ນະໂຍບາຍຫລຸດຜ່ອນຄວາມທຸກຍາກ ທີ່ຣັຖບານສົ່ງເສີມ ໃຫ້ປະຊາຊົນ ບ້ານໜອງເດີນ ແລະ ບ້ານນາປົ່ງຄາ ເມືອງອາດສະພອນ ແຂວງສວັນນະເຂດ ມີຣາຍໄດ້ ໂດຍເຮັດອາຊີບການກະເສດນັ້ນ ບໍ່ປະສົບຜົນສໍາເຣັດ ແລະ ຍິ່ງເຮັດໃຫ້ປະຊາຊົນທຸກຍາກ ກວ່າເກົ່າ ຍ້ອນຣັຖບານ ເປີດໃຫ້ກູ້ຢືມເງິນ ເຮັດການກະເສດ ແຕ່ບໍ່ມີວິຊາການລົງໄປໃຫ້ຄໍາແນະນໍາ, ອີງຕາມຄໍາເວົ້າຂອງ ຄະນະກັມມະການບ້ານ ເຂດດັ່ງກ່າວ ຕໍ່ RFA ໃນມື້ວັນທີ 2 ມົກກະຣາ 2020 ນີ້:
“ສິນຄ້າແບບປະເພດໝາກໂມ ບໍ່ ຫລືວ່າສາລີ ບໍ່ ຕ້ອງໄດ້ເອົາທີ່ດິນເອົາຊັບສິນ ໄປຈໍານອງກູ້ມາເນາະ ແຕ່ວ່າສະພາບມັນບໍ່ເອື້ອອໍານວຍ ມັນກໍເຮັດບໍ່ໄດ້ ກໍເລີຍເປັນໜີ້ເປັນສິນ ໄປກູ້ເງິນຈາກທະນາຄານສົ່ງເສີມນະໂຍບາຍ ບໍ່ມີຕລາດຮອງຮັບບໍ່ ແລະ ບາດນີ້ເຮົາ ບໍ່ ! ... ເຮັດໄປແລ້ວມັນກໍ ສິນຄ້າເຮົາມັນກໍບໍ່ໄດ້ມາຕຖານຈັ່ງຊີ້ນະ.”
ທ່ານກ່າວຕື່ມວ່າ ເຂດບ້ານໜອງເດີນ ແລະ ບ້ານນາປົ່ງຄາ ເປັນເຂດທຸກຍາກມີ 200 ປາຍຄອບຄົວ ແຕ່ໃນນັ້ນມີຣະຫວ່າງ 90 ຫາ 95 ສ່ວນຮ້ອຍ ບໍ່ມີວຽກເຮັດງານທໍາ ຂາດຣາຍໄດ້ ຜ່ານມາມີແຕ່ເຮັດນາປູກເຂົ້າ ແລະ ຫາເຄື່ອງປ່າຂອງດົງ ກິນ ນໍາຄອບຄົວຊື່ໆ.
ປີ 2016 ທາງການຈຶ່ງລົງມາສົ່ງເສີມ ອາຊີບການກະເສດໃຫ້ພວກເຂົາເຈົ້າ ພາຍໃຕ້ໂຄງການ ຫຼຸດພົ້ນຈາກຄວາມທຸກຍາກ ໂດຍສົ່ງເສີມ ໃຫ້ປູກໝາກໂມ ແລະ ໝາກສາລີ ຫາກຄອບຄົວໃດ ບໍ່ມີເງິນລົງທຶນ ກໍສາມາດກູ້ຢືມ ທະນາຄານນະໂຍບາຍ ເພື່ອການກະເສດໄດ້.
ແຕ່ເມື່ອກູ້ມາທໍາການກະເສດແລ້ວ ພັດບໍ່ໄດ້ຕາມທີ່ຄາດຫວັງໄວ້ ຄືຜົນຜລິດຂາດມາຕຖານ ແລະ ລົ້ມຕາຍ ພວກເຂົາເຈົ້າຈຶ່ງຢາກຮຽກຮ້ອງ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ສົ່ງວິຊາການລົງມາ ແນະນໍາການປູກ ໃຫ້ໄດ້ມາຕຖານ. ຕໍ່ບັນຫາດັ່ງກ່າວ ເຈົ້າໜ້າທີ່ ຂແນງປູກຝັງ ເມືອງ ອາດສະພອນ ເວົ້າວ່າທາງເມືອງ ກໍຢາກຊ່ອຍເຫລືອປະຊາຊົນ ແຕ່ວ່າປັດຈຸບັນຢູ່ ເມືອງອາດສະພອນ ກໍຂາດເຂີນວິຊາການ ດ້ານການ ກະເສດຄືກັນ:
“ຢູ່ເຂດເມືອງອາດສະພອນນີ້ ມີບັນຫາກໍ໊ ວິຊາການຍັງບໍ່ທັນເກັ່ງ ແບບບບໍ່ມີໜ່ວຍງານທີ່ວ່າ ໃຫ້ຄວາມຮູ້ເນາະ ທາງດ້ານວິຊາການປູກພືດຜັກ ອິສັງນີ້ມັນບໍ່ທັນມີ ບໍ່ທັນມີໂຕນີ້ນະ ໜ່ວຍງານທີ່ວ່າໃຫ້ຄວາມຮູ້ ຍັງບໍ່ທັນມີເທື່ອ ເພາະວ່າກູ້ເນາະ ປະຊາຊົນ ຕ້ອງໄດ້ເຮັດເອງກ່ອນຫັ້ນແຫຼະ ຫາທາງແກ້ຍາກ.”
ປັດຈຸບັນ ຢູ່ເຂດບ້ານໜອງເດີນ ແລະບ້ານນາປົ່ງຄາ ນອກຈາກປະສົບບັນຫາ ເປັນໜີ້ທະນາຄານແລ້ວ ກໍຍັງປະສົບບັນຫາ ຊາວໜຸ່ມວັຍລຸ້ນ ຕ້ອງພາກັນເດີນທາງໄປໄທ ຫລືໄປຕ່າງແຂວງ ເພື່ອຊອກຫາວຽກງານເຮັດ ຍ້ອນບໍ່ມີໂຮງຈັກໂຮງງານ ໃນເຂດບ້ານນັ້ນ.