ເງິນເດືອນນາຍຄຣູໄດ້ຮັບຊ້າ

ນາຍຄຣູ ໃນ ທົ່ວ ແຂວງ ສວັນນະເຂດ ໄດ້ ຮັບເງິນ ເດືອນ ຊ້າ ຕາມເດີມ ເທື່ອ ສຸດທ້າຍ ທີ່ ໄດ້ຮັບ ແມ່ນ ເດືອນ ມົກກະຣາ.

ນາຍຄຣູ ທົ່ວແຂວງ ສະຫວັນນະເຂດ ໄດ້ຮັບເງິນເດືອນຊ້າ ຄັ້ງສຸດທ້າຍ ໄດ້ຮັບຮອດ ເດືອນ ມົກກະຣາ RFA

ນາຍຄຣູ ຈາກ ແຂວງ ສວັນນະເຂດ ເປີດເຜີຍ ວ່າ ຕົນເອງ ແລະ ນາຍຄຣູ ຄົນອື່ນໆ ກໍາລັງ ມີບັນຫາ ເດືອດ ຮ້ອນ ເຣື່ອງ ເງິນ ຫລັງ ຈາກ ທີ່ ໄດ້ຮັບ ເງິນ ເດືອນ ຊ້າ ຊຶ່ງ ໃນປີ 2015 ນີ້ ກໍ່ຫາໄດ້ ຮັບ ຮອດເດືອນ ມົກກະຣາ. ດັ່ງນັ້ນ ຈຶ່ງ ຢາກໃຫ້ ທາງ ສູນກາງ ຊ່ວຍ ແກ້ໄຂ ຢ່າງ ຮີບດ່ວນ:

"ບໍ່ຮູ້ຈັກ ທາງ ແກ້ໄຂ ແນວໃດ ເນາະ ເພິ່ນ ກໍຮູ້ ເພິ່ນວ່າ ບໍ່ໄດ້ ທຸກ ເມືອງ ເລີຍ 15 ຕົວ ເມືອງ ນີ້ ເຊໂປນ ເມືອງນອງ ເມືອງ ວີລະ ເມືອງ ອຸທຸມພອນ ເດືອນ 2 ມາ ຍັງບໍ່ທັນ ໄດ້ ໄດ້ ເດືອນ ດຽວ".

ທ່ານ ວ່າ ໃນ ກອງປະຊຸມ ຄຣູ ຂອງ ແຂວງ ທ່ານ ໄດ້ຖາມ ເພື່ອນ ຄຣູ ຈາກ ເມືອງ ອື່ນໆ, ປາກົດ ວ່າ ທຸກຄົນ ມີບັນຫາ ດຽວກັນ ແລະ ກໍມີ ຄວາມ ລໍາບາກ ຄືກັນ ເພາະ ບໍ່ ສາມາດ ຫາເງິນ ພໍ ກຸ້ມກິນ ແລະ ລ້ຽງ ຄອບຄົວ ໄດ້. ຫລາຍຄົນ ທີ່ ເປັນໜີ້ ທະນາຄານ ກໍຍິິ່ງ ໜັກໃຈ ຫຼາຍ ຍ້ອນ ບໍ່ສາມາດ ຫາເງິນ ມາ ຈ່າຍໜີ້ ໄດ້.

ພວກ ນາຍຄຣູ ເຄີຍ ຮວມຕົວ ກັນ ໄປຖາມ ເຣື່ອງນີ້ ນໍາ ຜແນກ ການເງິນ ແຂວງ ວ່າ ເປັນຫຍັງ ຈຶ່ງ ບໍ່ຈ່າຍ ເງິນ ເດືອນ ໃຫ້. ທາງ ເຈົ້າໜ້າທີ່ ຕອບວ່າ ມີ ຄວາມ ລ່າຊ້າ ໃນ ການເຮັດ ເອກກະສານ ຍ້ອນ ຫ້ອງການ ສຶກສາ ແຕ່ລະ ເມືອງ ສົ່ງ ມາ ບໍ່ຄົບ ຖ້ວນ ຂນະ ທີ່ ທາງ ເມືອງ ຢືນຢັນ ວ່າ ໄດ້ສົ່ງ ເອກກະສານ ໄປໃຫ້ ແຂວງ ເພິ່ນ ຖືກຕ້ອງ ຄົບຖ້ວນ ໝົດແລ້ວ. ແຕ່ ຍັງບໍ່ໄດ້ ຮັບເງິນ ເດືອນ ຕາມ ກໍານົດ ເວລາ ຢູ່ ຄືເກົ່າ.

ຕາມ ປົກກະຕິ ນາຍຄຣູ ຈະໄດ້ ເງິນ ເດືອນ ໃນ ວັນ ທີ 25 ຂອງ ແຕ່ລະ ເດືອນ. ແຕ່ ບັນຫາ ການ ຈ່າຍເງິນ ເດືອນ ໃຫ້ ນາຍຄຣູ ໃຫ້ ພະນັກງານ ຣັຖກອນ ລ່າຊ້າ ເກີດຂຶ້ນ ມາໄດ້ ຫລາຍປີ ແລ້ວ ຊຶ່ງ ຣັຖບານ ລາວ ຊີ້ແຈງ ວ່າ ເປັນຍ້ອນ ແຕ່ ລະ ແຂວງ ບໍ່ ສາມາດ ເກັບ ຣາຍຮັບ ໄດ້ ຕາມ ເປົ້າໝາຍ. ເຖິງແມ່ນ ທາງ ຣັຖບານ ຈະໄດ້ ໃຫ້ ສັນຍາ ວ່າ ຈະແກ້ໄຂ ບັນຫາ ນີ້ ໃຫ້ ຕົກ ໄປໄດ້ ຕັ້ງແຕ່ ທ້າຍປີ 2014 ນັ້ນ ກໍຕາມ ແຕ່ ໃນ ຕົວຈິງ ແມ່ນ ປະຕິບັດ ບໍ່ໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org