ນັກທ່ອງທ່ຽວເລືອກໄປບ່ອນ ປອດຢາງ ພາລາ

ຈໍາປາທອງ
2017.11.02
F-Rubber ສວນປູກຢາງພາລາ ແຂວງຫຼວງນໍ້າທາ
RFA/VD

ອິງໃສ່ຂໍ້ມູນຈາກຫ້ອງການທ່ອງທ່ຽວ ແລະວັທນະທັມເມືອງສິງ ປະຈຸບັນ ນັກທ່ອງທ່ຽວ ຕ່າງປະເທດ ເປັນຕົ້ນແມ່ນຈາກ ຢູໂຣບ, ອະເມຣິກາ ຫຼຸດລົງຫຼາຍຖ້າທຽບໃສ່ເມື່ອກ່ອນ, ສ່ວນໃຫ່ຍແມ່ນຍ້ອນ ການຕັດໄມ້ ທຳລາຍປ່າ ເພື່ອປູກຢາງພາລາ ຢ່າງຫຼວງຫຼາຍ. ນອກຈາກນີ້ ກໍຍ້ອນ ມີການຕັ້ງໂຮງງານ ແປຮູບຢາງພາລາ ຫລາຍແຫ່ງພາຍ ໃນເມືອງນີ້ເຮັດໃຫ້ ສະພາບແວດລ້ອມ ປ່ຽນໄປຈາກທີ່ເຄີຍເປັນທັມຊາດ ກາຍເປັນ ມົລພິດ. ຕາມຄຳເວົ້າ ຂອງເຈົ້າໜ້າທີ່ຫ້ອງການ ທ່ອງທ່ຽວທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ:

"ບັນຫາທີ່ນັກທ່ອງທ່ຽວ ຄືພວກຝະລັ່ງ ທີ່ເຂົາມາທ່ຽວ ປະຈຸບັນແມ່ນຫຼຸດລົງຫຼາຍ ແຕ່ກ່ອນຝະລັ່ງ ເຂົາມາທ່ຽວແມ່ນເຂົາ ມາເບີ່ງເລື້່ອງທຳມະ ຊາດ ເຂົາເຈົ້າຈະມັກ ເລະປ່າຂຶ້ນດອຍ ໄປເບິ່ງຊົນເຜົ່າອາຄາ ຍ່າງໄປແຕ່ລະບ້ານ ໂດຍຜ່ານ ທໍາມະຊາດ ປ່າໄມ້ ເມື່ອສົມທຽບໃສ່ 10 ປີ ຫລັງແມ່ນເຫລືອແຕ່ 10% ກະຖືວ່າຫາຍໄປ 90%”.

ແຕ່ກ່ອນເມືອງສິງເປັນເມືອງ ທີ່ມີນັກທ່ອງທ່ຽວມາທ່ຽວຫລາຍ ພວກເຂົາເຈົ້າ ມັກໄປທ່ຽວຕາມບ້ານ ຂອງຊົນເຜົ່າອາຄ່າ, ທ່ຽວຊົມທັມມະຊາດ ເຮັດໃຫ້ຊົນເຜົ່ານີ້ມີລາຍໄດ້ ຫລາຍພໍສົມຄວນ. ແຕ່ຫລັງຈາກທາງການ ໄດ້ອະນຸຍາດ ໃຫ້ນັກລົງທຶນຈີນເຂົ້າມາປູກ ຢາງພາລາ ໂດຍໄດ້ມີ ການຕັດໄມ້ ຖາງປ່າຢ່າງຫລວງຫລາຍ ຕາມເຂດບ້ານຊົນເຜົ່າອາຄ່າ ທີ່ຢູ່ທັງພູພຽງ ແລະພູດອຍ ເຮັດໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວຫລຸດລົງ ຫລາຍທີ່ສຸດ ເມື່ອທຽບໃສ່ ຣະຍະປີ 2000 ຫາປີ 2013 ຊຶ່ງສະເລັ່ຽ 8 ພັນ ຫາ 10 ພັນ ຄົນຕໍ່ປີ ແຕ່ມາຣະຍະນີ້ ຍັງເຫລືອພຽງ 200 ຫາ 300 ຄົນຕໍ່ປີ. ຕາມຂໍ້ມູນຂອງຫ້ອງການທ່ອງທ່ຽວ ເມືອງສິງ ດັ່ງທີ່ທ່່ານກ່າວວ່າ:

“ຝະລັ່ງສ່ວນຫຼາຍເຂົາຈະບໍ່ມັກ ຖ້າບ້ານໃດມີການປູກຢາງພາລາ ເຂົາຈະບໍ່ໄປເລີຍ ເຮົາກະເຂົ້າໃຈວ່າເຂົາບໍ່ມັກຢາງພາລາ ເວລາເຂົາມາຮອດ ເຂົາເຂົ້າມາສອບຖາມຂໍ້ມູນ ເຂົາຈະຖາມ ຫາບ້ານ ທີ່ບໍ່ມີການຖາງປ່າ ບ້ານທີ່ບໍ່ມີ ການປູກຢາງພາລາ ເຂົາຈິ່ງພາກັນໄປ”.

ສິ່ງດັ່ງກ່າວສົ່ງຜົລກະທົບ ທັງຕໍ່ບ້ານພັກ ໂຮງແຮມ ຮ້ານອາຫານ ແລະຮ້ານຂາຍເຄື່ອງຕ່າງໆນໍາດ້ວຍ. ທ່ານກ່າວຕໍ່ໄປວ່າ ເປັນໄປໄດ້ວ່າ ຫຼາຍປີຕໍ່ໜ້າອາດບໍ່ມີນັກທ່ອງທ່ຽວ ຈາກປະເທດຢູໂຣບ ແລະອະເມຣິກາ ເຂົ້າມາທ່ອງທ່ຽວເມືອງສິງ ອີກກໍເປັນໄດ້ ຍ້ອນບັນຫາຢາງພາລາ.

ເຖິງຢ່າງໃດກໍຕາມ ໃນປັຈຈຸບັນ ທາງການລາວ ກໍຍັງສົ່ງເສີມ ການປູກຢາງພາລາ ເປັນສິນຄ້າຢູ່ ເພື່ອສ້າງລາຍໄດ້ເຂົ້າຣັຖ ແລະປະຊາຊົນ ເພື່ອຫວັງເຮັດໃຫ້ ເຊົາຖາງປ່າເຮັດໄຮ່ ຢ່າງຊີ້ນເຊີງ. ຕາມຂໍ້ມູນຂອງຫ້ອງການ ກະສິກັມ ແລະປ່າໄມ້, ເນື້ອທີ່ ປູກຢາງພາລາ ຢູ່ເມືອງສິງ ມີທັງໝົດ 12 ພັນປາຍເຮັກຕາ.

ສ່ວນຫລາຍເປັນຂອງບໍຣິສັດຈີນ ແລະສ່ວນນຶ່ງເປັນຂອງຄົນຈີນ ທີ່ເຂົ້າມາປູກ. ການປູກຢາງພາລາ, ໃນຣະຍະ 1 ປີຫາ 3 ປີ ຈະຕ້ອງໄດ້ ບົວຣະບັດຮັກສາ ໂດຍການໃຊ້ສານເຄມີຕ່າງໆ ເປັນຕົ້ນຢາຂ້າຫຍ້າ ເພື່ອໃຫ້ຕົ້ນຢາງງອກງາມ ແລະໃຫຍ່ໄວ ຊຶ່ງສົ່ງ ຜົນກະທົບ ຕໍ່ສະພາບ ແວດລ້ອມ ແລະຜູ້ຄົນຢ່າງ ຫຼວງຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.