ຂ.ສາຣະວັນ ການສົ່ງອອກ ມັນຕົ້ນ ມີບັນຫາ

ປັຈຈຸບັນ ມັນຕົ້ນ ທີ່ ຊາວກະສິກອນ ໃນແຂວງສາຣະວັນ ຍັງບໍ່ສາມາດ ສົ່ງອອກໄປໄທຍໄດ້. ຍັງຄ້າງຢູ່ລານມັນ ປະມານ ສອງແສນປາຍຕັນ.

ລານມັນຕົ້ນ ຢູ່ ເມືອງເລົ່າງາມ ແຂວງ ສາຣະວັນ ພາບປະກອບ: ນັກຂ່າວພົລເມືອງ

ການສົ່ງອອກມັນຕົ້ນ ໄປຍັງປະເທດໄທຍ ຂອງແຂວງສາຣະວັນ ຕ້ອງສະດຸດ. ມີມັນຕົ້ນຄ້າງ ຢູ່ລານມັນ ຂອງຜູ້ປະກອບການຊື້ ສົ່ງອອກເຖິງ 63 ຈຸດ ປະມານ 2 ແສນຕັນ. ໃນຂນະທີ່ ການຊື້-ຂາຍມັນຕົ້ນ ເພື່ອສົ່ງອອກຣາຄາ ກໍບໍ່ປົກກະຕິຂຶ້ນ-ລົງ ຈົນຜູ້ ປະກອບການ ພາຍໃນ ປະເມີນບໍ່ໄດ້ວ່າ ມັນ, ທີ່ຊື້ມາຈະຂາຍອອກຣາຄາເທົ່າໃດ.

ຕາມປົກກະຕິ ກໍກິໂລລະ 1,700 ກີບ ແຕ່ປັຈຈຸບັນຊື້ກັນຢູ່ລານມັນ ຣາຄາສູງສຸດ ກິໂລ 1,500 ກີບ ຫຼື ອາຈະຕໍ່າກວ່ານັ້ນ. ດັ່ງຜູ້ປະກອບການລານມັນ ທີ່ ຊື້-ຂາຍມັນຕົ້ນ ໃນ ແຂວງສາຣະວັນ ໄດ້ໃຫ້ສັມພາດ ຕໍ່ນັກຂ່າວ RFA ເມື່ອ ຕົ້ນເດືອນກຸມພາ ເຖິງສະພາບການ ຂາຍມັນຕົ້ນ ໃນແຂວງສາຣະວັນ.

ການສັມພາດ:

ຊາວສວນມັນຕົ້ນ ທ່ານນຶ່ງ ທີ່ປະເຊີນກັບການຂຶ້ນລົງ ຂອງຣາຄາທຸກມື້ ນັບແຕ່ເກັບກູ້ມັນຕົ້ນ ອອກມາຂາຍ. ດັ່ງຂົນມັນໄປຂາຍ ໃຫ້ລານມັນ ທີ່ປະກາດຣາຄາສູງສຸດ ແລະ ຍັງຖືກ ເຈົ້າໜ້າທີ່ດ່ານພາສີ ເກັບເງິນຜ່ານດ່ານ. ຜູ້ກ່ຽວກໍພຍາຍາມສເນີໃຫ້ທາງການ ແກ້ໄຂບັນຫານີ້ ເພື່ອໃຫ້ຊາວສວນມັນຕົ້ນ ທໍາມາຄ້າຂາຍໄດ້ສະດວກ. ດັ່ງຊາວສວນມັນຕົ້ນ ໄດ້ໃຫ້ ສັມພາດ ວ່າ:

ການສັມພາດ:

ສະພາອຸດສາຫະກັມ ແລະການຄ້າ ແຂວງສາຣະວັນ ໄດ້ກ່າວເຖິງການແກ້ໄຂບັນຫາ ດັ່ງກ່າວວ່າ. ປັຈຈຸບັນ ມັນຕົ້ນ ຍັງຄ້າງຢູ່ລານ ມັນ 63 ຈຸດ ປະມານ 2 ແສນປາຍຕັນ. ອຸປສັກທີ່ ເຮັດໃຫ້ສົ່ງອອກມັນຕົ້ນໄດ້ຮັບ ຜົລກະທົບ ກໍຄືພຍາດ ໂຄວິດ-19. ດ່ານສາກົລ ວັງເຕົ່າ-ຊ່ອງເມັກ ແລະ ດ່ານສວັນນະເຂດ ປີດ. ທາງການລາວຍັງບໍ່ທັນໄດ້ປະກາດຜ່ອນ ຜັນເທື່ອ.

ປັຈຈຸບັນຣົດຂົນສົ່ງ ມັນຕົ້ນໄທຍ ເຂົ້າມາແຂວງສາຣະວັນ ບໍ່ໄດ້ຕ້ອງໄດ້ໃຊ້ຣົດຂົນສົ່ງຂອງລາວ ໄປຂ່ຽນຖ່າຍຢູ່ໜ້າດ່ານ ເຊິ່ງເຮັດ ໃຫ້ມີຄ່າໃຊ້ຈ່າຍແພງຫຼາຍ. ເພື່ອແກ້ໄຂບັນຫາ ໃນມື້ໜ້າ ທາງການໄດ້ອະນຸມັດຊົ່ວຄາວ ໃຫ້ນຳຣົດຂົນສົ່ງໄທຍ ເຂົ້າມາຂົນມັນຕົ້ນ ມື້ລະ 200 ຄັນ, ປະກອບກັບຣົດຂົນສົ່ງພາຍໃນ ອີກຈຳນວນນຶ່ງ ເພື່ອຣະບາຍມັນຕົ້ນທີ່ຄ້າງຢູ່ ລານມັນສອງແສນປາຍຕັນ.

ສ່ວນການແກ້ໄຂເຣື່ອງຣາຄາ ສະພາອຸດສາຫະກັມ ແລະການຄ້າ ແຂວງສາຣະວັນ ກໍໄດ້ປຶກສາ ຫາລືກັບຜູ້ປະກອບການເຊັ່ນ ແຂວງຈຳປາສັກ, ອັດຕະປື, ເຊກອງ ແລະ ສວັນນະເຂດ ສເນີໄປຍັງພາກສ່ວນກ່ຽວຂ້ອງ ເພື່ອວາງມາຕຖານຣາຄາ ໂດຍໃຫ້ອີງ ໃສ່ຣາຄາມັນຕົ້ນ ໂລກບໍ່ແມ່ນອີງໃສ່ ກະດານຂອງຜູ້ຮັບຊື້ສົ່ງອອກ ຄືກັບປັຈຈຸບັນ ເຊິ່ງເຮັດໃຫ້ຊາວສວນມັນຕົ້ນ ແລະ ຜູ້ປະກອບການລາວ ເສັຽຜົລປໂຍດ.

ປັຈຈຸບັນຣາຄາມັນຕົ້ນ ທີ່ຊື້ປະມານ ກິໂລລະ 1.500 ກີບ. ຣາຄາປົກກະຕິ ແມ່ນ 1.700 ກີບ. ແຕ່ບາງມື້ກໍລົງຣາຄາ 1.400 ຫຼື 1,300 ກີບ. ໃນຂນະທີ່ການຣາຍງານໂຕເລກສົ່ງອອກ ຂອງທາງການລາວ ປະຈຳເດືອນ ທັນວາ ປີ 2020 ຜ່ານມາ ມູນຄ່າສົ່ງອອກ ມັນຕົ້ນ 45 ລ້ານໂດລາ ເປັນອັນດັບສອງ ຮອງຈາກບໍ່ແຮ່.

ທ່ານ ຄຳຜ່ານ ສີລາວີ ຫົວໜ້າຜແນກອຸດສາຫະກັມ ແລະການຄ້າ ແຂວງສາຣະວັນ ກ່າວວ່າ: ປີ 2020 ຜ່ານມາ ການສົ່ງອອກ ມັນຕົ້ນຂອງແຂວງສາຣະວັນ ໃນ 9 ເດືອນ ຂອງ ປີ 2020 ສົ່ງອອກມັນຕົ້ນ ມູນຄ່າ 81 ລ້ານໂດລາ ສະຫະຣັຖ. ທຽບໃສ່ປີ 2019 ເພີ່ມຂຶ້ນ 62%. ຕລາດສົ່ງອອກຫຼັກແມ່ນປະເທດໄທຍ ກວມເອົາ 91,46% ແລະ ສົ່ງໄປວຽດນາມ 8,6%.

ປັຈຈຸບັນໃນແຂວງສາຣະວັນ ມີທຸຣະກິຈລານມັນ ທີ່ເກັບຊື້ມັນຕົ້ນ ທັງໝົດ 67 ແຫ່ງ, ຈົດທະບຽນເປັນ ວິສາຫະກິຈ ຖືກຕ້ອງ 55 ແຫ່ງແລະອີກ 12 ແຫ່ງຍັງບໍ່ມີທະບຽນ.

ສ່ວນ ຈຸດເກັບຊື້ມັນຕົ້ນມີເມືອງເລົ່າງາມ 26 ແຫ່ງ, ເມືອງວາປີ 15 ແຫ່ງ, ເມືອງຄົງເຊໂດນ 10 ແຫ່ງ, ເມືອງສາລະວັນ 9 ແຫ່ງ, ເມືອງລະຄອນເພັງ 5 ແຫ່ງ, ເມືອງຕະໂອ້ຍ ແລະ ເມືອງ ສະໝ້ວຍ ເມືອງລະ 1 ແຫ່ງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org