ການແຈ້ງຊັພສິນຂອງພັກຣັດ

ການຣາຍງານຊັພສິນຂອງ ພະນັກງານຣັຖກອນ ໃຫ້ອົງການກວດສອບແຫ່ງຣັດ
ການຣາຍງານຊັພສິນຂອງ ພະນັກງານຣັຖກອນ ໃຫ້ອົງການກວດສອບແຫ່ງຣັດ (RFA/LX)

0:00 / 0:00

ເຈົ້າໜ້າທີ່ ກວດກາ ພັກ-ຣັຖ ທີ່ ຂໍສງວນ ຊື່ ບອກວ່າ ການໃຫ້ ພະນັກງານ ຂອງພັກ ແລະຣັຖ ແຈ້ງ ຊັພສິນ ສ່ວນຕົວ ຕາມ ດໍາຣັດ ນາຍົກ ຣັຖມົນຕຣີ ຊຶ່ງ ເລີ້ມ ປະຕິບັດ ມາຕັ້ງແຕ່ ປີ 2014 ຜ່ານມາ ມາຮອດ ປັດຈຸບັນ ນີ້ ພະນັກງານ ໃນ ຫລາຍ ແຂວງ ກໍໄດ້ແຈ້ງ ໄປເກືອບ ໝົດ ທຸກຄົນ ແລ້ວ ແລະ ໄດ້ສົ່ງ ຣາຍງານ ໄປສູນກາງ ໝົດແລ້ວ. ດັ່ງທ່ານ ໄດ້ກ່າວ:

"ຖືວ່າ ສໍາເຣັດ ໝົດແລ້ວ ໄດ້ຣາຍງານ ໝົດແລ້ວ ໄດ໋ ຖືວ່າ ຣາຍງານ ໃຫ້ ສູນກາງ ຣາຍງານ ໃຫ້ແຂວງ ມັນກໍມີ ຂັ້ນ ຂອງມັນ ຂັ້ນ ສູນກາງ ຄຸ້ມຄອງ ຂັ້ນ ແຂວງ ຄຸ້ມຄອງ ຂັ້ນ ເມືອງ ຄຸ້ມຄອງ".

ທ່ານວ່າ ການແຈ້ງ ຊັພສິນ ສ່ວນຕົວນີ້ ພະນັກງານ ຕັ້ງແຕ່ ຣະດັບ ນ້ອຍ ຮອດ ໃຫຍ່ ຕ້ອງແຈ້ງ ໂດຍ ບໍ່ມີຂໍ້ ຍົກເວັ້ນ ເຊັ່ນວ່າ ມີເງິນ ເທົ່າໃດ, ມີເຮືອນ ຈັກຫລັງ, ມີ ທີ່ດິນ ຈັກຕອນ ແລະ ຣາຄາ ເທົ່າໃດ, ມີຣົດ ຈັກຄັນ, ມີຄໍາ ຈັກບາດ, ເງິນຝາກ ທະນາຄານ ແລະ ຢູ່ ໃນ ກອງທຶນ ມີເທົ່າໃດ.

ທ່ານວ່າ ພະນັກງານ ທຸກຄົນ ໃຫ້ ການ ຮ່ວມມື ໃນ ວຽກງານ ແຈ້ງ ຊັພສິນ ທີ່ວ່າ ນີ້. ແຕ່ ໃນຂນະ ດຽວກັນ ຍັງມີ ບາງແຂວງ ບໍ່ທັນເຮັດ ໄດ້ ສໍາເຣັດ ເທື່ອ ຍ້ອນ ຮວບຮວມ ຂໍ້ມູນ ບໍ່ໄດ້ ໝົດ. ດັ່ງ ເຈົ້າໜ້າທີ່ ເວົ້າວ່າ:

"ຍັງ ບໍ່ແລ້ວ ເທື່ອ ກ່າມໍ່ຊິ ແລ້ວ ມໍ່ຊິແລ້ວ ກ່າຄືບໜ້າ ຫລາຍແລ້ວ ບໍ່ມີຫຍັງ ບໍ່ມີຫຍັງ ເປັນ ອຸປສັກ".

ເມື່ອ ເອເຊັຽເສຣີ ຖາມວ່າ ພາຍຫລັງ ທີ່ ສົ່ງ ເອກສານ ແຈ້ງ ຊັພສິນ ຂອງ ພະນັກງານ ໃນ ແຂວງ ໄປໃຫ້ ສູນກາງ ແລ້ວ ຈະມີການ ປະຕິບັດ ແນວໃດ ຕໍ່, ເຈົ້າໜ້າທີ່ ບໍ່ສາມາດ ຕອບ ຄໍາຖາມ ໄດ້.

ຈຸດປະສົງ ທີ່ ໃຫ້ ພະນັກງານ ພັກ-ຣັຖ ແຈ້ງ ຊັພສິນ ນັ້ນ ກໍເພື່ອ ຫລຸດຜ່ອນ ການ ທຸຈຣິດ ແລະ ສໍ້ຣາສ ບັງຫລວງ ໃນວົງການ ພັກແລະຣັຖ, ແຕ່ຄົນ ທົ່ວໄປ ເຫັນວ່າ ການ ຈັດຕັ້ງ ປະຕິບັດ ໃນຂັ້ນ ຕໍ່ໄປ ນັ້ນ ບໍ່ຮູ້ວ່າ ຈະ ມີແນວໃດ ແລະ ຈະໄດ້ຜົນ ຫລືບໍ່.