ເຊໂປນຕຣຽມປ້ອງກັນ ນໍ້າຖ້ວມບໍ່ແຮ່


2013.05.23
F-sepon-mine ໂຮງງານ ແຍກແຮ່ທາຕ ຄໍາ-ທອງແດງ ເຊໂປນ
Lao-voice

 

ບໍຣິສັດ ຂຸດຄົ້ນ ບໍ່ຄຳ ເຊໂປນ ວາງແຜນ ປ້ອງກັນ ນ້ຳຖ້ວມບໍ່ ໃນຊ່ວງ ຣະດູຝົນ ປີນີ້.

ເຈົ້າຫນ້າທີ່ ບໍ່ຄຳ ເຊໂປນ ທີ່ເມືອງ ວິຣະບູຣີ ແຂວງ ສວັນນະເຂດ ເວົ້າໃນວັນທີ 22 ພຶສພາ 2013 ວ່າ ໃນປັດຈຸບັນ ບໍ່ຄຳເຊໂປນ ໄດ້ຕຣຽມແຜນ ປ້ອງກັນນ້ຳ ຖ້ວມບໍ່ແຮ່ ໃນຊ່ວງ ຣະດູຝົນ ປີນີ້ ຍ້ອນວ່າ ບໍ່ຄຳ ຖືກນໍ້າຖ້ວມ ໃນແຕ່ລະປີ ໄດ້ຮັບຄວາມ ເສັຽຫາຍ ຢ່າງຫນັກ. ທ່ານກ່າວວ່າ:

"ແມ່ນແລ້ວ ພວກເຮົາ ມີ ແຜນການເນາະ ທາງຜແນກ ພວກນີ້ ກໍຈະມີແຜນ ເພາະວ່າຕຣຽມ ພ້ອມຖ້າວ່າ ຝົນຕົກແຮງ ກໍຈະມີຜົລ ກະທົບຢູ່ ເພາະວ່າຈະ ໄປບໍ່ສະດວກ ຫລືວ່າ ນ້ຳຖ້ວມ ເພາະວ່າ ບໍ່ພວກເຮົາ ມັນຈະມີ ແມ່ນ້ຳໄຫລຜ່ານ".

ທ່ານກ່າວ ຕໍ່ໄປວ່າ ໃນປີຜ່ານມາ ບໍ່ຄຳ ບໍ່ທອງແດງ ແລະ ອ່າງບຳບັດ ນ້ຳເສັຽ ມັກຖືກນ້ຳຖ້ວມ ສ້າງຄວາມ ເສັຽຫາຍ ໃຫ້ແກ່ບໍ່ແຮ່ ຄົນງານ ກໍບໍ່ສາມາດ ລົງໄປ ຂຸດແຮ່ທາດ ຕາມ ປົກກະຕິ ໄດ້ ຕ້ອງໄດ້ ລໍຖ້າ ນ້ຳບົກກ່ອນ ຈຶ່ງຈະສາມາດ ຂຸດໄດ້ ຈື່ງເຮັດໃຫ້ ບໍຣິສັດ ຂາດລາຍໄດ້ ຫລາຍ ພໍສົມຄວນ ດ່ັງນັ້ນ ໃນປີນີ້ ຈຶ່ງໄດ້ມີການ ວາງແຜນ ຕຣຽມພ້ອມ ເປັນພິເສດ ໃນການປ້ອງກັນ ນ້ຳຖ້ວມ ບໍ່ແຮ່.

ບໍ່ຄຳເຊໂປນ ມີເນຶ້ອທີ່ ປະມານ 1,250 ເຮັກຕາ ໃນຣະຍະ ການຂຸດຄຳ ມາເປັນເວລາ 10 ປີ ທາງ ບໍຣິສັດ ສາມາດຂຸດ ໄດ້ພຽງແຕ່ 10% ຂອງພຶ້ນທີ່ ທັງຫມົດ ເຈົ້າຫນ້າທີ່ ເຊໂປນ ບອກວ່າ ຄຳອາດ ຈະຫມົດໄປ ໃນປີ 2014 ແລະ ທາງ ບໍຣິສັດ ກໍອາດຂຸດ ຄຳຂາວ ແທນ ຊຶ່ງຫມາຍຄວາມວ່າ ຕ້ອງຂຸດດິນ ເລິກລົງໄປອີກ ເພາະແຮ່ທາດ ຄຳຂາວ ຈະສະສົມຢູ່ ໃນສ່ວນເລິກ ຂອງພຶ້ນດິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.