ຂ.ເຊກອງໃຫ້ຄົນງານຕ່າງດ້າວ ລົງທະບຽນ

ແຂວງເຊກອງ ອອກຄຳສັ່ງ ໃຫ້ ຄົນງານ ຕ່າງດ້າວ ທີ່ ຜິດກົດຫມາຍ ໄປ ລົງທະບຽນ ໃຫ້ຖືກຕ້ອງ ບໍ່ໃຫ້ກາຍ ວັນທີ 26 ມິນາ 2016.

ແຂວງເຊກອງ ປະກອບດ້ວຍ 4 ເມືອງ Screen captured from IVEST Sekong

ຜແນກແຮງງານ ແລະ ສວັດດີການ ສັງຄົມ ແຂວງເຊກອງ ໄດ້ ອອກຄຳສັ່ງ ໃຫ້ ແຮງງານ ຕ່າງດ້າວ ທີ່ເຮັດວຽກ ແບບ ຜິດກົດຫມາຍ ໃນແຂວງ ໄປ ລົງທະບຽນ ບໍ່ໃຫ້ກາຍ ວັນທີ 26 ມີນາ 2016 ນີ້ ເພື່ອປ່ຽນ ສະຖານະພາບ ໃຫ້ຖືກຕ້ອງ ແລະ ມີໃບ ອະນຸຍາດ ເຮັດວຽກ ຫຼື ດຳເນີນ ທຸຣະກິຈ ໄດ້. ດັ່ງ ເຈົ້າຫນ້າທີ່ ຈາກຫ້ອງການ ແຮງງານ ກ່າວຕໍ່ ເອເຊັຽ ເສຣີ ໃນວັນ ທີ 9 ມິນາ ນີ້ວ່າ:

"ໄດ້ມີການ ລົງທະບຽນ ແຮງງານແລ້ວ ເຖິງວັນທີ 26 ເດືອນທີ 3 ນີ້ແຫຼະນະ ຫຼາຍແລ້ວ ຫຼາຍ ເປັນສອງສາມ ຮ້ອຍ ແລ້ວເດ້  ມີມາ ໃນນາມ ອິສຣະ  ແບບວ່າ ບໍ່ມີ ທຳມາຄ້າຂາຍ ແລ້ວກໍມີ ການອອກ ແຮງງານ ແບບ ບໍ່ຮັບເຫມົາ".

ທ່ານກ່າວ ຕື່ມວ່າ ການຕິດຕາມ ກວດກາ ຄົນງານ ຕ່າງດ້າວ ໂດຍສະເພາະ ຄົນວຽດນາມ ທີ່ເຮັດວຽກ ແບບອິສຣະ ໃນ ແຂວງເຊກອງ ປະສົບກັບ ບັນຫາ ຫຍຸ້ງຍາກ ຮ່ວມທັງການ ຮິບໂຮມ ຂໍ້ມູນ ສາເຫດນຶ່ງ ເປັນຍ້ອນ ພູມີປະເທດ ທ່ານກ່າວ ເພີ້ມວ່າ:

"ມີອຸປສັກ ຫຼາຍຢ່າງ ເພາະວ່າ ສະພາບ ພູມີປະເທດ ຂອງ ແຂວງເຊກອງ ເປັນ ພູດອຍ ການໄປມາ ກໍຫຍຸ້ງຍາກ ແລະ ສະພາບການ ເຂົ້າອອກ ຂອງຄົນງານ ທີ່ເຂົ້າມາ ເຮັດວຽກ ກໍ່ບໍ່ເປັນ ປົກກະຕິ ກໍເຂົ້າຕາມ ຣະດູການ ເຂົ້າມາຕາມ ຫນ້າວຽກ ເພາະວ່າ ມີວຽກແລ້ວ ຈຶ່ງ ນຳເຂົ້າມາ ມັນບໍ່ເປັນ ແບບໂຮງງານ ທີ່ວ່າແບບ ເປັນຣະບົບ".

ປັດຈຸບັນ ມີແຮງງານ ຕ່າງດ້າວ ທີ່ເຮັດວຽກ ແບບອິສຣະ ມາລົງທະບຽນ ແລ້ວ ປະມານ 300 ຄົນ ສ່ວນໃຫຍ່ ແມ່ນ ຄົນວຽດນາມ. ທາງການ ຄິດວ່າ ຍັງມີ ຫຼາຍຮ້ອຍ ຄົນ ທີ່ຍັງ ບໍ່ທັນມາ ລົງທະບຽນ. ການລົງທະບຽນ ແຮງງານ ຕ່າງດ້າວ ໃນລາວ ເປັນ ນະໂຍບາຍ ຂອງ ຣັຖບານລາວ ມາຕັ້ງແຕ່ ທ້າຍປີກາຍ ຊຶ່ງ ໄດ້ກຳນົດ ໃຫ້ ແຕ່ລະແຂວງ ລົງທະບຽນ ຄົນງານ ຕ່າງດ້າວ ໃຫ້ແລ້ວ ໃນ ທ້າຍເດືອນ ມິນາ. ສື່ ຂອງທາງການ ລາວ ຣາຍງານ ວ່າ ປັດຈຸບັນ ຄາດວ່າ ມີແຮງງານ ຕ່າງດ້າວ ທີ່ເຮັດວຽກ ແບບ ຜິດກົດຫມາຍ ໃນລາວ ກວ່າ 30 ພັນ ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org