ບັນຫາ ຄ່າແຮງງານ ໃນໂຄງການ ທາງຣົຖໄຟລາວ-ຈີນ

ນັກວິສະວະກອນ ແລະ ຄົນງານກໍ່ສ້າງ ກໍພວມເລັ່ງມື ໃນການກະຕຽມວຽກງານຕ່າງໆ (TS) ເດືອນ ຕຸລາ 2021.
ນັກວິສະວະກອນ ແລະ ຄົນງານກໍ່ສ້າງ ກໍພວມເລັ່ງມື ໃນການກະຕຽມວຽກງານຕ່າງໆ (TS) ເດືອນ ຕຸລາ 2021. (Photo: RFA)

0:00 / 0:00

ຣັ​ຖ​ບານ​ລາວ ແລະ ຈີນ ໄດ້​ເຮັດພິ​ທີ​ເປີດ​ໂຄງ​ການ ​ທາງ​ຣົ​ຖ​ໄຟ​ ລາວ-ຈີນ ຢ່າງ​ເປັນ​ທາງ​ການ ​ໄປ​ແລ້ວ ໃນ​ວັນ​ທີ 3 ທັນ​ວາ ທີ່​ຜ່ານ​ມາ, ແຕ່ ອີກ​ສິ່ງ​ນຶ່ງ​ທີ່​ຍັງ​ເປັນ​ບັນ​ຫາ ບໍ່​ໄດ້​ຮັບ​ການ​ແກ້​ໄຂ ກໍ​ຄື ກັມ​ກອນ​ລາວຫຼາຍຄົນ ທີ່​ເຮັດ​ວຽກ​ກໍ່​ສ້າງ​ທາງ​ຣົ​ຖ​ໄຟ​ ລາວ-ຈີນ ຍັງ​ບໍ່​ທັນ​ໄດ້​ຮັບ​ຄ່າ​ແຮງ​ງານ. ກັມ​ກອນລາວ ຄົນ​ນຶ່ງ​ທີ່​ເຮັດ​ວຽກ ຢູ່​ໂຄງ​ການ​ທາງ​ຣົ​ຖ​ໄຟ​ລາວ-ຈີນ ຢູ່​ເຂດ​ ບ້ານ ພູ​ຄຳ ເມືອງ​ໄຊ​ທາ​ນີ ນະ​ຄອນ​ຫລວງວຽງ​ຈັນ ໄດ້​ໃຫ້​ສຳ​ພາດ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ:

ນັກ​ຂ່າວ: ເຮົາ​ໄປ​ເຮັດ​ວຽກ​ກັບບໍ​ຣິ​ສັດ​ຈີນ ທີ່​ວ່າ ກໍ່​ສ້າງ​ທາງ​ຣົ​ຖ​ໄຟ​ລາວ-ຈີນ ນີ້ ເຮົາ​ໄດ້​ເງິນ​ສະ​ດວກ​ຢູ່​ເບາະ?

ກັມ​ກອນລາວ: ເງິນ​ຫວະ ເງິນ​ກະ​ບໍ່​ຄ່ອຍ​ສະ​ດວກ​ດີ​ປານ​ໃດ​ແຫຼວ ເປັນ​ນຳ​ບາງ​ຫົວ​ໜ້າ ບາງ​ຫົວ​ໜ້າ​ເຂົາ​ເຈົ້າ​ກະ​ຈ່າຍ​ດີ ບາງ​ຫົວ​ໜ້າ​ເຂົາ​ເຈົ້າ​ກະ​ຢາກ​ກັກ​ເງິນ​ໄວ້.

ນັກ​ຂ່າວ: ອັນ​ນີ້ ເຂົາ​ກັກ​ເງິນ​ໄວ້ ແມ່ນບໍ່​ ນິນະ?

​ກັມ​ກອນ​ລາວ: ໂດຍ ນ້ອງ​ກະ​ໄດ້​ເຊົາ​ວຽກ​ໄດ້​ຮອດ​ເດືອນ​ລະ ເຂົາ​ກະ​ຍັງ​ບໍ່​ຈ່າຍ​ເງິນ​ໃຫ້​ຊ້ຳ​.

ນັກ​ຂ່າວ: ເຂົາ​ຄ້າງ​ຈ່າຍ​ໃຫ້​ເຮົາ​ທໍ່​ໃດ​?

ກັມ​ກອນ​ລາວ: ຂອງ​ນ້ອງ​ຫວະ ປະ​ມານ 4.5 ລ້ານ ກີບ.

ນັກ​ຂ່າວ: ເຂົາ​ຄ້າງ​ຈ່າຍ​ໄດ້​ຈັກ​ເດືອນ ​ລະ​ນິ?

ກັມ​ກອນ​ລາວ: ຂອງ​ນ້ອງ​ປະ​ມານເດືອນ​ນຶ່ງນີ້​ລະ ເຂົາ​ຄ້າງ​ໄວ້ ເຂົາ​ບໍ່​ຈ່າຍນີ້​ນະ.

ນັກ​ຂ່າວ: ເຮົາ​ໄດ້​ໄປ​ທວງ​ເງິນບໍ່?

ກັມ​ກອນ​ລາວ: ໂດຍ ນ້ອງ​ໄປ​ທວງ​ມາ​ໄດ້ 2-3 ເທື່ອ​ລະ.

ນັກ​ຂ່າວ: ລະ​ເຂົາ​ວ່າ​ຈັ່ງ​ໃດ​ລະ?

ກັມ​ກອນ​ລາວ: ເຂົາ​ວ່າ ມີ​ແຕ່ມື້​ອື່ນ ມື້​ອື່​ນ ຢູ່​ຕ​ລອດ​ຈັ່ງ​ຊີ້​ນ່າ ມື້​ອື່ນ​ລະ​ເລື່ອນ​ໆ​ລອດ ລະ​ບໍ່​ຈ່າຍ​ໃຫ້​ຈັກ​ເທື່ອ​ເດ້. ເຂົາ​ອ້າງ​ແຕ່​ວ່າ ບໍ​ຣິ​ສັດ ບໍ່​ຈ່າຍເງິນ​ໃຫ້ ມີ​ແຕ່​ເຂົາ​ເຈົ້າ​ອ້າງວ່າ ບໍ​ຣິ​ສັດແມ່ບໍ່​ຈ່າຍ​ເງິນ​ໃຫ້​ຈັກ​ເທື່ອ. ນ້ອງ​ເຮັດ​ວຽກ​ແບບ​ທາ​ສີ​ຈັ່ງ​ຊີ້​ນ່າ ເຮັດ​ວຽກ​ສີ.

ນັກ​ຂ່າວ: ແຕ່​ວ່າ ກະ​ຍັງ​ບໍ່​ທັນ​ໄດ້​ແມ່ນບໍ່?

ກັມ​ກອນ​ລາວ: ໂດຍ​ແມ່ນ​ລະ ບໍ່​ທັນ​ໄດ້.

ນັກ​ຂ່າວ: ກະ​ທວງ​ຢູ່​ຕ​ລອດ​ ແມ່​ນບໍ່?

ກັມ​ກອນ​ລາວ: ໂດຍ​ໄປ​ທວງ ແຕ່​ເຂົາ​ເຈົ້າ​ກະ​ຍັງ​ບໍ່​ຈ່າຍ ມີ​ແຕ່​ເຂົາ​ວ່າ ມື້​ອື່ນ ມື້​ຮື​ເດີ ແຕ່​ເຮົາ​ໄປ​ຖາມ​ພັດ​ຍັງ​ບໍ່​ໄດ້​ອີກ. ໄປ​ຖາມ​ອີກ ເອີ ອີກ​ 2-3 ມື້ ເຈົ້າ​ມາ​ເອົາ​ເດີ.

ຂັ້ນ​ເຮົາ​ຖາມ​ເຂົາ​ວ່າ ມື້​ໃດ​ຊິ​ໄດ້​ເງິນ​ແທ້ ເຂົາ​ກະ​ມີ​ແຕ່​ວ່າ ບໍ​ຣິ​ສັດ ແມ່​ຍັງ​ບໍ່​ທັນ​ຈ່າຍ​ເງິນ​ໃຫ້​ເທື່ອ.

ນັກ​ຂ່າວ: ມີ​ຫຼາຍ​ຄົນ​ ​ທີ່​ວ່າບໍ່​ໄດ້​ເງິນ​ຫັ້ນ​ນະ?

ກັມ​ກອນ​ລາວ: ກະ​ຊິ​ຫຼາຍ​ຄົນ​ຢູ່ ຄົນ​ທີ່​ເຮັດ​ວຽກ​ນຳ​ນ້ອງ​ນີ້​ກະ​ຫຼາຍຄົນ​ຢູ່​ແຕ່ກີ້ ​ນະ. ແຕ່​ເຂົາ​ເຈົ້າ​ບາງ​ຄົນ​ກໍ​ອົດ​ທົນ​ເຮັດ​ ຖ້າ​ໄປ ເຂົາ​ເຈົ້າ​ກໍ​ມີ​ຄວມຫວັງ​ວ່າ ບາງມື້​ ອາ​ຈ​ໄດ້​ເງິນ​ຈັ່ງ​ຊີ້​ນະ ແຕ່​ນ້ອງ​ເບິ່ງ​ແບບ​ແປກ​ໆ​ລະ ນ້ອງ​ກໍ​ເລີຍ​ຖອນ​ໂຕ​ກ່ອນ ຊິ​ນະ.

ນັ​ກ​ຂ່າວ: ອັນ​ນີ້ ຢູ່ ເຂດ​ໃດ​ນີ້ ຢູ່​ເຂດ​ບ້ານ​ໃດ​ນີ້ ເຮົາ​ເຮັດ?

ກັມ​ກອນ​ລາວ: ຢູ່​ບ້ານ​ພູ​ຄຳ ເມືອງ​ໄຊ​ທາ​ນີ [ນະ​ຄອນ​ຫລວງວຽງ​ຈັນ]

ນັກ​ຂ່າວ: ມີ​ກັມ​ກອນ​ຈັກ​ຄົນ​ທີ່​ວ່າບໍ່​ໄດ້​ເງິນ?

ກັມ​ກອນ​ລາວ: ກະ​ຫຼາຍ​ຄົນ​ຢູ່ ປະ​ມານ…ຫາ 20 ຄົນ​ນີ້​ແຫຼະ ແຕ່​ວ່າ​ ນາຍ​ໜ້າ​ອື່ນ​ນ້ອງ​ກະ​ບໍ່​ຮູ້​ນະ ກະ​ມີ​ຫຼາຍໆ ນາຍ​ໜ້າ​ຢູ່. ໄດ້​ຍິນ​ຄົນ​ເຂົາ​ເຈົ້າ​ເວົ້າ​ຢູ່​ວ່າ ບໍ່​ໄດ້​ເງິນ ເຂົາ​ເຈົ້າ​ວ່າ ບໍ​ຣິ​ສັດ​ແມ່ບໍ່​ຈ່າຍ​ໃຫ້ ຫົວ​ໜ້າ​ກັມ​ກອນ ກໍ​ເລີຍບໍ່​ມີ​ເງິນ​ຈ່າຍ​ໃຫ້​ລູກ​ນ້ອງ.

ນັກ​ຂ່າວ: ກັມ​ກອນ ຢູ່​ເຂດ​ບ້ານ​ພູ​ຄຳ​ຫັ້ນ ມີ​ປະ​ມານ 10 ປາຍ ຫາ 20 ຄົນ ແມ່ນບໍ່ ທີ່​ຍັງ​ບໍ່​ທັນ​ໄດ້​ເງິນ​ຫັ້ນ​ນະ?

ກັມ​ກອນ​ລາວ: ໂດຍ​ແມ່ນ​ລະ ອາ​ຈ​ຫຼາຍກວ່າ​ນັ້ນ​ກໍ​ມີ ເພາະ​ວ່າ ມັນ​ມີ​ຫຼາຍ​ຫົວ​ໜ້າ ຫຼາຍ​ນາຍ​ໜ້າ​ທີ່​ມາ​ຮັບ​ເໝົາ ກັບ​ບໍ​ຣິ​ສັດ ກະ​ໄດ້​ຍິນ​ເຂົາ​ເຈົ້າ​ເວົ້າ​ຫຼາຍ​ຄົນ​ຢູ່ ວ່າ ກັມ​ກອນ​ຢູ່​ຫັ້ນ​ກະ​ປະ​ມານ 100 ປາຍ​ຄົນ​ນີ້​ແຫຼະ ໄດ້​ຍິນ​ເຂົາ​ເຈົ້າ​ປະ​ທ້ວງ​ຫຼາຍ​ຄົນ​ຢູ່​ວ່າ ບໍ່​ໄດ້​ເງິນ.

ກັມ​ກອນ​ລາວອີກ​ທ່າ​ນ​ນຶ່ງ ໄດ້​ໃຫ້​ສຳ​ພາດ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ ເຖິງວ່າ ຈະ​ໄດ້​ຄ່າ​ແຮງ​ງານ ແຕ່​ກໍ​ໄດ້​ຊ້າ ແຕ່​ ບາງ​ຄົນ​ທີ່​ເຮັດ​ວຽກ​ນຳ​ກັນ ກໍ​ຍັງ​ບໍ່​ໄດ້ກໍ​ມີ.

ກັມ​ກອ​ນ​ລາວ: ຊ້າ​ຫັ້ນ​ແຫຼ ບາງ​ຄົນ​ກໍ​ຍັງ​ບໍ່​ໄດ້​ເງິນ​ເງິນ 200-300 ລ້ານ ກໍ​ຍັງ​ບໍ່​ໄດ້.

ນັກ​ຂ່າວ: ເຮົາ​ກະ​ໄດ້​ນຳ​ເຂົາ​ລະ​ເບາະ?

ກັມ​ກອນ​ລາວ: ສ່ວນ​ເຮົາ​ນີ້​ໄດ້​ແລ້ວ ມັນ​ຫາກ​ໄດ້​ຊ້າ ຫາກໍ່​ໄດ້​ວ່າງນີ້​ນ່າ ວ່າງ​ນຶ່ງນີ້​ນ່າ.

ນັກ​ຂ່າວ: ເຂົາ​ຕິດ​ໜີ້​ເຮົາ​ທໍ່​ໃດ​ລະ ເຮົາ​ຈັ່ງ​ຄ່ອຍ​ໄດ້​ນີ້​ນະ?

ກັມ​ກອນ​ລາວ: ອ້າວ​ມັນ​ຫຼາຍ​ຄົນ​ເນາະ ຜູ່ນຶ່ງ 4-5 ລ້ານ, 7-8 ລ້ານ. ມັນ​ຫຼາຍ​ຄົນ ກະ​ຫຼາຍ 10 ລ້ານ​ເດ້.

ນັກ​ຂ່າວ: ແຕ່​ວ່າ ໃນ​ສ່ວນ​ຂອງ​ເຮົາ​ນີ້ ເຂົາ​ຕິດ​ເທົ່າ​ໃດ?

ກັມ​ກອນ​ລາວ: ກະ​ຍັງ​ເຫຼືອ​ປະ​ມານ​ເທົ່າ​ໃດ​ນຶ່ງ ໝ້ອງ 20 ລ້ານ ນີ້​ບໍ້.

ນັກ​ຂ່າວ: ດົນ​ປານ​ໃດ​ລະ ເຂົາ​ຈັ່ງ​ຄ່ອຍ​ຈ່າຍ​ໃຫ້​ເຮົ​າ?

ກັມ​ກອນ​ລາວ: ໂອ້ ມັນ​ບໍ່​ມີ​ກຳ​ນົດ​ນ່າ​ເຣື່ອງນີ້ ມັນ​ບໍ່​ມີ​ກຳ​ນົດ​ນ່າ. ມີ​ແຕ່​ນັດ​ວັນ​ທີຕ​ລອດ ນັດ​ມື້​ຕ​ລອດ ນັດ​ເດືອນ​ຕ​ລອດ. ເດືອນ​ລາວ​ ເດືອນ​ຈີນ ມັນ​ບໍ່​ແນ່​ນອນ ຄື​ຕ່າງ​ປະ​ເທດ​ເດ້.

ນັກ​ຂ່າວ: ບໍ່​ແນ່ນອນ​ໝາຍ​ຄວາມ​ວ່າ ເຂົາ​ເຍີ້ນ​ເບາະ?

ກັມ​ກອນ​ລາວ: ທັງ​ບໍ​ຣິ​ສັດ​ແມ່​ເຂົາ ເຈົ້າ​ຂອງ​ສ​ຖານ​ນີ​ຣົ​ຖ​ໄຟ​ພຸ້ນ​ແຫຼະ ເຂົາ​ບໍ່​ປ່ອຍ​ເງິນ​ອອກ​ມາ​ໃຫ້​ພວກ​ຮັ​ບ​ເໝົາ​ຕໍ່​ເຂົາ​ຫັ້ນ​ນ່າ. ບາດນີ້ ພວກ​ເຮົາ​ມັນ​ກະ​ໄດ້​ຊ້າ ບາງ​ຄົນ​ເປັນ ຕື້ ສອງ​ຕື້ ກະ​ຍັງ​ບໍ່​ທັນ​ໄດ້​ເທື່ອ​ປານນີ້.ສ່ວນ​ວ່າ ກັມ​ກອນ​ລາວອີກ​ທ່ານ​ນຶ່ງ ທີ່​ເຮັດ​ວຽກ​ກໍ່​ສ້າງ​ທາງ​ຣົ​ຖ​ໄຟ​ລາວ-ຈີນ ຢູ່ເຂດ​ບ້ານ​ດົງ​ໂພນ​ແຮ່ ແລະ ບ້ານ​ດົງ​ໂພ​ສີ ເມືອງ​ຫາ​ຊາຍ​ຟອງ ນະ​ຄອນ​ຫລວງວຽງ​ຈັນ ໄດ້​ໃຫ້​ສຳ​ພາດ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ ຍັງ​ບໍ່​ທັນ​ໄດ້​ຮັບ​ເງິນ​ຄ່າ​ແຮງ​ງານ​ໝົດ.

ກັມ​ກອນ​ລາວ​: ອາ ໄດ້​ກະ​ຍັງ​ບໍ່​ທັນ​ໝົດ​ເທື່ອ.

ນັກ​ຂ່າວ: ເຫຼືອ​ທໍ່​ໃດ​ລະ​ຕອນນີ້​ນະ?

ກັມ​ກອນ​ລາວ: ຕອນນີ້​ກະ​ຍັງ​ເຫຼືອ 10 ລ້ານນີ້​ແຫຼະ ສ່ວນ​ຂ້ອຍ​ຮັບ​ວຽກ​ກັບ​ຄົນ​ວ​ຽດ ເຫຼືອ​ຜູ່​ລະ​ເລັກ ລະ​ໜ້ອຍ. ຂ້ອຍ​ຮັບ​ນຳ​ຄົນ​ວຽດ​ຫັ້ນ​ກະ​ໂຄງ​ການ​ຣົ​ຖ​ໄຟ ຄື​ກັນ​ຫັ້ນ​ຫຼະເຫຼືອ 5 ລ້ານ ຄົນ​ຈີນ​ຫັ້ນ​ລະ​ເຫຼືອ 15 ລ້ານ ເຫຼືອ 20 ລ້ານ​ນະ​ທັງ​ໝົດ​ຫັ້ນ​ນະ.

ນັກ​ຂ່າວ: 20 ລ້ານ​ທັງ​ໝົດຫັ້ນ​ນະ, ເຮົາ​ກະ​ຍັງ​ເຮັດ​ຢູ່​ຫວະ ຫຼື ເຊົາ​ເຮັດ​ລະ?

ກັມ​ກອນ​ລາວ: ດຽວນີ້​ຂ້ອຍ​ອອກ​ມາ​ເຮັດ​ເອກ​ຊົນ​ກັບ​ຄົນຈີນຄື​ກັນ ແຕ່ ມັນ​ເປັນ​ຂອງ​ສ່ວນ​ໂຕ​ລາວ​ແດ່.

ນັກ​ຂ່າວ: ແຕ່ບໍ່​ແມ່ນ​ໂຄງ​ການ​ທາງ​ຣົ​ຖ​ໄຟ ແມ່​ນ​ເບາະ?

ກັມ​ກອນ​ລາວ: ບໍ່​ແມ່ນ​ແລ້ວ ບໍ່​ແມ່ນ​ແລ້ວ. ຍອມ​ແລ້ວ ເຮັດ​ວຽກ​ຢູ່​ໂຄງ​ການ​ທາງ​ຣົ​ຖ​ໄຟ ຂ້ອຍຍອມ​ແລ້ວ.

ນັກ​ຂ່າວ: ເປັນ​ຫຍັງ​ຄ່ອຍຍອມ.?

ກັມ​ກອນລາວ: ກະ​ເງິນ​ຫັ້ນ​ແຫຼະ ມັນ​ຊ້າ​ໂພດ. ຄົນ​ວຽດ​ກຸ່ມ​ນຶ່ງ​ເຂົາ​ມາ​ນອນ​ເຝົ້າ​ຢູ່​ເຮືອນ​ຈີນ ເຂົາ​ນອນ​ເປັນ​ເດືອນ ສອງ​ເດືອນ​ແລ້ວ ຖ້າ​ເອົາ​ເງິນ​ນຳ​ລາວນິ [ຄົນ​ຈີນ].

ຜູ່​ນຶ່ງ​ຫັ້ນ​ຄົນ​ວຽດ​ເຂົາ​ມາ​ຖາມ​ຂ້ອຍມື້​ເຊົ້າ​ນີ້ ຢູ່​ເຮືອນ​ລາວ​ຢູ່ນີ້ ເຮືອນ​ຄົນ​ຈີນ ທີ່​ຂ້ອຍ​ຮັບ​ເໝົາ​ຕໍ່​ນຳ​ລາວ ຖາມ​ວ່າ ເຫັນ​ເຖົ້າ​ຈີນນີ້ບໍ່. ຂ້ອຍ​ກະ​ວ່າ ຊ້ວງ​ນຶ່ງ ຂ້ອຍ​ເຫັນ​ລາວ​ມາ​ຂົນ​ເຄື່ອງ​ອອກ​ຈາກ​ເຮືອນນີ້. ລະຄົນ​ວຽດ​ວ່າ ຄັນ​ເຫັນ​ລະ​ແຈ້ງ​ຫາ​ແດ່​ວ່າ ລາວ​ກະ​ຕິດ​ໜີ້ 50-60 ລ້ານນີ້. ຈຸ​ຄົນ​ວຽດ​ອີກ​ຕ່າງ​ຫາກ​ເດ້ ເຂົາ​ມາ​ຮັດ​ເໝົາ​ນຳ​ຄົນ​ຈີນ ນຳ​ບໍ​ຣິ​ສັດ​ອັນ​ນີ້.

ນັກ​ຂ່າວ: ລະ​ເຮົາ​ໄດ້​ໄປ​ຍື່ນ​ຄຳ​ຮ້ອງ​ທຸກ​ທາງ​ໃດ​ບໍ່ ຍືນ​ຄຳ​ຮ້ອງ​ໄປ​ຫາ​ບໍ​ຣິ​ສັດ​ແມ່​ທີ່​ວ່​າ ຮັບ​ເໝົາ​ກໍ່​ສ້າງ​ທາງ​ຣົ​ຖ​ໄຟ​ຫັ້ນ​ບໍ່?

ກັມ​ກອນ​ລາວ: ຍັງ​ຍັງ​ຍັງ.

ນັກ​ຂ່າວ: ອັນ​ຈຸດ​ທີ່​ເຮົາ​ກໍ່​ສ້າງແມ່ນ​ໂຕ​ລາງ​ຣົ​ຖ​ໄຟ​ເບາະ ຫຼື ເປັນ​ສາງ​ໃສ່​ເຄື່ອງ ສາງ​ສິນ​ຄ້າ.

ກັມ​ກອນ​ລາວ: ມັນ​ເປັນ​ອູ່​ສ້ອມ​ແປງ​ກັບ ແລະ ບ່ອນ​ເຂົ​າ​ເອີ້ນ​ວ່າ ຫ້ອງ​ລ້າ​ຫ້ອງ​ການ​ເຂົານີ້​ແຫຼະ ກັບ​ໂຕ​ເຂົາ​ເອີ້ນ​ວ່າ​ໂຮງ​ຮຽນ ມັນ​ເປັນ​ໂຮງ​ຮຽນ​ຂອງ​ລາວ​-ຈີນ​ເບາະ. ແຕ່​ວ່າ ຄວາມ​ຈິງ​ຫັ້ນ ມັນ​ເປັນ​ອູ່​ສ້ອມ​ແປງ​ເຄື່ອງ.

ນັກ​ຂ່າວ: ເຮົາ​ເລີ່ມ​ເຮັດ​ກັບ​ໂຄງ​ການ​ທາງ​ຣົ​ຖ​ໄຟ​ລາວ-ຈີນ ມານີ້ ດົນ​ປານ​ໃດ​ລະ.

ກັມ​ກອນ​ລາວ: ຂ້ອຍ​ຫາກໍ່​ເລີ່ມ​ເຂົ້າ​ໄປ​ເຮັດ​ນີ້ ປີ​ກາຍນີ້ ປີ​ນຶ່ງ​ເຕັມໆ ສ​ເພາະ​ເຮັດ​ທາງ​ຣົ​ຖ​ໄຟ ແຕ່​ວ່າ ເຂົາ​ເຮັດ​ລະ​ກ່ອນ​ໜ້ານີ້​ແລ້ວ ແຕ່​ຂ້ອຍບໍ່​ຮູ້ ແລ້ວ​ຂ້ອຍ​ມາ​ເຮັດ​ຫາກໍ່​ໄດ້​ປີ​ນຶ່ງ.

ເອ​ເຊັຽ​ເສ​ຣີ ພ​ະ​ຍາ​ຍາມ ຕິດ​ຕໍ່​ຫາບໍ​ຣິ​ສັດ ທາງ​ຣົ​ຖ​ໄຟ​ລາວ-ຈີນ ເພື່ອ​ຖາມ​ລາຍ​ລະ​ອຽດ​ເຣື່ອງນີ້ ແຕ່ ບໍ່​ສາ​ມາດ​ຕິດ​ຕໍ່​ໄດ້.

ແລະ ເອ​ເຊັຽ​ເສ​ຣີ ກໍ​ໄດ້​ຕິດ​ຕໍ່​ຫາເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ​ຂັ້ນ​ເມືອງ ທ່ານ​ນຶ່ງ ເພື່ອ​ຖາມ​ລາຍ​ລະ​ອຽດ​ກ່ຽວ​ກັບ​ເຣື່ອງນີ້. ໃນ​ເບື້ອງ​ຕົ້ນເຈົ້າ​ໜ້າ​ທີ່​ທ່ານ​ນີ້ ປະ​ຕິ​ເສດ​ທີ່​ຈະ​ໃຫ້​ຄຳ​ເຫັນ​ໃນ​ເຣື່ອງນີ້, ແຕ່ ຕໍ່​ມາ​ ທ່ານ​ກໍ​ຕອບ​ວ່າ ໂຄງ​ການ​ໄດ້​ຈ່າຍ​ໃຫ້​ແລ້ວ.

ເຈົ້າ​ໜ້າ​ທີ່​ເມືອງ ທ່ານ ນີ້ ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ: “ດຽວນີ້​ເຂົາ​ເຈົ້າ​ໄກ່​ເກັ່ຽກັນ ເຂົາ​ເຈົ້າ​ໄດ້​ເງິນ​ໝົດ​ລະ​ເດີ ລະ​ໄປ​ຖາມ​ເຂົາ​ເຈົ້າໃໝ່ ເພາະ​ວ່າ ມີຮ່າງ​ສັນ​ຍາ​ຕ່າງໆ ເຂົາ​ເຈົ້າ​ມີ​ການ​ເບີກ​ຈ່າຍ ມີ​ການ​ເຊັນ​ບັນ​ທຶກ​ສັນ​ຍາ​ກັນ​ຕ່າງໆ ມີ​ການ​ເບີກ​ຈ່າຍ​ກັນ​ແຕ່​ດົນ​ແລ້ວ.”

ບັນ​ຫາ​ການ​ຈ່າຍ​ເງິນ​ຄ່າ​ແຮງ​ງານ ໃຫ້​ກັມ​ກອນ ທີ່​ເຮັດ​ວຽກ​ຢູ່​ທາ​ໂຄງ​ການ​ທາງ​ ຣົ​ຖ​ໄຟ​ລາວ-ຈີນ ເກີດ​ຂຶ້ນ​ເປັນ​ປະ​ຈຳ​ ຈົນ​ເຮັດ​ໃຫ້ກັມ​ກອນ​ລາວ ພາ​ກັນ​ໄປ​ທວງ​ເງິນ​ນຳ​ຜູ້​ຮັບ​ເໝົາ​ຄົນ​ຈີນ ແລະ ຈົນ​ເກີດ​ການ​ຜິດ​ຖຽງ​ກັນ.

  • ໃນ​ເດືອນ​ກັນ​ຍາ 2021, ກັມ​ກອນ​ລາວ​ຫຼາຍ​ຄົນ ​ທີ່​ເຮັດ​ວຽກ​ໂຄງ​ການ​ທາງ​ຣົ​ຖ​ໄຟ​ລາວ-ຈີນ ເຂດ​ບ້ານດົງ​ໂພນ​ແຮ່-ດົງ​ໂພ​ສີ ເມືອງ​ຫາ​ຊາຍ​ຟອງ ນະ​ຄອນ​ຫລວງວຽງ​ຈັນ ກໍ​ພາ​ກັນ​ໄປ​ທວງ​ເອົ​າ​ເງິນ​ນຳ​ເຈົ້າ​ຂອງ​ໂຄງ​ການ​ຄົນ​ຈີນ ຈົນ​ເກີດ​ການ​ຜິດ​ຖຽງ​ກັນ ຍ້ອນ​ວ່າ ຄົນ​ຈີນ​ຍັງ​ບໍ່​ທັນ​ຈ່າຍ​ເງິນ​ໃຫ້.
  • ໃນ​ເດືອນ​ພຶ​ສ​ຈິ​ກາ 2021, ກັມ​ກອນ​ລາວ​ຫຼາຍ​ຄົນ ​ທີ່​ເຮັດ​ວຽກ​ໂຄງ​ການ​ທາງ​ຣົ​ຖ​ໄຟ​ລາວ-ຈີນ ເຂດ​ບ້ານດົງ​ໂພນ​ແຮ່-ດົງ​ໂພ​ສີ ເມືອງ​ຫາ​ຊາຍ​ຟອງ ນະ​ຄອນ​ຫລວງວຽງ​ຈັນ ກໍ​ພາ​ກັນ​ໄປ​ທວງ​ເອົ​າ​ເງິນ​ນຳ​ເຈົ້າ​ຂອງ​ໂຄງ​ການ​ຄົນ​ຈີນ ຈົນ​ເກີດ​ການ​ຕີ​ກັນ ລະ​ລະ​ຫວ່າງ ຄົນ​ລາວ ກັບ ຄົນ​ຈີນ.