ສວັນນະເຂດ ຈັດຕລາດນັດ ຈ້າງງານ ແຕ່ມີຄົນ ສົນໃຈໜ້ອຍ
ແຂວງສວັນນະເຂດ ຈັດຕລາດນັດ ຈ້າງງານ ເພື່ອຫລຸດຜ່ອນ ຈໍານວນຄົນຫວ່າງງານ ພາຍໃນແຂວງ ແຕ່ຊາວໜຸ່ມລາວ ບໍ່ສົນໃຈພໍເທົ່າໃດ ຍ້ອນໄດ້ເງິນເດືອນໜ້ອຍ ບໍ່ກຸ້ມກິນ, ພວກເຂົາເຈົ້າ ຢາກໄປເຮັດວຽກ ຢູ່ຕ່າງປະເທດ ເປັນຕົ້ນປະເທດໄທຍ.
-
ຈຳປາທອງ
2022-10-20 -
-
-
Your browser doesn’t support HTML5 audio
ກະຊວງແຮງງານ ແລະສວັດດິການສັງຄົມ ຮ່ວມກັບແຂວງສວັນນະເຂດ ແລະພາກສ່ວນທີ່ກ່ຽວຂ້ອງ ຈັດຕລາດນັດ ຈ້າງງານ ເພື່ອຫລຸດຜ່ອນ ຈໍານວນຄົນຫວ່າງງານ ຢູ່ໃນແຂວງເມື່ອ ສັບປະດາທີ່ຜ່ານມາ ຂະນະທີ່ຊາວໜຸ່ມລາວ ສ່ວນໃຫຍ່ ບໍ່ສົນໃຈເຮັດວຽກ ພາຍໃນປະເທດ ຍ້ອນຄ່າຈ້າງຖືກ ບໍ່ເໝາະສົມ ກັບສະພາບເງິນເຟີ້ ໃນປັດຈຸບັນ, ອີງຕາມຄໍາເວົ້າ ຂອງຄົນງານລາວ ຢູ່ບ້ານອຸດົມວິໄລ ນະຄອນໄກສອນພົມວິຫານ ຜູ້ນຶ່ງຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 20 ຕຸລານີ້.
“ຍາກໄດ໋, ຢາກເຮັດວຽກນີ້ ຢູ່ລາວນ່າ. ໂອ໋ຍ ເງິນເດືອນມັນໜ້ອຍເນາະ ບໍ່ປານໃດມັນບໍ່ກຸ້ມກິນ. ໂອ໋ຍ 7 ແສນ, 8 ແສນ ກໍໃສ່ນໍ້າມັນຣົຖ ໄປວຽກກໍບໍ່ຢາກກຸ້ມແລ້ວ ສ່ວນຫລາຍເຂົາກໍໄປໄທຍເດ໋. ຄົນລາວນ່າ ອໍ໋ ກໍຢາກໄປຢູ່ ກໍບໍ່ມີເງິນເຮັດບັດໄປ ປະມານນີ້ແຫລະ, ເຮັດບັດ ແມ່ນຫລາຍ ບໍ່ມີວຽກເຮັດງານທໍາແລ້ວດຽວນີ້ນ່າ. ໂອ໋ຍ ໃຜຊິມາຊ່ວຍເຫລືອເນາະ ຫາກິນເອງແຫລະຄູ່ມື້ນີ້.”
ທ່ານເວົ້າຕໍ່ໄປວ່າ ຄົນງານລາວ ຢູ່ແຂວງສວັນນະເຂດ ຈໍານວນຫລາຍ ບໍ່ຢາກຊອກວຽກເຮັດ ຢູ່ໃນປະເທດພໍເທົ່າໃດ ຍ້ອນຄ່າຈ້າງໜ້ອຍ ບໍ່ສົມກັບຄ່າໃຊ້ຈ່າຍ ໃນຊີວິຕປະຈໍາວັນ, ແຕ່ເຖິງແມ່ນ ພວກເຂົາເຈົ້າຢາກໄປເຮັດວຽກ ຢູ່ຕ່າງປະເທດ ໂດຍສະເພາະປະເທດໄທຍ ກໍຍັງໄປບໍ່ໄດ້ ຍ້ອນຄ່າໃຊ້ຈ່າຍໃນການແລ່ນເອກສານສູງ ຄືປະມານ 20,000 ປາຍບາດຕໍ່ຄົນ.
ໃນໄລຍະເກືອບ 3 ເດືອນທີ່ຜ່ານມາ ເຖິງແມ່ນວ່າທາງການລາວ ຈະປັບຄ່າຈ້າງແຮງງານຂັ້ນຕໍ່າ ຈາກ 1,1000,000 ກີບເປັນ 1,200,000 ກີບຕໍ່ເດືອນແລ້ວກໍຕາມ ແຕ່ປະຊາຊົນລາວ ກໍຍັງເຫັນວ່າເປັນຄ່າຈ້າງ ທີ່ໜ້ອຍເກີນໄປ ຂະນະທີ່ອັດຕຣາເງິນເຟີ້ ເມື່ອເດືອນກັນຍາຜ່ານມາ ສູງເຖິງ 34.05% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍ ແລະກໍຍັງມີທ່າທີວ່າ ຈະເພີ່ມສູງຂຶ້ນເລື້ອຍໆ ດັ່ງຄົນງານລາວ ຢູ່ບ້ານໂພນທັນ ເມືອງໄຊພູທອງ ຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:
“ແມ່ນແຫລະມັນບໍ່ກຸ້ມຫັ້ນນ່າ ກໍຄືແຕ່ກ່ອນນີ້ຫັ້ນມັນ 1,000,000 ປາຍຫາ 2,000,000 ນີ້. ເອີ ໂອເຄຢູ່. ຄ່າຢູ່ ຄ່າກິນ ຄ່າຄອງຊີພນີ້ກໍຖືວ່າ ທັມມະດາເນາະ ຖືວ່າເຂົາກໍຫາກິນ ພໍຫາເຊົ້າ ກິນຄໍ່າ ໄດ້ຢູ່, ແຕ່ຄືດຽວນີ້ມັນຂຶ້ນ 2 ເທົ່າເບິດນ່າ ກໍຄືສິນຄ້າທຸກຢ່າງ ກໍຄືມັນຂຶ້ນ 2 ເທົ່າເມິດ ແຕ່ວ່າເງິນ ຫລືວ່າລາຍຮັບ ທີ່ເອົາມາ ມັນຍັງສໍ່າເກົ່າ ກໍຖືວ່າມັນຍັງ ຢາກໜ້ອຍນຶ່ງຫັ້ນນ່າ.”
ຊາວໜຸ່ມລາວ ຢູ່ນະຄອນໄກສອນພົມວິຫານ ທີ່ຮຽນຈົບແຕ່ຊັ້ນ ມ.6 ແລະຫວ່າງງານ ມາແລ້ວເປັນເວລາ 5 ເດືອນ ເວົ້າຕໍ່ວິທຍຸ ເອເຊັຽເສຣີ ວ່າ ຜູ້ທີ່ຈະໄດ້ຮັບເງິນ ຄ່າຈ້າງແຮງງານສູງ ຈະຕ້ອງເປັນຜູ້ທີ່ ຈົບການສຶກສາ ລະດັບສູງ ແລະມີຄວາມຮູ້ ໃນສາຂາວິຊາສະເພາະ, ແຕ່ຄົນງານສ່ວນຫລາຍ ເປັນຜູ້ທຸກຍາກແລະບໍ່ມີໂອກາດຮຽນຕໍ່ ພວກເຂົາເຈົ້າ ປະສົບບັນຫາຊອກວຽກງານເຮັດ ໄດ້ຍາກ.
“ຊອກວຽກ ຊອກງານນີ້ ມັນແບບມັນຍາກ ແບບເຮົາຮຽນບໍ່ຈົບ ແບບນີ້ແບບນັ້ນໄດ໋ ບາດນີ້ໃຜກໍຢາກຊອກວຽກ ເຫັນຢູ່ແຕ່ວ່າດຽວນີ້ຊອກບໍ່ໄດ້ ວຽກຫັ້ນນ່າ ເພາະວ່າເຂົາເຈົ້າ ຄັດການສຶກສາ ຫັ້ນແຫລະ ເຮັດວຽກຫຍັງກໍໄດ້ເບິດນ່າ ແຕ່ວ່າດຽວນີ້ຊອກວຽກຢູ່ ຍັງບໍ່ທັນໄດ້ເລີຍຫັ້ນນ່າ. ຄົນດຽວນີ້ ເຂົາຈໍາກັດເນາະ ສ່ວນຫລາຍນີ້ ໄດ້ພາສາຕ່າງປະເທດນີ້ ໄດ້ຢູ່.”
ພ້ອມດຽວກັນນີ້ ຜູ້ປະກອບການ ດ້ານການຕິດຕັ້ງໄຟຟ້າ ຢູ່ນະຄອນ ໄກສອນພົມວິຫານ ກໍເວົ້າເຖິງຊາວໜຸ່ມລາວ ທີ່ຮຽນຈົບຂັ້ນປຣິນຍາຕຣີ ວ່າ ມີຈໍານວນຫລາຍ ບໍ່ມີວຽກເຮັດງານທໍາ ຍ້ອນວິຊາທີ່ພວກເຂົາເຈົ້າຮຽນຈົບມາ ເປັນຕົ້ນຄຣູ ຫລືການບໍຣິການຈັດການ ພັດບໍ່ກົງກັບ ຄວາມຕ້ອງການ ຂອງຕລາດແຮງງານພາຍໃນປະເທດ ເຮັດໃຫ້ພວກເຂົາເຈົ້າ ຈໍານວນນຶ່ງ ຕ້ອງໄປເຮັດວຽກຢູ່ໄທຍ.
ດັ່ງທີ່ທ່ານກ່າວວ່າ:
“ແຕ່ສ່ວນຫລາຍ ຊາວໜຸ່ມລາວ ຮຽນບໍ່ຈົບນໍາກໍມີ ອາສັຍໄປເຮັດວຽກຢູ່ໄທຍ ແນ່ຫັ້ນນ່າ ຢູ່ໄທຍກໍຈົບຊັ້ນຕົ້ນ ເພິ່ນກໍເອົາຫັ້ນນ່າ ບໍ່ໄດ້ຮຽນຈົບເພິ່ນກໍເອົາ ພວກງານບ້ານ, ງານທົ່ວໄປຫັ້ນລະ, ກັມມະກອນ ທົ່ວໆໄປຫັ້ນລະ. ຈົບໄປກໍມີຢູ່ ແບບຈົບໄປແບບສາຍວິຊາຊີພ ອີ່ຫຍັງມັນແບບ ມັນຮຽນບໍ່ຖືກສາຍຫັ້ນນ່າ ໂຮງຈັກ ໂຮງງານ ເພິ່ນບໍ່ໄດ້ຕ້ອງການ ບາງຄົນກໍຈົບປຣິນຍາຕຣີ ສາຍຄຣູນີ້ ກໍເພິ່ນບໍ່ຮັບແລ້ວ ມັນເຕັມຫັ້ນນ່າ ໄດ້ໄປໄທຍ ກໍມີບາງຄົນຈົບມາ.”
ການຈັດຕລາດນັດ ຈ້າງງານ ຢູ່ແຂວງສວັນນະເຂດ ໃນຄັ້ງນີ້ ເຈົ້າໜ້າທີ່ ທີ່ເຮັດວຽກ ດ້ານການຈັດຫາງານ ຢູ່ແຂວງສວັນນະເຂດ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງນາງນຶ່ງ ກ່າວວ່າ ມີຈຸດປະສົງ ເພື່ອສນັບສນູນ ໃຫ້ຜູ້ໃຊ້ແຮງງານ ແລະຜູ້ອອກແຮງງານ ໄດ້ມາພົບພໍ້ກັນ ໂດຍສະເພາະ ຜູ້ທີ່ສົນໃຈເຮັດວຽກເປັນກັມມະກອນ ໃນໂຮງງານຕັດຫຍິບ, ແຕ່ກໍບໍ່ມີຜູ້ໃດສົນໃຈ ມາຮ່ວມງານນີ້ ພໍເທົ່າໃດເທື່ອ.
“ຕໍາແໜ່ງຫັ້ນມັນມີອັນນັ້ນແນ່ 4 ພັນກວ່າຄົນພຸ້ນ ຕໍາແໜ່ງທີ່ວ່າ ໂຮງງານຕັດຫຍິບ ທີ່ເພິ່ນກຽມ ໃກ້ຈະເປີດຫັ້ນນ່າ ແຕ່ເພິ່ນບໍ່ທັນໄດ້ເປີດຫັ້ນນ່າ ແຕ່ເພິ່ນຈະເປີດຮັບ ຕໍາແໜ່ງທີ່ວ່າ ໂຮງງານຕັດຫຍິບເດ໋ເພາະວ່າຢູ່ສວັນນະເຂດ ແລ້ວເຂົາກໍຕ້ອງການ ພະນັກງານ 4 ພັນປາຍກວ່າຄົນນ່າ. ອໍ໋ ບໍຣິສັດຕ່າງປະເທດ ເປັນຜະລິຕ ເຄື່ອງສົ່ງອອກ ແລ້ວກໍມີບໍຣິສັດ ພາຍໃນເດ໋ ຄົນເຂົ້າຮ່ວມ 700 ປາຍກວ່າຄົນ.”
ສໍາລັບ ບໍຣິສັດທີ່ເຂົ້າມາຕັ້ງບູທ (Booth) ເປີດຮັບສມັກຄົນງານ ຢູ່ຕລາດນັດຄັ້ງນີ້ ມີທັງບໍຣິສັດ ຂອງຄົນລາວ ແລະຊາວຕ່າງປະເທດ ທີ່ຕັ້ງຢູ່ພາຍໃນແຂວງສວັນນະເຂດ ເພື່ອເປີດໂອກາດໃຫ້ ຄົນງານລາວ ທັງຢູ່ພາຍໃນ ແລະຕ່າງແຂວງ ເຂົ້າມາຮ່ວມງານ ແຕ່ພັດມີຄົນງານ ທີ່ຢູ່ໃນພື້ນທີ່ ໃກ້ຄຽງເທົ່ານັ້ນ ທີ່ໄປເຂົ້າຮ່ວມ.
ເຈົ້າໜ້າທີ່ ທີ່ເຮັດວຽກ ກ່ຽວກັບຄົນງານ ຢູ່ແຂວງສວັນນະເຂດ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວວ່າ:
“ຈັດສະເພາະ ໃນແຂວງສວັນນະເຂດ ເຮົາເນາະ ກໍຄືທຸກແຂວງ ຈະມີເນາະຕລາດໂຕນີ້ຫັ້ນນ່າ ກໍຄືບໍ່ເຫັນມີຕ່າງແຂວງ ມາຫັ້ນນ່າ ມີແຕ່ພາຍໃນແຂວງເຮົານີ້ ຫລາຍບໍຣິສັດຢູ່ ມາຮ່ວມນໍາເນາະ ເພິ່ນບໍ່ໄດ້ຈໍາກັດເນາະໂຕນີ້ ຖ້າວ່າຜູ້ໃດຕ້ອງການ ແຮງງານອີ່ຫຍັງຕ່າງໆ ຂະເຈົ້າຈະມາເປີດບຸທນໍາ ທີ່ປົກຕິນີ້ ມີແຕ່ຢູ່ພາຍໃນເຮົານີ້.”
ເມື່ອອາທິດທີ່ຜ່ານມາ ຍານາງ ພາວັນ ບົວຫລວງລາດ ຫົວໜ້າຜແນກ ແຮງງານ ແລະສວັດດິການສັງຄົມ ແຂວງສວັນນະເຂດ ໄດ້ຣາຍງານວ່າ ການຈັດຕລາດນັດ ຈ້າງແຮງງານ ຢູ່ແຂວງສວັນນະເຂດ ລະຫວ່າງວັນທີ 12-14 ຕຸລານີ້ ມີຈຸດ ປະສົງ ເພື່ອສົ່ງເສີມໃຫ້ ຜູ້ໃຊ້ແຮງງານ ແລະຜູ້ອອກແຮງງານ ໄດ້ມີໂອກາດພົບພໍ້ກັນ, ໃຫ້ທັງ 2 ຝ່າຍສາມາດ ປຶກສາຫາລືກັນໄດ້ ໂດຍກົງກ່ຽວກັບຂັ້ນຕອນ ການສມັກງານ, ການຄັດເລືອກ ແລະການຮັບເອົາ ຜູ້ອອກແຮງງານ ເຂົ້າເຮັດວຽກ ເພື່ອໃຫ້ຜູ້ອອກແຮງງານ ມີວຽກເຮັດ, ມີລາຍໄດ້ ແລະມີຊີວິຕການເປັນຢູ່ດີຂຶ້ນ.
ຕລາດນັດຈ້າງງານ ທີ່ຈັດຂຶ້ນໃນຄັ້ງນີ້ ໄດ້ຮັບການສນັບສນູນ ທາງດ້ານງົບປະມານ ຈາກໂຄງການ ໄອແອລໂອ ໄຊນ້າ ຫຼື International Labor Organization in China (ILO in China) 22 ລ້ານປາຍກີບ. ງານນີ້ໄດ້ກະຕຣຽມ ຕັ້ງແຕ່ກາງເດືອນ ສິງຫາເປັນຕົ້ນມາ, ມີບໍຣິສັດ ແລະຫົວໜ່ວຍ ແຮງງານເຂົ້າຮ່ວມ ເປີດຫ້ອງສັມພາດ 18 ພາກສ່ວນ.