ພະນັກງານຣັດຢູ່ໃນສະພາບ ຝືດເຄືອງ

ການເປັນຢູ່ ຂອງ ພະນັກງານ ຣັດ ຢູ່ລາວ ແຮງຝືດເຄືອງ ເພີ້ມຂຶ້ນ ທຸກມື້ ຣັຖບານ ກໍຕັດເງິນ ອຸດໜຸນ ຄ່າຄອງຊີພ ກໍແພງ ຂື້ນນໍາ ເລື້ອຍໆ.

ຜົລປູກຂອງຊາວບ້ານ ໃນແຂວງ ຈໍາປາສັກ RFA/VS

 

ການເປັນຢູ່ ຂອງພະນັກງານຣັດ ຢູ່ລາວ ແຮງຝືດເຄືອງ ເພີ້ມຂຶ້ນທຸກມື້ ຣັຖບານ ກໍຕັດເງິນອຸດໜຸນ ຄ່າຄອງຊີພກໍແພງຂື້ນນໍາເລື້ອຍໆ. ເມື່ອ ສົກງົບປະມານປີກາຍ ຣັຖບານລາວ ໄດ້ໃຫ້ເງິນອຸດໝຸນເຖິງ 7 ແສນ ແລະ 6 ໝື່ນກີບໃຫ້ພະນັກງານຂອງຣັຖແຕ່ລະຄົນເພື່ອຊ່ວຍ ເສັຍຄ່າ ນໍ້າຄ່າໄຟແລະທົ່ວໆໄປ ເພື່ອປັບປຸງຊີວິດການເປັນຢູ່ ໃຫ້ດີຂື້ນ. ແຕ່ເມື່ອຕົກມາສົກງົບປະມານປີນີ້ ຣັຖບານກັບມາປະກາດໂຈະ ການໃຫ້ເງິນ ອຸດໜຸນ ໂດຍໃຫ້ເຫດຜົນວ່າ ຣັຖບານບໍ່ສາມາດ ເກັບພາສີອາກອນໄດ້ ຕາມຣະດັບຄາດໝາຍແລະເງິນທີ່ເກັບມາໄດ້ກໍຮົ່ວໄຫລຫລາຍ. ປັດຈຸ ບັນ ພະນັກງານຂອງຣັຖຄົນນຶ່ງໄດ້ເງິນເດືອນປະມານ 1ລ້ານ 6ແສນກີບ ແຕ່ຄ່າຄອງຊີພສູງກວ່າສອງເທົ່າ. ພະນັກງານ ຜແນກຖແລງຂ່າວ ວັທນະທັມແລະທ່ອງທ່ຽວ ນະຄອນຫລວງວຽງຈັນ ເວົ້າກ່ຽວກັບເຣື່ອງ ນີ້ວ່າ:

“ຄ່າຄອງຊີພ ມັນກໍເພິ້ມຂື້ນນັບແຕ່ ເຂົ້າ ປູປາ ນານໍ້າໄປ ຂຶ້ນໝົດ ເພາະວ່າ ເງິນເດືອນຂຶ້ນ ເຂົາກໍຮູ້ເດ່ ຂຶ້ນມາບັດນີ້ເມື່ອເງິນເດືອນຕັດແລ້ວ ບໍ່ຍອມລົງ ຊີ້ນນີ້ແລ້ວ ຊີ້ນງົວ ກິໂລນຶ່ງແສນແລ້ວດຽວນີ້, 80 ພັນ 90 ພັນ ໝູກໍ 30 ພັນປາຍພຸ້ນອັນນີ້ແມ່ນເຫັນຢ່າງຈະແຈ້ງ ເລີຍວ່າມັນ ຂຶ້ນແຮງ ພວກນໍ້າປູນໍ້າປາ ອີ່ຫຍັງກໍຂື້ນ ຖ້າເປັນ ພະນັກງານວ່າຊັ່ນສາ ແຕ່ວ່າພະນັກງານ ຄືຂ້ອຍນີ້ຄືດຽວ ນີ້ກໍໄດ້ແຕ່ 7-8 ແສນ ນີ້ແລ້ວ ແຕ່ກ່ອນໄດ້ 4-5 ແສນ; ພັດບໍ່ມີເງິນ ອຸດໝຸນ ຕັດໄປ; ແຕ່ກ່ອນໄດ້ຫລາຍເຕີບຢູ່ ໄດ້ລ້ານ ເຈັດລ້ານແປດ ພຸ້ນແລ້ວ.”

ເຖິງຢ່າງໃດກໍຕາມ ພະນັກງານທ່ານນີ້ກໍຍັງໂຊກດີຢູ່ ເມື່ອທຽບໃສ່ພະນັກງານຂອງຣັດ ບັນດາຄຣູອາຈານຢູ່ເຂດຊົນນະບົດ ທີ່ບໍ່ໄດ້ຮັບ ເງິນ ເດືອນຫລືໄດ້ຮັບຊ້າ ເປັນເວລາຫລາຍເດືອນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org