ສວັນ-ເວກັສ ອ້າງເອົາດິນ ຊາວບ້ານ

ຈໍາປາທອງ
2016.05.17
ສວັນ-ເວກັສ ແຂວງ ສວັນນະເຂດ
Screen captured from Savanh-Vegas video

ຄາຊີໂນ ສວັນ-ເວກັສ ອ້າງເອົາດິນ ຂອງ ປະຊາຊົນ ຢູ່ເຂດ ອ້ອມແອ້ມ ເພື່ອຂຍາຍ ກິຈການ ອອກໄປຕື່ມອີກ.

ເມື່ອບໍ່ດົນມານີ້ ຄາຊີໂນ ສວັນ-ເວກັ້ສ ຢູ່ເຂດບ້ານ ໜອງເດີ່ນ ເມືອງໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ ໄດ້ເອົາດິນ ປະຊາຊົນ 4 ຄອບຄົວ ທີ່ຢູ່ເຂດ ອ້ອມແອ້ມ ນັ້ນຕື່ມ ເພື່ອຂຍາຍ ກິຈການ ຂອງຕົນ ໂດຍອ້າງວ່າ ດິນນັ້ນເປັນຂອງ ຄາຊີໂນ ມາຕັ້ງແຕ່ ດົນແລ້ວ ແຕ່ໃຫ້ ຊາວບ້ານ ໃຊ້ເປັນບ່ອນ ທໍາການຜລິດ ໄປຊື່ໆ. ແຕ່ທາງ ຄາຊີໂນ ກໍໄດ້ໃຫ້ເງິນ ຊາວບ້ານ ເພື່ອໄປຊື້ດິນ ຢູ່ບ່ອນໃໝ່ ແທນ. ດັ່ງ ເຈົ້າໜ້າທີ່ ເວົ້າຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 16 ພຶສພາ 2016 ນີ້ວ່າ:

"ມັນເປັນດິນ ຄາຊີໂນ ເພິ່ນວ່າເພິ່ນ ແທກໝົດແລ້ວ 50 ເຮັກຕາ ແຕ່ເພິ່ນ ບໍ່ເອົາຮອດພຸ້ນ ເພີ່ນເຮັດ ກຳແພງອ້ອມ ນອກກຳແພງໄປ ມັນເປັນຂອງ ປະຊາຊົນ ແລ້ວ ປະຊາຊົນ ກໍວ່າຂອງເຂົາ".

ນາງເວົ້າວ່າ ສໍາລັບເງິນ ຄ່າຊົດເຊີຍນັ້ນ ໄດ້ມີການ ມອບຮັບ ໄປແລ້ວ ໂດຍມີຫຼາຍ ພາກສ່ວນ ເປັນພະຍານ, ໃຫ້ຄອຍຄົວນຶ່ງ ປະມານ 9 ລ້ານກີບ ເຮັດໃຫ້ຊາວບ້ານ ບໍ່ພໍໃຈ ຍ້ອນໄດ້ຮັບ ເງິນ ພຽງໜ້ອຍດຽວ. ນາງກ່າວຕື່ມວ່າ ເມື່ອ ຫຼາຍປີກ່ອນ ຄາຊີໂນ ສວັນ-ເວກັສ ໄດ້ເອົາ ດິນ ຂອງ ປະຊາຊົນ ບ້ານໜອງເດີ່ນ ເພື່ອສ້າງ ບ່ອນຫລິ້ນ ການພະນັນ ໂດຍແລກປ່ຽນ ກັບ ການສ້າງ ໂຮງຮຽນ, ສຸຂສາລາ ແລະຖນົນ ຫົນທາງ, ເຮັດໃຫ້ມີ ຫາງສຽງ ຈົ່ມວ່າ ບໍ່ເຫັນດີນໍາ.

ນາງເວົ້າມ້ວນ ທ້າຍວ່າ ຕັ້ງແຕ່ ຄາຊີໂນ ແຫ່ງນີ້ ເປີດມາ ປະຊາຊົນ ໃນທ້ອງຖິ່ນ ມີວຽກເຮັດ ຫຼາຍຂຶ້ນ, ຊາຍໜຸ່ມ ຍິງສາວ ຫຼາຍຄົນ ເປັນຄົນ ຮັບຈ້າງເສີບ, ມີຣາຍໄດ້ດີ, ຜູ້ອາວຸໂສ ບາງຄົນ ກໍໄປຮັບຈ້າງ ເປັນຄົນ ເບິ່ງແຍງສວນ. ແຕ່ເຖິງແມ່ນວ່າ ທາງການລາວ ຈະມີກົດ ຣະບຽບ ຫ້າມບໍ່ໃຫ້ ຄົນລາວ ເຂົ້າໄປຫລິ້ນ ການພະນັນ ຢູ່ໃນໂຮງ ຄາຊີໂນ ນັ້ນກໍຕາມ ແຕ່ກໍຍັງມີ ຄົນລາວ ເຂົ້າໄປຫລິ້ນໄດ້ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.