫຍ່ ບາງຄົນ ເປັນເງີນ ຫລັກແສນບາດ ຫລື 20 ປາຍລ້ານກີບ ຕໍ່ນັກຮຽນຄົນນຶ່ງ, ດັ່ງ ນາງກ່າວ ຕໍ່ເອເຊັຽເສຣີ ໃນມື້ວັນທີ 20 ກັນຍານີ້ ວ່າ:
"ຈິດໃຈ ຈັນຍາບັນ ຂອງອາຈານ ກໍມີ ແຕ່ບາງຄົນ ກໍບໍ່ມີ ບາງຄົນ ກໍຄິດ ຜົລປະໂຍດ ບາງຄົນ ລັກເຮັດກໍມີ ເຮັດແລ້ວ ເຂົາກໍໄດ້ເງີນ ຂະເຈົ້າ ບໍ່ໄດ້ເອົາ ຣາຄາຖືກໆ ເຂົາຕີລາຄາ ໄປເລີຍແສນບາດ ເຈົ້າບໍ່ຕ້ອງເສັງ ເຂົ້າໄປເລີຍ ນາຍຜູ້ໃຫຍ່ ກໍເອົາລູກເຂົ້າ ໂດຍທີ່ວ່າ ລູກຫັ້ນເສເພ ບໍ່ຕັ້ງໃຈຮຽນ ແລ້ວ ຜູ້ທີ່ຢາກຮຽນອີ່ຫລີ ກໍບໍ່ໄດ້ເຂົ້າ ຫັ້ນນ່າ."
ທ່ານກ່າວ ຕື່ມວ່າ ບັນຫາການໃຊ້ ເງິນຊື້ຈ້າງ ເຂົ້າຮຽນນີ້ ມີມາແຕ່ດົນແລ້ວ. ນັກສືກສາ ທີ່ເຂົ້າຮຽນແບບນີ້ ສ່ວນໃຫຍ່ ຈະເປັນລູກຫລານ ຂັ້ນເທີງ ຣະດັບສູງ ຮູ້ຈັກກັບ ເຈົ້າຫນ້າທີ່ ພາຍໃນ ມະຫາວິທຍາລັຍ ຫລື ມີຄອບຄົວ ເຮັດວຽກ ເປັນອາຈານສອນ ໃນມະຫາວີທຍາລັຍ.
ທ່ານວ່າ ນັກສືກສາ ທີ່ຈ້າງເຂົ້າຮຽນ ສ່ວນໃຫຍ່ ຈະບໍ່ຕັ້ງໃຈຮຽນ ຮຽນບໍ່ເກັ່ງ ຍ້ອນຂະເຈົ້າ ບໍ່ພຍາຍາມ ຫຍັງເລີຍ ບາງຄົນ ກໍບໍ່ມາເສັງ ສຸດທ້າຍ ກໍຊື້ໃບປະກາດ ສະນີຍະບັດ ຈົບການສືກສາ ເໝືອນນັກຮຽນທົ່ວໄປ.
"ມຊ ມັນເລີ້ມເຂົ້າ ຍາກແລ້ວ ເພາະ ທາງຣັຖມົນຕຣີ ກະຊວງສືກສາ ເພິ່ນເວົ້າວ່າ ເຈົ້າຄະແນນບໍ່ດີ ບາງຄັ້ງ ກໍຊື້ໃບປະກາດ ເອົາຊີ່ຫນ່າ ມັນມີ ເສັ້ນລູກຫລານ ເອົາເຂົ້າ ອີ່ຫຍັງ ປະມານນີ້ແຫລະ ແລ້ວໃຫ້ເສັງໃຫມ່ ເພື່ອບໍ່ຢາກໃຫ້ ເປັນແບບນັ້ນ ຕ້ອງການ ຢາກໄດ້ຄົນ ທີ່ຂະເຈົ້າຕັ້ງໃຈ ຢາກຮຽນ ອີ່ຫລີ່ ຫັ້ນນ່າ ແລ້ວມະຫາວີທຍາລັຍ ແຫ່ງຊາດນໍ ຜູ້ອຳນວຍການນີ້ ຂະເຈົ້າ ບໍ່ເຫັນດີ ຢູ່ແລ້ວ ຖ້າຮູ້ ຂະເຈົ້າ ກໍຕ້ອງມີການໃສ່ໂທດ ຫລືວ່າ ໄລ່ອອກ ພຸ້ນແຫລະ."
ແຕ່ເຖິງຢ່າງໃດ ກໍຕາມ, ການຊື້ຈ້າງ ເຂົ້າຮຽນ ໃນສຖາບັນ ຣະດັບສູງ ໃນລາວ ບໍ່ແມ່ນ ແຕ່ໃນສະເພາະ ມະຫາວີທຍາລັຍ ແຫ່ງຊາດ ເທົ່ານັ້ນ ຍັງເກີດຂຶ້ນ ໃນຫລາຍ ສຖາບັນ ນຳອີກ, ເປັນຕົ້ນ ມະຫາວິທຍາລັຍ ການແພດ, ກົດຫມາຍ, ເສຖກິດ ແລະ ການປົກຄອງ.