ເຣື້ອງທີ່ເກັບບັນທຶກໄວ້
2024-09-13
ການແກ້ໄຂບັນຫາຄວາມທຸກຍາກ ໃນປະເທດລາວໃຫ້ໄດ້ທົ່ວທຸກແຂວງ ຍັງເປັນເລື່ອງທີ່ປະຕິບັດໄດ້ຍາກຍ້ອນວ່າ ລັດຖະບານຂາດແຄນງົບປະມານ ທີ່ຈະພັດທະນາ ຂະນະທີ່ປັດຈຸບັນ ເສດຖະກິດຂອງລາວຍັງມີບັນຫາ ພ້ອມທັງເງິນກີບເຟີ້ ແລະອ່ອນຄ່າ ສົ່ງຜົນເຮັດໃຫ້ຄ່າຄອງຊີບສູງ ແລະ ຍັງເກີດໄພພິບັດນໍ້າຖ້ວມຕໍ່ເນື່ອງທຸກປີ.
2024-09-13
ບໍລິສັດ ຮົງກົງ ທຽນຊີ ຈໍາກັດ ຊຶ່ງເປັນຂອງນັກລົງທຶນຈີນ ໃຫ້ຄົນງານຂອງຕົນດຸດສວນມັນຕົ້ນ ຂອງປະຊາຊົນ ບ້ານໜອງມ່ວງ ເມືອງສະໜາມໄຊ ແຂວງອັດຕະປື ເພື່ອປູກໝາກຖົ່ວລຽນ ໂດຍໃຫ້ຄ່າຊົດເຊີຍຄວາມເສຍຫາຍໜ້ອຍ ເຮັດໃຫ້ຊາວສວນມັນຕົ້ນ ປະຕິເສດ ບໍ່ຮັບເອົາຄ່າຊົດເຊີຍນັ້ນ.
2024-09-12
ຊາວບ້ານເກີດຄວາມກັງວົນໃຈກັບຄ່າຊົດ ໃນໂຄງການພັດທະນາເມືອງທັນສະໄໝ ນະຄອນຫຼວງ 450 ປີ ທີ່ຈະສ້າງຂຶ້ນໃນເຂດເມືອງໄຊເສດຖາ ແລະເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນນັ້ນ ຍັງຢູ່ໃນຂັ້ນຕອນ ຂອງການຫາລືເລື່ອງຄ່າຊົດເຊີຍຄວາມເສຍຫາຍ ກັບຊາວບ້ານ.
2024-09-11
ເຈົ້າໜ້າທີ່ ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ຈັບກຸມ ແລະ ສຶກສາອົບຮົມກຸ່ມແກ້ງຄ້າຂາຍສິ່ງເສບຕິດ ແລະ ລັກລົດ ຈໍານວນ 31 ຄົນ ລວມທັງຍຶດພາຫະນະ ໄດ້ຈໍານວນ 32 ຄັນ.
2024-09-10
ຊາວລາວຈຳນວນຫຼາຍ ຍັງຫຼັ່ງໄຫຼໄປເຮັດວຽກ ຢູ່ນອກປະເທດ ຍ້ອນເສດຖະກິດພາຍໃນ ຝືດເຄືອງ ແລະ ສ່ວນໃຫຍ່ ຄົນງານລາວ ແມ່ນຕ້ອງການໂອກາດ ໃນການໄດ້ວຽກເຮັດງານທຳ ທີ່ລາຍໄດ້ສູງ ເມື່ອທຽບໃສ່ການເຮັດວຽກ ຢູ່ພາຍໃນປະເທດລາວ.
2024-09-10
ທາງການລາວ ມີແຜນປັບປຸງສະໜາມບິນສາກົນ ແຂວງຫລວງພຣະບາງ ໃຫ້ທັນສະໄໝ ແລະ ຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ເມືອງມໍລະດົກໂລກ ເພາະວ່າກ່ອນຈະປັບປຸງ ຕ້ອງມີການປະເມີນຜົນຕາມກົດໝາຍ.
2024-09-10
ລັດຖະບານ ໃຫ້ທາງການ ແຂວງຈໍາປາສັກ ກວດຄືນໂຄງການ ລົງທຶນຕ່າງໆທີ່ອະນຸມັດໄປ ຫຼັງຈາກ 6 ເດືອນ ຕົ້ນປີ 2024 ໄດ້ມີການກວດພົບບາງໂຄງການ ບໍ່ມີປະສິດທິພາບ, ຂາດການພັດທະນາ, ມີການລະເມີດກົດໝາຍ.
2024-09-06
ທາງການ ນະຄອນຫຼວງວຽງຈັນ ສັ່ງປິດຮ້ານຊື້-ຂາຍໂລຫະ ພາຍໃນເຂດນະຄອນຫຼວງ ເພາະຜ່ານມາ ມີຄົນລັກເຫຼັກຈາກທາງລົດໄຟລາວ-ຈີນ ແລະທາງດ່ວນໄປຂາຍຫຼາຍເກີນໄປ.
2024-09-06
ປັດຈຸບັນ ທາງການລາວ ໄດ້ເລື່ອນເວລາ ການສົ່ງຄົນງານລາວ ໄປເຮັດວຽກດ້ານການປະມົງ ແລະ ການປຸງແຕ່ງອາຫານທະເລ ຢູ່ ປະເທດມາເລເຊັຍ ຕາມລະບົບ MOU.
2024-09-05
ເຂດເສດຖະກິດບໍ່ເຕນແດນງາມ ມີຄົນງານລາວໜ້ອຍລົງເຖິງເຄິ່ງໜຶ່ງ ຍ້ອນຄົນງານຫຼາຍຄົນ ບໍ່ຢາກເຮັດວຽກຢູ່ເຂດດັ່ງກ່າວ ເພາະເງິນເດືອນຕ່ຳແລະອັນຕະລາຍ.
2024-09-05
ມີການກໍານົດໃຫ້ບໍລິສັດ ແລະອົງການ ຈັດຕັ້ງຕ່າງໆ ຢູ່ປະເທດລາວ ທີ່ປົກກະຕິຈ່າຍເງິນເດືອນ ແລະຄ່າແຮງງານ ໃຫ້ພະນັກງານ ເປັນເງິນຕາຕ່າງປະເທດນັ້ນ ເປັນເງິນກີບ ຕາມອັດຕາແລກປ່ຽນຂອງທາງການ ໃນແຕ່ລະໄລຍະ.
2024-09-05
ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ໄດ້ເປີດສອບເສັງໃນວັນທີ 27 ສິງຫາ 2024 ທີ່ຜ່ານມາເພື່ອຄັດເລືອກເອົານັກສຶກສາ ເຂົ້າຮຽນໃນສົກຮຽນປະຈຳປີ 2024-2025 ຈຳນວນ 360 ຄົນ, ແຕ່ຕົວຈິງມີນັກຮຽນສະມັກສອບ ຈໍານວນ 500 ປາຍຄົນ ເກີນກຳນົດ ສາເຫດກໍ່ຍ້ອນວ່າ ນັກຮຽນຫຼາຍຄົນມີຄວາມຫວັງວ່າ ຮຽນຈົບໄປຈະມີໂອກາດສູງ ໃນການເຂົ້າເຮັດວຽກກັບບໍລິສັດລົດໄຟ ລາວ-ຈີນ.
2024-09-05
ທາງການລາວ ມີແຜນທີ່ຈະປັບໂຄງສ້າງ ຄ່າໄຟຟ້າໃໝ່ ໂດຍຈະຂຶ້ນຄ່າໄຟຟ້າ ລະຫວ່າງປີ 2024 ແລະປີ 2028 ເພື່ອຫຼຸດຜ່ອນພາລະຄ່າໃຊ້ຈ່າຍ, ໜີ້ສິນ ແລະສ້າງຄວາມໝັ້ນຄົງ ໃຫ້ກັບໄຟຟ້າລາວ ເນື່ອງຈາກລັດວິສາຫະກິດໄຟ ຟ້າລາວ ໄດ້ຮັບພາລະຄ່າໃຊ້ຈ່າຍ ແລະຕົ້ນທຶນ ທີ່ສູງຂຶ້ນ.
2024-09-03
ຫຼາຍເປົ້າໝາຍ ການພັດທະນາ ແບບຍືນຍົງ ຫຼື SDGs ໃນລາວ ພົບພໍ້ສິ່ງທ້າທາຍໜັກໜ່ວງ ແລະ ໄດ້ຮັບການດຳເນີນການໄປ ຢ່າງຊັກຊ້າ ຈົນເຮັດໃຫ້ບາງເປົ້າໝາຍ ມີໂອກາດໜ້ອຍ ທີ່ຈະບັນລຸ ຕາມແຜນການ.
2024-09-03
ບໍລິສັດຜະລິດໄຟຟ້າລາວ ມະຫາຊົນ (EDL-Gen) ປະກາດຈະບໍ່ຈ່າຍເງິນປັນຜົນ ໃຫ້ແກ່ຜູ້ຖືຮຸ້ນ ຂອງບໍລິສັດ ຍ້ອນທາງບໍລິສັດ ປະສົບບັນຫາຂາດທຶນ ໃນໄລຍະທີ່ຜ່ານມາ ເຊິ່ງການປະກາດນີ້ ມີຂຶ້ນຢູ່ໃນກອງປະຊຸມຜູ້ຖືຮຸ້ນ ທີ່ຈັດຂຶ້ນເມື່ອວັນທີ 10 ພຶດສະພາ 2024.