ໃນປີ 2015 ນີ້ ທາງການ ແຂວງ ສວັນນະເຂດ ຍັງບໍ່ໄດ້ ວາງ ເປົ້າໝາຍ ອັນຊັດເຈນ ເຣື່ອງ ການຕຣຽມ ຊາວໜຸ່ມ ລາວ, ໃຫ້ ເປັນຄົນງານ ທີ່ ມີສີມື ຕາມຄວາມ ຕ້ອງການ ແຮງງານ ທີ່ ສູງຂຶ້ນ ແລະ ເສຖກິດ ໃນ ປະເທດ ທີ່ ກໍາລັງ ຂຍາຍຕົວ ຢູ່ນີ້. ດັ່ງ ເຈົ້າໜ້າທີ່ ຂແນງ ສຶກສາ ແຂວງ ສວັນນະເຂດ ໄດ້ກ່າວ:
"ໃນປີນີ້ ໝູ່ເຮົາ ກໍຍັງ ບໍ່ໄດ້ມີ ເປົ້າໝາຍ ຣະອຽດ ກ່ຽວກັບ ທີ່ ຈະຈັດສົ່ງ ນັກຮຽນ ຈັກ ຄົນແທ້ ຖ້າຈະເວົ້າ ມັນກໍຍັງ ບໍ່ທັນຣະອຽດ ມັນກໍ ບໍ່່ ແນ່ນອນ ທັງຈໍານວນ ຄົນ".
ໂຮງຮຽນ ຝຶກອາຊີບ ໃນແຂວງ ສວັນນະເຂດ ມີໜ້ອຍ, ນັກຮຽນ ຈົບໄປ ສ່ວນຫຼາຍ ກໍຈົ່ມວ່າ ມີຫ້ອງຮຽນ ໜ້ອຍ ສະເພາະ ໃນແຂວງ ສວັນນະເຂດ ມີ ນັກຮຽນ ຈົບ ມ.ປາຍ ກວ່າ 4 ພັນ ຄົນ ຮຽນຈົບ ແລ້ວ ພວກເຂົາ ໄປຮຽນຕໍ່ ຢູ່ ໂຮງຮຽນ ວິຊາ ສະເພາະ ສອງສາມ ຮ້ອຍຄົນ ສ່ວນຫຼາຍ ໄປຮຽນຕໍ່ ມະຫາວິທຍາລັຍ.
ໃນແຂວງ ສວັນນະເຂດ ມີໂຮງຮຽນ ຝຶກ ວິຊາຊີບ ຂອງຣັຖ 1 ແຫ່ງ, ຂອງ ເອກກະຊົນ 1 ແຫ່ງ ແລະ ໂຮງຮຽນ ດ້ານ ບໍຣິຫານ ທຸຣະກິດ 5 ແຫ່ງ. ທ່ານ ເວົ້າວ່າ ນັກຮຽນ ໂຮງຮຽນ ຝຶກອາຊີບ ມີ ວຽກງານ ຮອງຮັບ ເຊັ່ນ ໄປເຮັດວຽກ ທີ່ ໂຮງງານ ຣົດ ໃນເຂດ ສວັນນະເຂດ ທີ່ ເປີດຮັບ ປະມານ 100 ຫາ 200 ຄົນ. ແຕ່ມັນ ກໍຍັງ ບໍ່ພຽງພໍ.
ສໍາລັບ ການຮ່ວມມື ຣະຫວ່າງ ແຂວງ ສວັນນະເຂດ ກັບ ປະເທດ ເພື່ອນບ້ານ ກໍຍັງ ບໍ່ທັນມີດ ເປົ້າໝາຍ ຊັດເຈນ, ຂນະທີ່ ເສຖກິດ ກໍາລັງ ຂຍາຍຕົວ. ກົມ ອາຊີວະ ແລະ ຝຶກອາຊີບ ຂອງກະຊວງ ສຶກສາ ທິການ ແລະ ກິລາ ຕັ້ງເປົ້າໝາຍ ໄວ້ ວ່າ, ໃນ ແຕ່ລະປີ ຈະຕ້ອງສ້າງ ແຮງງານ ທີ່ ມີສີມື ທຸກຣະດັບ ໃຫ້ໄດ້ 50 ພັນ ຄົນ ແລະ ໃນປີນີ້ ທາງ ກະຊວງ ກໍ ຕັ້ງເປົ້າໝາຍ ເອົາໄວ້ວ່າ ນັກຮຽນ ລາວ ປະມານ 20 ພັນ ຄົນ ຈະໄດ້ເຂົ້າ ຮຽນ ໃນ ໂຮງຮຽນ ຝຶກອາຊີບ ແລະ ໂຮງຮຽນ ເທັກນິກ ທັງ 23 ແຫ່ງ ຂອງຣັຖ.