ຂ.ຫົວພັນພັທນາຖນົນແລະ ສ້າງຂົວ

ການປັບປຸງ ຖນົນເລກ ທີ 6A ຢູ່ແຂວງ ຫົວພັນ ສໍາເຣັດແລ້ວ ແຕ່ຍັງ 7 ຂົວ ທີ່ກໍາລັງ ສ້າງຢູ່.

ອຸດທິຍານ ຫີນຕັ້ງ ແຫລ່ງທ່ອງທ່ຽວ ທາງ ວັທນະທັມ ເມືອງຫົວເມືອງ ແຂວງ ຫົວພັນ RFA

 

ວຽກງານປັບປຸງຖົນນຫລວງເລກທີ່ 6A ຈາກເມືອງສົບເບົາໄປຫາບ້ານດ່ານເມືອງແອັດແຂວງຫົວພັນທີ່ມີຄວາມຍາວ 63 ກິໂລແມັດ ໄດ້ສໍາເຣັດແລະເປີດໃຫ້ໃຊ້ຢ່າງເປັນທາງການແຕ່ທ້າຍປີ 2013 ເປັນຕົ້ນມາແຕ່ວ່າຍັງມີຂົວອີກ 7 ແຫ່ງຢູ່ໃນໂຄງການດຽວກັນທີ່ກໍາ ລັງລົງມືສ້າງຢູ່,ຕາມທີ່ເຈົ້າໜ້າທີ່ກະຊວງໂຍທາໄດ້ກ່າວ:

"ໂອ້ແອັດສົບເບົາຄືວ່າແລ້ວໆ 63ກິໂລແມັດແລ້ວໆປູຢາງທາງຖືວ່າແລ້ວໝົດເຫລືອແຕ່ຂົວ.ຂົວນີ້ 7ແຫ່ງແຕ່ວ່າເລີ້ມລົງມືໝົດແລ້ວ".

ເຈົ້າໜ້າທີ່ວ່າສໍາລັບຂົວ 7 ແຫ່ງນີ້ແມ່ນຢູ່ໃນໂຄງການດຽວກັບການສ້າງຖນົນ,ໃຊ້ງົບປະມານສ້າງທັງໝົດຫລາຍສິບລ້ານໂດລາ, ປະກອບດ້ວຍຂົວນໍ້າລ໋ອງ ຂົວຫົວກະສາຍ ຂົວຫ້ວຍຮອງ ຂົວຫ້ວຍມອນ ຂົວຫ້ວຍນໍ້າດິກ ຂົວຫ້ວຍຍອງ ແລະຂົວນໍ້າມ້າ. ທັງ 7 ແຫ່ງນີ້ເລີ້ມສ້າງແຕ່ເດືອນເມສາ ປີ 2013. ປັດຈຸບັນສໍາເຣັດໄປແລ້ວ 13 ສ່ວນຮ້ອຍ ແລະຈະສ້າງໃຫ້ແລ້ວພາຍໃນເດືອນເມສາປີ 2015.ຄ່າການກໍ່ສ້າງທັງຂົວແລະຫົນທາງ 63 ກິໂລແມັດນີ້ 70 ສ່ວນຮ້ອຍແມ່ນທຶນຊ່ວຍເຫລືອຈາກຕ່າງປະເທດ.ຣັຖບານລາວ ປະກອບຕື່ມ30 ສ່ວນຮ້ອຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org