ຊັບສິນບໍຣິສັດພີເອັສ ຢູ່ໃນການ ປະເມີນຣາຄາ

ຄນະຮັບຜິດຊອບ ຄະດີ ບໍຣິສັດ ພີເອັສ (PS) ຍັງປະເມີນ ຣາຄາຊັບສິນ ບໍ່ແລ້ວ ເຮັດໃຫ້ ການສົ່ງເງິນຄືນ ໃຫ້ ຜູ້ເສັຽຫາຍ ນັ້ນຊັກຊ້າ.

ບໍຣິສັດ PS ສົ່ງເສີມ ກະສິກັມ ແລະ ອຸດສາຫະກັມ ຄົບວົງຈອນ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ທີ່ໄດ້ຖືກປິດຕໍານານ ໄປແລ້ວ ໂດຍທາງການລາວ RFA/BM

ຄນະສະເພາະກິດ ແລະ ສານຍຸຕິທັມ ຍັງປະເມິນຣາຄາຊັບສິນ ຂອງບໍຣິສັດ PS ບໍ່ແລ້ວ ເຮັດໃຫ້ການສົ່ງເງິນຄືນ ໃຫ້ແກ່ລູກຄ້າຊັກຊ້າ, ອິງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜູ້ຮັບຜິດຊອບຄະດີ ບໍຣິສັດ PS ຜແນກ ສານຍຸຕິທັມ ອົງການ ໄອຍະການສານ ປະຊາຊົນສູງສຸດ ຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 11 ກັນຍາ ນີ້:

“ກໍາລັງດໍາເນິນການຢູ່ເດີ້ ພວກບັງຄັບຄະດີ ຄືຂ້ອຍນີ້ ໜ່າ ເປັນຜູ້ດໍາເນີນການ ດຽວນີ້ກໍາລັງສິປະເມິນ ຣາຄາສຊັບສິນໃຫ້ໝົດ ເປັນແນວ ໃດນັ້ນຫນາ ພວກເຮົາຣາຍງານ ການຈັດຕັ້ງ ໃຫ້ຣັຖມົນຕຣີ ແລ້ວ ສິເປັນແນວໃດ ຈິ່ງວ່າເດີ້ ເພີ່ນກໍເບິ່່ງຕົວຈິງ ບໍ່ທັນວ່າເດີ.”

ທ່ານວ່າ ຍັງບໍ່ທັນໃຫ້ຄໍາຕອບ ໄດ້ເທື່ອວ່າການປະເມິນຊັບສິນດັ່ງກ່າວ ຈະແລ້ວເມືອໃດ ຊິ່ງຣະຍະຜ່ານມາ ຄນະຮັບຜິດຊອບ ບໍຣິສັດ ພິເອັສ ກໍ່ໄດ້ຂາຍນໍ້າດຶ່ມ, ງົວ 32 ໂຕ ມ້າ 1 ໂຕ ຮວມແລ້ວ ບໍ່ຕໍ່າກ່ວາ 10 ຕຶ້ກິບ, ແລະ ຍັງມີຊັບສິນ ສ່ວນຕົວ ຂອງ ນາງສຸກນາລີ ແລະ ທ້າວ ປໍເຮິ ປະເພດ ສາຍຄໍຄໍາ ສາຍແຂນ ທີ່ດິນ, ຣົຖ ແລະເຄື່ອງຈັກຕ່າງໆ ອີກຈໍານວນນື່ງ ທີ່ກໍາລັງຢູ່ໃນຂັ້ນຕອນ ປະເມິນຣາຄາຢູ່.

ສາເຫດທີ່ຕ້ອງປະເມິນ ຣາຄາຊັບສິນ ກໍເພື່ອຈະເອົາຊັບສິນທັງໝົດ ອອກມາປະມູນຂາຍ ເພື່ອຫາເງິນສົດມາຄຶນແກ່ ສະມາຊີິກ ຜູ້ເສັຍຫາຍ ເນື່ອງຈາກຜູ້ຕ້ອງຫາ ບໍ່ມີເງິນສົດເມື່ອປະເມິນຊັບສິນແລ້ວ ຈະ ຕ້ອງສົ່ງຣາຍງານ ໃຫ້ຄນະຣັຖມົນຕຣີ ກະຊວງຍຸຕິທັມ ພິຈາຣະນາ ຕື່ມອີກ ຈິ່ງຈະມີຜົນສລຸບ.

ສະມາຊິກ ບໍຣິສັດ PS ທ່ານນຶ່ງທີ່ລົງທຶນໄປ 100 ລ້ານກິບ ກ່າວຕໍ່ວິທຍຸ ເອເຊັຍເສຣີວ່າ ຍັງບໍ່ທັນໄດ້ເງິນຄຶນເທື່ອ ເພາະຍັງລໍຖ້າ ສານ ຍຸຕິທັມ ຕັດສິນຢູ່ ແຕ່ກໍຫວັງວ່າ ຈະໄດ້ເງິນທີ່ລົງທຶນໄປ ແລ້ວນັ້ນຄຶນໝົດ:

“ຍັງບໍ່ທັນໄດ້ຈ່າຍເນາະ ເພາະວ່າລໍ ລໍສານຕັດສິນ ຍັງບໍ່ທັນໄດ້ຄໍາຕອບ ເອີ້ ຄອງຄືກັນໝົດທຸກຄົນ ແມ່ນແຫລະ ລໍຟັງໄປກ່ອນເນາະ.”

ເມື່ອວັນທີ່ 21 ເດືອນ ພຶສຈິກາ 2018 ສານປະຊາຊົນ ຂັ້ນຕົ້ນ ນະຄອນຫລວງວຽງຈັນ ໄດ້ຕັດສິນຄະດີ ຮ້ອງຟ້ອງບໍຣິສັດ PS ໂດຍມີ ປະທານ ບໍຣິສັດ ພ້ອມພະນັກງານ ຂອງບໍຣິສັດ 12 ຄົນ ໃນນັ້ນ ສານໄດ້ ຕັດສິນໃຫ້ ນາງສຸກນາລີ ຈໍາຄຸກ 29 ປີ ປັບໃຫມ 2.8 ຕຶ້ ປາຍກິບ ແລະ ທ້າວ ປໍເຮີ ຈໍາຄຸກ 27 ປີ ປັບໃຫມ 2.8 ຕື້ກິບ ເຊັ່ນດຽວກັນ ໃນຂໍ້ຫາ ສໍ້ໂກງຊັບສິນ ພົລເມືອງ, ການຟອກເງິນ, ການ ໂຄສະນາ ຕ້ານ ສປປລາວ ການເຕົ້າໂຮມກຸ່ມຄົນ ເພື່ອສ້າງຄວາມ ປັ່ນປ່ວນ ການຊື້-ຂາຍ ອາວຸດ ໂດຍບໍ່ຖຶກຕ້ອງ ຕາມກົດໝາຍ ແລະ ການຄອບຄອງ ຊິ້ນສ່ວນ ຂອງ ອະວັຍວະ ສັດປ່າ ປະເພດຫວງຫ້າມ.

ແຕ່ຕໍ່ມາ ສານປະຊາຊົນສູງສຸດ ໄດ້ຜ່ອນໂທດ ໃຫ້ທັງສອງຄົນ ເຫລືອພຽງ 15 ປີ ເນື່ອງຈາກ ຜູ້ຕ້ອງຫາຮັບສາຣະພາບຄວາມຈິງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org