3 ປີຜ່ານໄປ ຊີວິດຂອງ ຊາວເມືອງສນາມໄຊ ຍັງມືດມົນ ຍ້ອນເຂື່ອນແຕກ (ພາກ 1)
2021.07.22

ເຫດການເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ໃນວັນທີ 23 ກໍຣະກະດາ ປີ 2018 ຢູ່ ແຂວງຈຳປາສັກ, ໄດ້ສ້າງຄວາມເສັຽຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ເມືອງສນາມໄຊ ແຂວງອັດຕະປື ທີ່ຢູ່ຕອນລຸ່ມຂອງເຂື່ອນ ເຮັດໃຫ້ມີຜູ້ເສັຽຊີວິດ 71 ຄົນ ແລະ ສ້າງ ຄວາມເສັຽຫາຍ ຢ່າງປະເມີນຄ່າບໍ່ໄດ້.
ຈົນມາເຖິງປັດຈຸບັນ ຊາວບ້ານ 1,000 ປາຍຄອບຄົວ ຫຼື ປະມານ 4,000 ປາຍຄົນ ຢູ່ ບ້ານທ່າແສງຈັນ, ຫີນລາດ, ສະໝອງໃຕ້, ທ່າຫີນ, ບ້ານໃໝ່ ແລະ ບ້ານດອນບົກ ຍັງໄດ້ຮັບ ຜົນກະທົບ-ຂາດເຂົ້າກິນ ຍ້ອນເຮັດນາບໍ່ໄດ້ ຄືແຕ່ກ່ອນທີ່ເຂື່ອນບໍ່ທັນແຕກ.
ທັງ 6 ບ້ານທີ່ກ່າວມານັ້ນ ເປັນບ້ານທີ່ໄດ້ຮັບຜົລກະທົບ ຈາກເຫດການເຂື່ອນແຕກ ຫຼາຍທີ່ສຸດ ບ້ານເຮືອນເຂົາເຈົ້າຖືກນ້ຳພັດເສັຽ ຫາຍ, ບາງບ້ານເຫຼືອແຕ່ເຮືອນຫຼັງດຽວ ແລະ ເນື້ອທີ່ນາ ຊົລປະທານກໍໄດ້ຮັບຄວາມເສັຽຫາຍ.
ເຖິງເຫດການຜ່ານໄປເປັນເວລາ 3 ປີ ແລ້ວກໍຕາມ, ແຕ່ປະຊາຊົນກໍຍັງປະເຊີນກັບບັນຫາ ກໍຄື, ປະຊາຊົນເຮັດນາໄດ້ບໍ່ປົກກະຕິ ແລະ ຜົລຜລິດເຂົ້າກໍບໍ່ໄດ້ດີ ຄືທີ່ຜ່ານມາ. ດິນທີ່ເຄີຍ ອຸດົມສົມບູນຂອງເຂົາເຈົ້າໄດ້ເສັຽໄປ ກັບເຫດການນ້ຳຖ້ວມ, ມີຂີ້ຕົມ, ຂີ້ຊາຍ ແລະ ຂີ້ຫີນ ຖືກນ້ຳພັດໄຫຼມາຖົມເນື້ອທີ່ນາເຂົາເຈົ້າ. ໃນຂນະທີ່ເນື້ອທີ່ດິນ ທີ່ທາງການບຸກເບີກໃຫ້ເຂົາເຈົ້າ ກໍບໍ່ພຽງພໍ ແລະ ບາງ ຈຸດກໍບໍ່ເໝາະສົມ ສຳລັບການເຮັດນາອີກຕໍ່ໄປ.
ເອເຊັຽເສຣີ ໄດ້ສຳພາດປະຊາຊົນ ເມືອງສນາມໄຊ ຜູ້ປະສົບກັບເຫດການ 4 ຄົນ ແລະ ກໍໄດ້ຄຳຕອບຄ້າຍຄືກັນວ່າ ຫຼັງຈາກເຂື່ອນ ແຕກ ຊີວິດຂອງເຂົາເຈົ້າ ຈະບໍ່ມີວັນກັບໄປໃຫ້ດີ ຄືເກົ່າ. ປະຊາຊົນຄົນທີ 1 ກ່າວຕໍ່ເອເຊັຽເສຣີ ວ່າ:
"ໂອແຕ່ກ່ອນນີ້ ຄືນ້ອງນິບໍ່ແມ່ນເວົ້າແຫຼະ ລະດັບ 280 ສອບ ລະກະ ນາແຊງນີ້ເອົາແຕ່ ລະຫວ່າງ 100 ປາຍກວ່າສອບ ໃນແຕ່ລະ ປີຫັ້ນນະ ໂອ ກະສອບລະ 35 ກິໂລ ສົມມຸດວ່າ ກະສອບກາມົດແດງຫັ້ນນະ ກະສອບມົດແດງລະກະ 40 ໂລ 41 ແລະ 42 ໂລ ຫັ້ນລະ."
ແຕ່ກ່ອນເຂື່ອນແຕກ ປະຊາຊົນທ່ານນີ້ ສາມາດຜລິດເຂົ້າໄປສອງຣະດູຕໍ່ປີ, ຜົລຜລິດເຂົ້າຢ່າງໜ້ອຍ 10 ຕັນ ຕໍ່ປີ ເຊິ່ງສາມາດມີ ເຂົ້າກິນ ລ້ຽງຄອບຄົວໄດ້. ຖ້າຄິດໄລ່ ບວກລົບຄູນຫານ 280 ກະສອບ ຄູນໃຫ້ ກະສອບລະ 35 ກິໂລກຼາມ ຂຶ້ນໄປ.
ແຕ່ວ່າ ຫຼັງຈາກເຂື່ອນແຕກແລ້ວ ທີ່ດິນນາ ທີ່ອຸດົມສົມບູນ ກໍໄດ້ຮັບຄວາມເສັຽຫາຍ ຊາວບ້ານເຮັດນາບໍ່ໄດ້ເຕັມທີ່. ປະຊາຊົນທ່ານນີ້ ສາມມາດຜລິດເຂົ້າໄດ້ພຽງແຕ່ປະມານ 100 ກະສອບ, ກະສອບລະ 35 ກິໂລກຼາມຂຶ້ນໄປປະມານ 3.5 ຕັນ ເທົ່ານັ້ນ. ປະຊາຊົນ ທ່ານນີ້ ກ່າວວ່າ:
"ຝ່າຍທາງໂຄກ ວ່າຊັ້ນຊາ ທີ່ພັກຣັຖເພິ່ນ, ເພິ່ນພັທນາປີກາຍນີ້ ຝາຍທາງໂຄກ ວ່າຊັ້ນຊາ ປີກາຍນີ້ເຮົາໄປ ປະມານ 100 – 100 ປາຍ ກະສອບ ແຕ່ວ່າ ຊິໃຫ້ກຸ້ມກິນບໍ່, ບໍ່ກຸ້ມກິນລະເຮົາເບິ່ງວ່າ ພໍ່ແມ່ປະຊາຊົນຫັ້ນ ບາງຄົນຫັ້ນລະ ມັນຍ້ອນແມງແຄງ ລະກະໄດ້ ແຕ່ 4-5 ກະສອບ ເຂົ້າກິນບໍ່ມີລະດຽວນີ້ນະ ພໍ່ແມ່ປະຊາຊົນເຮົານີ້."
ການເຮັດນາຍາມແລ້ງ ສາມາດໄຖນາໄດ້ ສ່ວນວ່າ ຍາມຝົນເຮັດບໍ່ໄດ້ ຍ້ອນວ່າ ທີ່ດິນເປັນຕົມ ແລະ ລົ່ມ ຊາວບ້ານບໍ່ສາມາດຄາດ ແລະໄຖນາໄດ້. ປະຊາຊົນ ກ່າວຕື່ມອີກ ວ່າ:
"ການເຮັດໄຮ່ໄຖນາ ຂອງພວກເຮົາ ເບິ່ງຕາມຕົວຈິງ ໃນສະພາບນີ້ຫັ້ນນ່າ ເພາະວ່າ ເຮົາເຮັດລະກະເຮັດໄດ້ຢູ່ ລະກະຍາມແລ້ງນີ້ ເຮົາເຮັດໄດ້ ແຕ່ຍາມຝົນຟ້າລົມຝົນຕົກຈັ່ງຊີ້ນິ ຄາດໄຮ່ໄຖນານິ ກະບໍ່ໄດ້ເພາະວ່າ ດິນນີ້ມັນດິນໃໝ່ ເພາະວ່າ ມັນລົ່ມໄປໝົດດຽວນີ້."
ປະຊາຊົນຕ້ອງໄດ້ເລືອກໄຖນາໃນເດືອນເມສາ ແທນ, ແຕ່ເຂົ້າກໍຕາຍ ຍ້ອນວ່າ ຝົນບໍ່ຕົກ ແລະ ຫຍ້າກໍປົ່ງຂຶ້ນໃນເຂດນາທີ່ຊາວບ້ານ ດຳໄປລົງໄປ. ປະຊາຊົນບາງຄົນ ທີ່ເຄີຍເຮັດນາ ໄດ້ເຂົ້າຢ່າງໜ້ອຍ 10 ຕັນ ກ່ອນເຂື່ອນແຕກ ແຕ່ວ່າ ຫຼັງຈາກເຂື່ອນແຕກແລ້ວ ກໍໄດ້ເຂົ້າພຽງແຕ່ນຶ່ງຕັນເທົ່ານັ້ນ. ປະຊາຊົນທ່ານທີ 2 ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ປີນຶ່ງບໍ່ຫຼຸດດອກ 200 ປາຍ 300 ກະສອບ ບາດນີ້ອາສັຍນຳເຂົ້າຫັ້ນແຫຼະ ກິນຢາກທຸກຫຼືຍາກ ກະອາສັຍນຳເຂົ້ານຳນ້ຳຫັ້ນແຫຼະ, ເອີ ແຕ່ກ່ອນກະພໍກິນ ຈົນເຫຼືອກິນຫັ້ນແຫຼະ ບາດດຽວນີ້ຕີ້ນິ ຄືປີກາຍນີ້ ໄດ້ເຂົ້າແຕ່ 6 ກະສອບ ຄືເຮົາເອງ ໄດ້ແຕ່ 6 ສອບແຫຼະ ປີກາຍນີ້."
ທີ່ດິນນາ ທີ່ທາງການບຸກເບີກໃຫ້ ບາງບ່ອນກໍສາມາດເຮັດນາໄດ້, ແຕ່ບາງບ່ອນກໍບໍ່ສາມາດເຮັດນາໄດ້. ປະຊາຊົນຄົນທີ 2 ຍັງກ່າວ ຕື່ມອີກວ່າ:
"ໂອ້, ຍັງແຫຼະ ຍັງບໍ່ທັນປົກກະຕິ ບໍ່ຄືແຕ່ກອນ, ແຕ່ກ່ອນກະສະບາຍແຫຼະ ກະບໍ່ຄືແຕ່ກ່ອນແຫຼະ ແຕ່ກ່ອນ ກະສະບາຍແຫຼແຕ່ກ່ອນ ເພາະວ່າໄຮ່ນາຕາກ້າເຮົາກະຫຼາຍ ໄດ້ສໍ່າໃດ ມີນາກະເຮັດສໍ່ານັ້ນ ບາງຄົນກະເຮັດໄດ້ ບາງຄົນກະເຮັດບໍ່ໄດ້ຊ້ຳນາ, ຄືເຮົາເອງ ແຕ່ກີ້ນິ ບໍ່ຫຼຸດແທ້ແຫຼະ 200 ປາຍ 300 ກະສອບ ກະປົນກັນຊັ້ນແຫຼະ."
ທາງການແຂວງ ໄດ້ບຸກເບີກເນື້ອທີ່ດິນ ໃຫ້ແກ່ຊາວບ້ານ ທີ່ໄດ້ຮັບຜົລກະທົບຈາກເຂື່ອນແຕກ ບາງຄົນກໍໄດ້ດິນທຳກິນຕາມທີ່ທາງ ການຈັດສັນໃຫ້. ປະຊາຊົນທ່ານນີ້ ກ່າວຕື່ມອີກວ່າ:
"ເອີ, ກະເຮັດໄປຈັ່ງຊີ້ແຫຼະ ມີແຕ່ຫວ່ານເອົາ ບໍ່ໄດ້ດຳ ມີແຕ່ຫວ່ານເອົາຫັ້ນແຫຼະ ບໍ່ບໍ່ມີແຫຼະໂຕບຸກເບີກນີ້ ມີແຕ່ວ່າເຮົາເຮັດນຳໃຊ້ນາ ທີ່ເຮົາເຮັດໄດ້ 2,000 – 3,000 ຕາແມັດ ຈັ່ງຊີ້ນ່າ ນາເກົ່າ ຜູ້ເຮັດໄດ້ກະເຮັດ ຜູ້ເຮັດບໍ່ໄດ້ ກະບໍ່ໄດ້ເຮັດຫັ້ນຫຼະນາເກົ່າ ຢູ່ທົ່ງໃຫຍ່ ກະໄດ້ເຮັດ ມີແຕ່ໄດ້ຫວ່ານເອົາຄືກັນນີ້ແຫຼະ."
ປະຊາຊົນອີກທ່ານນຶ່ງກ່າວວ່າ ກ່ອນເຂື່ອນແຕກເຄີຍຜລິດເຂົ້າໄດ້ຢ່າງໜ້ອຍ ປະມານ 7 ຕັນຕໍ່ປີ ແຕ່ປັດຈຸບັນ ສາມາດເຮັດນາຜລິດ ເຂົ້າໄດ້ບໍ່ຮອດ 2 ຕັນ ຕໍ່ປີ ຍ້ອນວ່າເປັນດິນໂນນ ໃນເວລາຝົນຕົກມານ້ຳຈະບໍ່ຢູ່. ປະຊາຊົນ ຄົນທີ 3 ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ນ້ຳກະບໍ່ຢູ່ ເປັນດິນນາໂນນເລີຍນະລູກ ເປັນດິນນາໂນນເລີຍນ້ຳບໍ່ຢູ່ ເຂົາບໍ່ທັນໄດ້ປ່ອຍຊ້ຳ ບໍ່ທັນໄດ້ປ່ອຍຊ້ຳ ເພາະວ່າ ດິນນາມັນ ບໍ່ພຽງເດ້ລູກ ເຂົາບໍ່ໄດ້ປັບ ເຂົາບໍ່ໄດ້ປັບໃຫ້ມັນພຽງ ເພາະວ່າມັນເປັນໂນນ ເປັນອີ່ສັງ ນ້ຳຫັ້ນມັນບໍ່ຂຶ້ນ ມັນເປັນໂນນ ເປັນສັງ ນ້ຳຫັ້ນຊົ່ວມັນຊິຂຶ້ນໄດ້ ນ້ຳດີກະມີ ບ່ອນບໍ່ດີກະບໍ່ມີລູກເອີຍ ກະໄດ້ພໍກິນເຮັກຕານຶ່ງ ປະມານ 40-50 ກະສອບ ນີ້ແຫຼະ (ກະສອບລະ 35 ກິໂລກຼາມ ເທົ່າກັບ 1.4 ຕັນ - 1.75 ຕັນ)."
ບາງຄອບຄົວກໍມີດິນເຮັດນາ, ແຕ່ບາງຄອບຄົວ ກໍບໍ່ມີດິນຊິເຮັດ. ແຕ່ຖ້າຫວນຄືນກ່ອນເຂື່ອນຍັງບໍ່ທັນແຕກ ປະຊາຊົນທ່ານນີ້ສາມາດ ຜລິດເຂົ້າໄດ້ຢ່າງໜ້ອຍ 7 ຕັນ ຕໍ່ປີ. ປະຊາຊົນ ທ່ານນີ້ ໄດ້ກ່າວຕື່ມວ່າ:
"ຕອນນັ້ນ ກະເຂົາເຮັດໄດ໋ເວີ້ຍ ເຂົາເຮັດໝົດທຸກຄົນໄດ໋ເວີ້ຍຜູ້ລະ 2 ເຮັກຕາ, ຜູ້ລະ 3 ເຮັກຕາ, ຜູ້ລະ 8 ເຮັກຕາ ກະມີຕໍ່ຄອບຄົວ, ລູກ ມີ 4 ເຮັກຕາ ແຕ່ລະປີຫັ້ນ ແຕ່ ເຂື່ອນຍັງບໍ່ທັນໄດ້ ແຕກ ກະໄດ້ໄດ໋ເວີ້ຍ 200 ປາຍ ເທົ່າກັບ 7 ຕັນປາຍ, 220 ກະສອບ 230 ກະສອບ ຈາກເຮັດນາແລ້ວລະກະ ໃສ່ເບັດໄສ່ມອງ ຫາປູ ຫາປາ."
ສາເຫດທີບໍ່ສາມາດ ເຮັດນາໄດ້ດີຄືແຕ່ກ່ອນ ຍ້ອນວ່າ ເນື້ອທີ່ນາເປ່ເພ ຈາກເຫດການເຂື່ອນແຕກ ບໍ່ສາມາດຟື້ນຟູ ແລະ ປົວແປງ ເນື້ອທີ່ດິນນາໄດ້. ໃນຂນະທີ່ ເນື້ອທີ່ດິນນາເກົ່າ ເຂົາເຈົ້າກໍໄຖ-ຄາດ ໄດ້ງ່າຍ ຍ້ອນວ່າເປັນດິນ ທີ່ຖືກບຸກເບີກ ແລະ ຊັບຊ່າວ ສະນັ້ນນາເກົ່າເຂົາເຈົ້າ ຈຶ່ງເປັນເປັນດິນພຽງ ປະກອບກັບເປັນດິນ ທີ່ອຸດົມສົມບູນ ຊຶ່ງຄົນທ້ອງຖິ່ນ ເຂົາເອີ້ນວ່າ ດິນທາມ ຫຼື ດິນ ບໍລິເວນນ້ຳ. ປະຊາຊົນທ່ານນີ້ ກ່າວຕື່ມອີກ ວ່າ:
"ໂຕດິນເກົ່າຫັ້ນແຫຼະ ເຮົາໄດ້ກວ່າ ລູກເອີຍ ດິນໂຕນັ້ນເຮົາໄຖກະງ່າຍ ເຮົາດຳກະງ່າຍ ເຮົາເຮັດໝົດ ແລະ ເຂົ້າກະງາມອີກໄດ໋ ໂຕດິນເກົ່າຫັ້ນ ລູກ ໃກ້ນ້ຳຄັນດິນພຽງຄືແຕ່ເກົ່າ ຫັ້ນງ່າຍ."
ແຕ່ກ່ອນທີ່ເຂື່ອນບໍ່ທັນແຕກ ເຂົາເຈົ້າເຄີຍເຮັດນາຂາຍເຂົ້າໄດ້ເງິນ ບໍ່ຕ່ຳກວ່າ 10 ລ້ານກີບ ຕໍ່ປີ, ແຕ່ຫຼັງຈາກເຂື່ອນແຕກ ເຂົາເຈົ້າມີ ເຂົ້າບໍ່ກຸ້ມກິນ ແລະ ບໍ່ມີຣາຍຮັບ. ປະຊາຊົນທ່ານນີ້ ກ່າວວ່າ:
"ກະໄດ້ພໍໄດ້ຢູ່ ປີນຶ່ງກະໄດ້ຢູ່ ປະມານ 10 ລ້ານ ກີບ ແຕ່ລະປີຫັ້ນບໍ່ຫຼຸດດອກ 10 ປາຍລ້ານກີບ ໂອ້ດຽວນີ້ ຫັ້ນຍອມລູກເອີຍ ຍອມຍອມ ຈັກຊິເຮັດທາງໃດ ຈັກຊິຫາທາງໃດ ເຮົາໄດ້ເຂົ້າປີນີ້ 10 ສອບ ເທົ່ານັ້ນ ປີຊິມານີ້ ກະບໍ່ທັນໄດ້ຮູ້ເດ້ ກຳລັງ ບາງເທື່ອ ແຫ້ງແລ້ງອີກປີນີ້ ຈັກຊິເຮັດຈັ່ງໃດລູກເອີຍ."
ກໍຣະນີ ປະຊາຊົນຊາວເມືອງສນາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົລກະທົບຈາກເຂື່ອນແຕກ ສ່ວນຫຼາຍມີອາຊີບເຮັດນາ ກໍມີບັນຫາ ຄ້າຍຄືກັບປະຊາຊົນ ທີ່ຖືກຍົກຍ້າຍຈາກໂຄງການ ສ້າງເຂື່ອນຂອງຣັຖບານ ຊຶ່ງ ເຂົາເຈົ້າຈະບໍ່ມີທີ່ດິນກະສິກັມ ໂດຍສະເພາະດິນນາ.
ສາສດາຈານ ອຽນແບຣ໌ ອາຈານຈາກ ມະຫາວິທະຍາໄລ Wisconsin Madison ສະຫະຣັຖອາເມຣິກາ ຜູ້ທີ່ເຄີຍເຮັດວຽກພັທນາ ຢູ່ປະເທດລາວ ມາຫຼາຍປີ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ຖ້າເຮົາເບິ່ງນີ້ນ່າ ລັກສນະຜົລກະທົບ ຫຼື ລັກສນະບັນຫາທີ່ເກີດຂຶ້ນມານີ້ນະ ມັນຄ້າຍໆກັນ ສ່ວນຫຼາຍນີ້ ທີ່ຍົກຍ້າຍຄົນອອກຈາກ ເນື້ອທີ່ຂອງເຂື່ອນນີ້ເນາະ ມັກຈະມີບັນຫາກັບດິນ ການຜລິດ, ຄືວ່າ ເຮືອນຊານເຂົາເຈົ້າກະເຮັດໃຫ້ຢູ່ ໂຮງຮຽນກະໄດ້ ກະໄດ້ ສຸຂສາລາເນາະ ແຕ່ວ່າ ມັກຈະມີບັນຫາເຣື່ອງທີ່ດິນກະສິກັມ."
ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກເຂື່ອນແຕກ ສ່ວນຫຼາຍແມ່ນເຮັດນາບໍ່ໄດ້ຄືແຕ່ກ່ອນ ແລະ ບາງບ່ອນເຂົາເຈົ້າດຳນາໄປແລ້ວເຂົ້າ ພັດຕາຍ ສະນັ້ນຊາວບ້ານບາງຄອບຄົວ ກໍຍັງຝືນເຮັດນາ ເຖິງວ່າຜົລຜລິດຈະບໍ່ໄດ້ເຕັມເມັດເຕັມໜ່ວຍກໍຕາມ ແຕ່ບາງຄອບຄົວ ກໍຕັດສິນໃຈບໍ່ເຮັດນາ ແລະ ໄປເຊົ່າດິນຢູ່ບ່ອນອື່ນເຮັດສວນມັນຕົ້ນແທນ. ປະຊາຊົນຄົນທີ 4 ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ກະເຮັດນາປີຫັ້ນແຫຼະ ບາງຄົນ ກະໄດ້ເຮັດ ບາງຄົນ ກະບໍ່ໄດ້ເຮັດ ກະແລ້ງຫຼາຍ ມັນບໍ່ມີຝົນ ບືນໃຜບືນມັນ ຫັ້ນແຫຼະ ບາງຄົນກະ ເຮັດໄປແລ້ວ ກະຫວ່ານເຂົ້າໄປ ມັນຕາຍໝົດ ກະປະເລີຍບໍ່ໄດ້ເຮັດຕໍ່ ບາງຄອບຄົວຫັ້ນ ເຂົາກະເຮັດສວນມັນ ສວນສັງ ເຊົ່າດິນເຂົາ ກະບືນໄປເຮັດເອງຫັ້ນແຫຼະ ເອົາເຫື່ອເອົາແຮງເຮັດດອກ ພັກຣັຖ ເຂົາບໍ່ເບິ່ງດອກ."
ໃນຂນະທີ່ເຈົ້າໜ້າທີ່ທາງການ ແຂວງອັດຕະປື ກໍຢືນຢັນວ່າ ໄດ້ພຍາຍາມແກ້ໄຂບັນຫາ ໃຫ້ປະຊາຊົນ ໂດຍການຈັດສັນແບ່ງດິນ ໃຫ້ແກ່ປາຊາຊົນ ແລະ ສ້ອມແປງຊົລປະທານ ໃຫ້ປະຊາຊົນຜູ້ທີ່ໄດ້ຮັບ ຜົລກະທົບຈາກເຂື່ອນແຕກ ຢູ່ເມືອງສນາມໄຊແລ້ວ. ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ທີ່ດິນກະໄດ້ລະເດ້ ແຕ່ວ່າ ປະຊາຊົນຫັ້ນ ບາງບ່ອນເຂົາຍັງບໍ່ທັນໄປເຮັດ ບາງບ່ອນກະໄປເຮັດແລ້ວ ເພາະວ່າມັນກະໄຮ່ນາເຂົາ ເຮົາກະຟື້ນຟູໃຫ້ໝົດແລ້ວ ໂຕທີ່ດິນກະສິກັມ ກະແມ່ນວ່າ ບາງຄອບຄົວຫັ້ນ ກະມີຄວາມຫຍຸ້ງຍາກໃນດ້ານທຶນຮອນ ທີ່ໄປເຮັດຫັ້ນ ແຕ່ວ່າ ແຕ່ວ່າ ໝູ່ເຮົາກະແບ່ງປັນໃຫ້ໝົດລະ ທາງດ້ານແຮງງານ."
ແຂວງຍັງມີທີ່ດິນອີກ 100 ເຮັກຕາ ເພື່ອສຳຮອງໄວ້ໃຫ້ປະຊາຊົນ ຜູ້ທີ່ມີດິນທຳການຜລິດບໍ່ພຽງພໍ. ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ກ່າວຕື່ມອີກວ່າ:
"ແນວທັມມະຊາດ ກະດິນຈົບດິນງາມແດ່ ມັນກະຫຼົ່ມແດ່ຫັ້ນແຫຼະ ມັນກະທັມມະດາແຫຼະ ແນວຂອງທັມມະຊາດ ມັນບໍ່ແມ່ນເຮົາໄປເພ ໄປປັບໄປແປງ ໄປແຕ່ງເອົາເດ້ ທັມມະຊາດ ມັນກະມີບ່ອນງ່າຍ ມັນກະທັມມະດາ, ຄັນວ່າ ບ່ອນໃດມັນຍາກຫຼາຍ ຄັນປະຊາຊົນ ເຮັດບໍ່ໄດ້ ລະດິນພວກເຮົາກະຍັງເຫຼືອເດ້ ປະມານ 100 ກວ່າເຮັກຕາ ໄປຈັດສັນບ່ອນໃໝ່ ໃຫ້ກະໄດ້ ຄັນປະຊາຊົນບໍ່ພໍໃຈ, ບໍ່ມີ ບັນຫາດອກ."
ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ຍັງກ່າວຕື່ມອີກວ່າ:
"ເຈົ້າໜ້າທີ່ແຂວງໄດ້ມີ ການສ້ອມຊົລປະທານ 3 - 4 ແຫ່ງໃຫ້ປະຊາຊົນທີ່ໄດ້ຮັບຜົລກະທົບ ແລ້ວເກືອບ 100 ເປີເຊັນ ແລ້ວແລະ ປະຊາຊົນສາມາດເຮັດນາໄດ້ສອງຣະດູ."
ແຂວງອັດຕະປື ໄດ້ມີການຈັດສັນທີ່ດິນໃຫ້ປະຊາຊົນໃນເນື້ອທີ່ 1 ເຮັກຕາ ຕໍ່ແຮງງານ ຫຼື ຕໍ່ຄອບຄົວ ແຕ່ກໍຂຶ້ນກັບຈຳນວນຄອບຄົວ ຜູ້ທີ່ມີຄົນໜ້ອຍ ແລະຄົນຫຼາຍ ຊຶ່ງການຈັດສັນໃຫ້ ປະຊາຊົນ ແມ່ນ ອີງຕາມກົດໝາຍທີ່ດິນ. ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ອັດຕະປື ກ່າວວ່າ:
"ຕາມຈຳນວນຫັ້ນແຫຼະ ເຮົາໄລ່ຕາມແຮງງານ ແຮງງານນຶ່ງກະ 1 ເຮັກຕາ, ສອງແຮງງານ ກະ 2 ເຮັກຕາ, ສາມແຮງງານກະ 3 ເຮັກຕາ ກະມີ ຕາມທີ່ໝູ່ເຮົາກຳນົດຫັ້ນນ່າ 4 ແຮງງານໄປ ກະ 3 ເຮັກຕາ ກະມີ, 4 ເຮັກຕາ ກະມີ ຂຶ້ນກັບຈໍານວນຄົນ ແຕ່ລະ ຄອບຄົວ ຄອບຄົວ ມັນກະມີ ເຮົາໄລ່ແຮງງານສົມບູນເດ້ ເຮົາໄລ່ແຮງງານ ຕາມກົດໝາຍທີ່ດິນເດ້."
ແຕ່ ບັນດານັກວິຊາການຕ່າງປະເທດ ເຫັນວ່າທາງການລາວ ແລະ ໂຄງການເຂື່ອນເຊປຽນ-ເຊນ້ຳນ້ອຍ ບໍ່ໃຫ້ຄວາມສຳຄັນໃນການ ຟື້ນຟູຊີວິດ ການເປັນຢູ່ຂອງປະຊາຊົນ ທີ່ໄດ້ ຮັບຜົລກະທົບຈາກເຂື່ອນແຕກ.
ທ່ານ Bruce Shoemaker, ນັກວິຊາການ ອິສຣະ ເຣື່ອງການສ້າງເຂື່ອນ ທີ່ຂຽນປຶ້ມກ່ຽວກັບ ຜົລກະທົບເຂື່ອນນ້ຳເທີນ 2 "Dead in the Water" ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ຄວາມຊັກຊ້າໃນການສ້າງເຮືອນໃຫ້ແກ່ ປະຊາຊົນທີ່ໄດ້ຮັບຜົລກະທົບ ບໍຣິສັດໃຫ້ເຫດຜົນວ່າ ບໍ່ມີກັມມະກອນພຽງພໍ ຫຼື ວັດຖຸ ຫຼື ງົບປະມານບໍ່ພຽງພໍ ໃນການສ້າງເຮືອນໃຫ້ທັນ ເວລາ, ແຕ່ວ່າ ໃນເວລາດຽວກັນ ບໍຣິສັດ ພັດສາມາດສ້າງຄູກັ້ນນ້ຳ D ຂອງ ເຂື່ອນ ທີ່ແຕກໄປນັ້ນ ສຳເຣັດແລ້ວ ແລະ ເລີ່ມຜລິດກະແສໄຟຟ້າຂາຍແລ້ວ. ສິ່ງນີ້ ສແດງໃຫ້ເຫັນວ່າ ບຸຣິມະສິດ ຂອງບໍຣິສັດ ແມ່ນຫຍັງ ແລະ ເປັນທີ່ກະຈ່າງແຈ້ງແລ້ວວ່າ ບໍຣິສັດບໍ່ໄດ້ຟື້ນຟູຊີວິດການເປັນຢູ່ ປະຊາຊົນທີ່ໄດ້ຮັບຜົລກະທົບ ຈາກຄວາມບໍ່ຮັບຜິດຊອບ ຂອງ ບໍຣິສັດ.”
ທ່ານ Bruce Shoemaker ຍັງກ່າວຕື່ມອີກວ່າ:
“ເປັນທີ່ໜ້າເສັຽດາຍ, ປະສົບການຂອງຜູ້ທີ່ໄດ້ຮັບຜົລກະທົບ ຈາກເຊື່ອນເຊປຽນ-ເຊນ້ຳນ້ອຍແຕກ ໄດ້ສະທ້ອນເຖິງຊຸມຊົນຄົນອື່ນໆ ທີ່ຖືກຍົກຍ້າຍຈາກໂຄງການເຂື່ອນ ແລະ ໂຄງການພັທນາໂຄງສ້າງພື້ນຖານອື່ນໆ. ບໍຣິສັດເຂື່ອນເລັ່ງກໍ່ສ້າງຄູກັ້ນນ້າ D ທີ່ແຕກ ໃຫ້ສຳເຣັດ ເພື່ອໃຫ້ສາມາດຜລິດໄຟຟ້າໃຫ້ຂາຍໄດ້, ແຕ່ ພັດບໍ່ໃສ່ໃຈຟື້ນຟູ ຊີວິດການເປັນຢູ່ ຂອງປະຊາຊົນ.”
ນັກວິຊາການອີກທ່ານນຶ່ງ ໃຫ້ທັສນະວ່າ ພາຍໃນເວລາ 3-4 ປີ ປະຊາຊົນບໍ່ສາມາດຟື້ນຟູການດຳລົງຊີວິດ ຂອງເຂົາເຈົ້າໄດ້ຍ້ອນວ່າ ເຂົາເຈົ້າຂາດທີ່ດິນເຮັດນາ ຫຼື ເຮັດການຜລິດ ເພື່ອລ້ຽງຊີບເຂົາເຈົ້າ.
ສາສດາຈານ ອຽນ ແບຣ໌ ຈາກ ມະຫາວິທະຍາໄລ Wisconsin Madison ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ບໍ່ ແກ້ບໍ່ທັນໄດ້ດອກ ໂດຍສະເພາະ ມັນຍັງມີບັນຫາທາງດ້ານທີ່ດິນການຜລິດນີ້ ເພາະວ່າມັນມີຂີ້ຕົມນີ້ນ່າ ມັນລົ້ນນາເຂົາຫຼາຍນ່າ ລະເຂົາເຈົ້າກະເລີຍເຮັດນາບໍ່ໄດ້."
ກ່ອນທີ່ເຂື່ອນບໍ່ທັນແຕກ, ປະຊາຊົນຢູ່ບາງບ້ານ ກໍຂາຍເຂົ້າໄດ້ຫຼາຍ 100 ຕັນ, ແຕ່ມາປັດຈຸບັນ ເນື້ອທີ່ນາເຂົາເຈົ້າລົ່ມ. ສາສດາຈານ ອຽນ ແບຣ໌ ໄດ້ກ່າວວ່າ:
"ແຖວນນັ້ນດິນນາມັນງາມໄດ໋ ເຂົາເຈົ້າກະໄດ້ເຮັດນາ ໄດ້ຜົລຜລິດຫຼາຍຢູ່ໄດ໋ ບາງບ້ານກະຂາຍ 500-600 ໂຕນ ຫັ້ນນ່າ ກ່ອນທີ່ ເຂື່ອນບໍ່ທັນໄດ້ແຕກ ເຂົາເຈົ້າກະດິນງາມຢູ່ໄດ໋ ເຂົາເຈົ້າກະເຮັດໄດ້ ແຕ່ວ່າ ຫຼັງຈາກນີ້ ມັນກະແຕ່ລະບ່ອນບໍ່ຄືກັນ ບາງບ່ອນມີມັນ ຂີ້ຕົມຫຼາຍ ຖ້າຂີ້ຕົມຫຼາຍມັນເຮັດບໍ່ໄດ້ ຈົນບໍ່ເຫັນຄັນນາເລີຍນ່າ."
ທ່ານ ກ່າວຕື່ມອີກວ່າ ທາງການທີ່ກ່ຽວຂ້ອງ ຍັງບໍ່ມີແຜນຟື້ນຟູທີ່ດິນລະອຽດ:
"ອັນ, ອັນນີ້ ກະຍາກຢູ່ ຄືວ່ານີ້ແຫຼະ ມັນແຜນການກ່ຽວກັບການຟື້ນຟູ ດິນນານີ້ນະ ອັນນີ້ເຮົາຕ້ອງເວົ້າໂຕນີ້ສາກ່ອນ ມັນຈັ່ງຊິເວົ້າ ເຣື່ອງການຟື້ນຟູໄດ້ ເພາະວ່າ ເຮືອນມັນກະສະເພາະ ແຕ່ຢູ່ນີ້ນະ ເຮືອນມັນບໍ່ໄດ້ຢູ່ໄກກັບດິນກະສິກັມ ຊິໃຫ້ແຕ່ເຂົາເຈົ້າຢູ່ແຕ່ເຮືອນ ບໍ່ເຮັດຫຍັງ ມັນຊິເປັນໄປໄດ້ບໍ່."
ໃນການຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ ທີ່ດິນນາມີຄວາມສຳຄັນທີ່ສຸດ ເພາະວ່າ ຖ້າເຂົາເຈົ້າເຮັດນາໄດ້ ກໍມີເຂົ້າກິນພຽງພໍ ຊຶ່ງມັນດີກວ່າການປູກພືດຊນິດດຽວ ເພື່ອສົ່ງໃຫ້ ບໍຣິສັດເອກກະຊົນ.
ຍົກຕົວຢ່າງ ການປູກອ້ອຍ ຖ້າອ້ອຍບໍ່ໄດ້ຂາຍ ຊາວບ້ານກິນອ້ອຍແທນເຂົ້າບໍ່ໄດ້ຕລອດ, ສາສດາຈານ ອຽນແບຣ໌ ກ່າວວ່າ:
"ເພາະວ່າ ແທ້ຈິງດີທີ່ສຸດ ຄືຕ້ອງຟື້ນຟູດິນນາ ເຂົາເຈົ້າຫັ້ນນ່າ ທີ່ເຂົາເຈົ້າບຸກເບີກໃໝ່ ມັນແມ່ນດິນໄຮ່ ບໍ່ແມ່ນດິນນາ ບາດນີ້ດິນນາ ນີ້ນ່າ ດິນນາມັນສໍາຄັນກວ່າດິນໄຮ່, ດິນໄຮ່ສ່ວນຫຼາຍ ເຂົາຊິປູກອ້ອຍນ່າ ຄັນວ່າ ປູກອ້ອຍຈັກວ່າ ຊິໄດ້ຜົລຜລິດຕາມຕ້ອງການຫຼືບໍ່ ມີກຳໄລຫຼືບໍ່ ມັນບໍ່ຄືເຮັດນາຫັ້ນນ່າ ເຮັດນານີ້ ລາຄາບໍ່ດີ ເຂົາເຈົ້າກະຍັງກິນໄດ້ເນາະ ຄັນວ່າ ປູກອ້ອຍນີ້ ກະບໍ່ແນ່ໃຈ ຄັນລາຄາບໍ່ດີ ກະຊິກິນໄດ້ຢູ່ໜ້ອຍນຶ່ງ ແຕ່ບໍ່ກິນໄດ້ຕລອດ."
ໂຄງການພັທນາສ່ວນຫຼາຍ ຈະອ້າງຄຳວ່າຜົລປໂຍດໃຫ້ແກ່ປະຊາຊົນ ແຕ່ຄວາມເປັນຈິງກໍຄື ມັນໄດ້ສ້າງບາດແຜ່ໃຫ້ປະຊາຊົນ ທີ່ໄດ້ ຮັບຜົລກະທົບ. ທ່ານ Bruce Shoemaker ກ່າວວ່າ:
"ເຖິງວ່າ ເຮົາຈະອ້າງເຣື່ອງການພັທນາ ເພື່ອຜົລປໂຍດຂອງປະຊາຊົນ ທີ່ຢູ່ໃກ້ໂຄງການ, ແຕ່ຄວາມຈິງກໍຄື ຊາວບ້ານບໍ່ເຄີຍໄດ້ຮັບຄ່າ ຊົດເຊີຍທີ່ ເໝາະສົມກັບສິ່ງທີ່ເຮັດໃຫ້ເກີດ ຄວາມເສັຽຫາຍຕໍ່ຊີວິດການເປັນຢູ່ ຂອງເຂົາເຈົ້າ. ຄວາມວຸ້ນວາຍທີ່ໜັກໜ່ວງ ທີ່ເກີດຂຶ້ນ ຕໍ່ຊີວິດ, ວັທນະທັມ ແລະ ວິຖີການດຳລົງຊີວິດ ຂອງປະຊາຊົນທີ່ຖືກຜົລກະທົບ ຈາກໂຄງການ ພັທນາຂນາດໃຫຍ່ ໄດ້ສ້າງບາດແຜ ແຜ່ລາມໄປທົ່ວປະເທດ."
ທ່ານ Bruce Shoemaker ໄດ້ກ່າວວ່າ:
"ຄ້າຍຄືກັນກັບໂຄງການພັທນາຂນາດໃຫຍ່ອື່ນ ໃນລາວ, ການຊົດເຊີຍທັງໝົດ ສຸມໃສ່ແຕ່ການສ້າງເຮືອນ ແລະ ໂຄງສ້າງພື້ນຖານ ພາຍໃນບ້ານ ແຕ່ວ່າ ມີພຽງແຕ່ສ້າງເຮືອນພັກ ຖາວອນ ໝາຍຄວາມວ່າ ແທບຈະບໍ່ໄດ້ແກ້ຊີວິດການເປັນຢູ່ໃຫ້ຊາວບ້ານ."
ສະເພາະຜົລທີ່ເກີດຂຶ້ນຈາກເຫດການເຂື່ອນແຕກ, ໃນເດືອນກໍຣະກະດາ 2019, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ຣາຍງານ ວ່າມີຄົນໄດ້ຮັບຜົລກະທົບທັງກົງ ທາງອ້ອມ ທັງໝົດປະມານ ຢູ່ເມືອງສນາມໄຊ ແຂວງ ອັດຕະປື 3,540 ຄອບຄົວ ຫຼື ປະມານ 14,000 ຄົນ. ເສັຽຊີວິດ ແລະ ຫາຍສາບສູນ 71 ຄົນ ແຕ່ຕໍ່ມາ ແຂວງກໍໄດ້ຣາຍງານວ່າ ຜູ້ທີ່ຫາຍສາບສູນໄດ້ເສັຽຊີວິດ ຮຽບຮ້ອຍແລ້ວ.