ລາຄາເຂົ້າແພງຂຶ້ນ ຂະນະທີ່ບາງເຂດ ມີເຂົ້າກິນບໍ່ພຽງພໍ
ລາຄາເຂົ້າໃນລາວແພງຂຶ້ນຫລາຍ ຍ້ອນເງິນກີບເຟີ້, ຕົ້ນທຶນການຜລິດສູງ ທັງຄ່າແຮງງານ ແລະ ຄ່າຂົນສົ່ງ ແລະສິ່ງທີ່ສຳຄັນ ເຂົ້າທີ່ນຳມາຈາກຕ່າງປະເທດ ມີລາຄາສູງກວ່າເຂົ້າ ທີ່ປູກພາຍໃນປະເທດ ຂະນະທີ່ຢູ່ບາງເຂດ ປະຊາຊົນ ບໍ່ມີເນື້ອທີ່ປູກເຂົ້າພຽງພໍ ຈຶ່ງເປັນສາເຫດນຶ່ງ ທີ່ເຮັດໃຫ້ອືດເຂົ້າກິນ.
-
ຈຳປາທອງ
2023-08-02 -
-
-
Your browser doesn’t support HTML5 audio
ລາຄາເຂົ້າສານ ເກືອບທຸກປະເພດ ຢູ່ຕລາດໃນປະເທດລາວ ປັດຈຸບັນແພງຂຶ້ນ ເຖິງ 70 ຫາ 76% ເມື່ອທຽບໃສ່ເດືອນທໍາອິດ ຂອງປີ 2023 ນີ້ ຍ້ອນເສຖກິຈຫຍຸ້ງຍາກ ແລະຄ່າຄອງຊີບສູງຂຶ້ນ, ເງິນກີບເຟີ້ ແລະຕົ້ນທຶນການຜລິດເຂົ້າ ສູງຂຶ້ນ ບໍ່ວ່າຈະເປັນຄ່າແຮງງານ ທີ່ເພີ່ມຂຶ້ນຫລາຍກວ່າ 42.85% ແລະຄ່າຂົນສົ່ງເພີ່ມຂຶ້ນຫລາຍກວ່າ 70%, ອີງຕາມຄໍາເວົ້າ ຂອງພໍ່ຄ້າ ແລະຊາວນາ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 1 ສິງຫານີ້.
ພໍ່ຄ້າຂາຍເຂົ້າ ຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ຜູ້ນຶ່ງເວົ້າວ່າ ລາຄາເຂົ້າສູງຫລາຍ.
“ໂອ໋ ລາຄາສູງຫລາຍ ເສຖກິຈບ້ານເຮົາເນາະ ອັນໃດມັນກໍແພງຫັ້ນນ່າ ແມ່ນຂຶ້ນນໍາເງິນນີ້ແຫລະ ເພາະວ່າເຂົາເຈົ້າໃຊ້ເງິນບາທ, ເງິນຫລຽນ. ມັນຈະມີເຂົ້າວຽດມາຂາຍນໍາ ແລ້ວກໍເຂົ້າໄທຍແດ່. ເຂົ້າວຽດຈະຂາຍດີ. ເຂົ້າໄທຍນີ້ກໍ 70% ນີ້ແຫລະໄດ້ຂາຍ.”
ທ່ານເວົ້າຕໍ່ໄປເຖິງອີກສາເຫດນຶ່ງ ທີ່ເຮັດໃຫ້ລາຄາເຂົ້າສານແພງຂຶ້ນນັ້ນວ່າ ເປັນຍ້ອນໃນຊ່ວງນີ້ ປະຣິມານເຂົ້າໃນຕລາດຫລຸດລົງ 30% ເພາະຊາວນາ ບໍ່ຂາຍເຂົ້າ, ເກັບໄວ້ບໍຣິໂພກ ໃນລະຫວ່າງລໍຖ້າເກັບກ່ຽວເຂົ້ານາປີ ແລະເຂົ້າບາງສ່ວນກໍຖືກກັກຕຸນໄວ້ ເພື່ອຂື້ນລາຄາ.
“ຂະເຈົ້າກັກໄວ້ແດ່ ກັກໄວ້ກິນຫັ້ນນ່າ ກັກໃຫ້ລາຄາມັນຂຶ້ນ ເຮັດໃຫ້ເຂົ້າບໍ່ພໍຂາຍ ແລ້ວຕ່າງຄົນຕ່າງບໍ່ສີເຂົ້າ ເຮັດໃຫ້ເຂົ້າວຽດ, ເຂົ້າໄທຍ ລາຄາມັນເພີ່ມຂຶ້ນ. ພວກມີທຶນຫລາຍກໍກັກເອົາລາຄາ. ຊື້ເຂົ້າເປືອກໄວ້ຫລາຍໆ ລໍຈັງຫວະລາຄາ. ອີກຢ່າງຄ່າຂົນສົ່ງມັນກໍແພງເດ໋ ເພາະວ່າເຂົ້າສ່ວນຫລາຍມາຈາກໃຕ້ແດ່ເຂົ້າເປືອກຫັ້ນນ່າ.”
ທີ່ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ແມ່ຄ້າຂາຍເຂົ້ານາງນຶ່ງ ກໍເວົ້າວ່າ ສ່ວນຫລາຍເຂົ້າທີ່ລາຄາຂຶ້ນ ຈະເປັນເຂົ້າທີ່ນໍາເຂົ້າມາແຕ່ໄທຍ ແລະວຽດນາມ. ສ່ວນເຂົ້າທີ່ປູກໃນລາວ ລາຄາບໍ່ຂຶ້ນຫລາຍປານໃດ.
“ມັນຂຶ້ນເປັນບາງອາທິດ. ບາງອາທິດກໍຂຶ້ນບາງອາທິດ ກໍບໍ່ຂຶ້ນ ໂຕເຂົ້າລາວມັນຂຶ້ນບໍ່ຫລາຍ ມີແຕ່ເຂົ້າທີ່ນໍາ ເຂົ້າແຕ່ວຽດແຕ່ໄທຍ ມັນໄດ້ຂຶ້ນຕາມເຣດເງິນ ເຂົ້າລາວປີນີ້ມັນແຂງ ຕົວນາແຊງ ຖ້າຕົວນາປີເຂົາກໍຊື້ຢູ່ແຕ່ວ່າເຂົ້າວຽດ ຈະຂາຍດີກວ່າໝູ່ ແມ່ນມັນອ່ອນແລ້ວລາຄາກໍຖືກ.”
ພ້ອມດຽວກັນນັ້ນ ຊາວນາຢູ່ນະຄອນປາກເຊ ແຂວງຈໍາປາສັກນາງນຶ່ງ ກໍເວົ້າວ່າ ເຂົ້າບໍ່ໄດ້ຂາດຕລາດ, ແຕ່ລາຄາແພງຂຶ້ນ ຍ້ອນຕົ້ນທຶນການຜລິດສູງ.
“ຂາດຕລາດນີ້ຊິບໍ່ຂາດເດີ, ແຕ່ວ່າລາຄາຊິສູງຫລາຍກວ່າ. ຊິວ່າແພງ ດົນແລ້ວບໍ່ ປະມານ 2 ປີນີ້ແຫລະທີ່ເຂົ້າເຣີ່ມເປັນລາຄາ ປະມານຊ່ວງໂຄວິດຫັ້ນແຫລະ. ໂຄວິດເຂົ້າມາອິຫຍັງກໍແພງຂຶ້ນ. ແພງທຸກຢ່າງເລີຍ ຄ່າປຸ໋ຍ, ຄ່າສິນຄ້າ, ຄ່ານໍ້າມັນ ອິຫຍັງມັນກໍແພງຂຶ້ນເລີຍຫັ້ນນ່າ. ເຄື່ອງຂອງມັນແພງ.”
ນາງເວົ້າຕື່ມວ່າ ປັດຈຸບັນ ເວົ້າລວມແລ້ວ ເຂົ້າທີ່ຊາວບ້ານປູກ ແມ່ນປູກໄວ້ກິນເອງ. ບາງເທື່ອຊາວບ້ານກໍລົງທຶນເຊົ່ານາປູກ ຢູ່ໃນເຂດບ້ານເພື່ອກິນເອງ ຍ້ອນລາຄາເຂົ້າໃນທ້ອງຕລາດແພງກວ່າປູກກິນເອງ.
ຊາວບ້ານ ຢູ່ນະຄອນຫລວງວຽງຈັນ ຜູ້ນຶ່ງເວົ້າເຖິງລາຄາເຂົ້າເປືອກແພງ ແລະ ບໍ່ພໍໃຫ້ສີວ່າ ເປັນຍ້ອນ ພໍ່ຄ້າໄປເກັງລາຄາກັນຊື້, ເຮັດໃຫ້ລາຄາເຂົ້າສານແພງຂຶ້ນຫລາຍ, ເຂົ້າເກຣດເອ ເປົ໋ານຶ່ງ ຫລື 48 ກິໂລ ລາຄາ 6 ແສນ ປາຍກີບ.
“ຊ່ວງນີ້ແພງ. ເປົ໋ານຶ່ງ 600,000 ປາຍ ເກຣດເອ ຂຶ້ນມາ 2 ເດືອນ. ເຂົ້າເປືອກມັນບໍ່ພໍ. ນາຍທຶນເຂົາໄປເຖິງລາຄາ ຊື້ ເຂົ້າເປືອກແພງ. ຂະເຈົ້າເອົາມາຈ່າວກໍແພງຕາມເຂົ້າເປືອກ. ເຂົ້າເປືອກໂລນຶ່ງ 5 ພັນ, 8 ພັນ ແລ້ວ. ກ່ອນໜ້ານີ້ 5 ພັນ, 6 ພັນກີບ.”
ປັດຈຸບັນ ລາຄາເຂົ້າສານ ຢູ່ນະຄອນຫລວງວຽງຈັນ ເປົ໋ານຶ່ງມີລາຄາຕັ້ງແຕ່ 640,000 ຫາ 700,000 ປາຍກີບ ຂຶ້ນຢູ່ກັບປະເພດເຂົ້າ ແລະເກຣດເຂົ້າ, ເຂົ້ານາແຊງ 640,000 ກີບຕໍ່ເປົ໋າ, ເຂົ້ານາປີ 670,000 ກີບ. ສ່ວນເຂົ້າໄທຍ ເປົ໋ານຶ່ງ 710,000 ກີບ, ເຂົ້າວຽດນາມ 620,000 ກີບ.
ຢູ່ທາງພາກເໜືອ ທີ່ມີພື້ນທີ່ເຮັດນາບໍ່ຫລາຍ ໄດ້ເຮັດໄຮ່ ຊຶ່ງຢູ່ຫລາຍເມືອງຍັງຂາດເຂີນເຂົ້າກິນ. ໃນເຂດພູດອຍ ສາມາດເກັບກ່ຽວເຂົ້າໄຮ່ ໄດ້ປະມານ 40-50 ເປົ໋າ. ຖ້າດິນຟ້າອາກາດ ບໍ່ອໍານວຍ ກໍໄດ້ປະມານ 20-30 ເປົ໋າ. ຍ້ອນເຂົ້າໄຮ່ບໍ່ກຸ້ມກິນ ຈຶ່ງເຮັດໃຫ້ຊາວບ້ານ ປ່ຽນມາປູກພືດເສຖກິຈ ເຊັ່ນ ຢາງພາຣາ,
ເຮັດໃຫ້ຜົລຜລິດ ເຂົ້າຫລຸດລົງ, ຫລາຍຄອບຄົວຂາດເຂີນ ເຂົ້ກິນຕລອດປີ.
ດັງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງຜົ້ງສາລີ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 1 ສິງຫານີ້ວ່າ:
“ຍັງຫລາຍຢູ່ ທີ່ຂາດເຂີນເຂົ້າ ຂະເຈົ້າເຮັດໄຮ່ ເຂົ້າໄຮ່ຫັ້ນແຫລະກໍແຕ່ບໍ່ກຸ້ມກິນ ກໍຍ້ອນດິນຟ້າອາກາດມັນປ່ຽນ ພື້ນທີ່ເຮັດໄຮ່ກໍມີໜ້ອຍ ສ່ວນຫລາຍເຂົາເຮັດສວນ ສວນຢາງຫັ້ນນ່າ ເຂົາຫລຸດຜ່ອນການເຮັດໄຮ່ ເຮັດໜ້ອຍກໍກິນຕາມໜ້ອຍ ກໍຫລາຍປີແລ້ວເຂົາຊື້ເຂົ້າກິນ ບໍ່ຄືແຕ່ກີ້ຫັ້ນນ່າ ແຕ່ກີ້ສ່ວນຫລາຍມີແຕ່ເຮັດໄຮ່ ໄຮ່ຢ່າງດຽວ ຕອນນີ້ເຣີ່ມເຮັດສວນເຮັດຫຍັງ.”
ນາງເວົ້າຕື່ມວ່າ ເຖິງແມ່ນຫລາຍຄອບຄົວ ຈະປ່ຽນໄປປູກຢາງພາຣາ ແຕ່ຍັງທຸກຍາກຢູ່ ຍ້ອນບໍ່ມີລາຍໄດ້ທີ່ແນ່ນອນ ໂດຍສະເພາະໃນຍາມຝົນ ທີ່ບໍ່ສາມາດປາດຢາງໄດ້ ເຮັດໃຫ້ບໍ່ມີເງິນຊື້ເຂົ້າກິນ.
ຢູ່ແຂວງຫົວພັນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງນາງນຶ່ງ ເວົ້າວ່າ ຍັງມີຊາວບ້ານ ທີ່ບໍ່ມີເຂົ້າກິນພຽງພໍ ຍ້ອນພື້ນທີ່ເຮັດນາໜ້ອຍ ແລະບາງບ່ອນ ທີ່ເຮັດນາຂັ້ນໃດ ຕ້ອງໄດ້ເພິ່ງແຕ່ນໍ້າຝົນເທົ່ານັ້ນ.
“ບາງບ່ອນກໍບໍ່ພຽງ ບາງບ່ອນກໍພຽງພໍຢູ່ ບ້ານທີ່ມີນາກໍຖືວ່າພຽງພໍ ບ້ານທີ່ມີນາໜ້ອຍກໍຖືວ່າບໍ່ຢາກພຽງພໍປານໃດ ຂະເຈົ້າມີນານ້ອຍເນາະເຂົາກໍເຮັດໄຮ່ເຮັດສວນຫັ້ນນ່າ ບາງປີຫໍພຽງພໍ ບາງປີກໍບໍ່ພຽງພໍ ຂຶ້ນຢູ່ກັບດິນຟ້າອາກາດອໍານວຍ.”
ນາງເວົ້າວ່າ ທີ່ຜ່ານມາ ມີອົງການຈັດຕັ້ງສາກົລ ເຂົ້າມາຊ່ອຍເຫລືອຊາວບ້ານໃນເຂດຫ່າງໄກ ໂດຍເອົາເຂົ້າສານ ແລະເຄື່ອງນຸ່ງຫົ່ມຕ່າງໆມາໃຫ້, ແຕ່ກໍບໍ່ສາມາດຊ່ອຍເຫລືອໄດ້ ທຸກບ່ອນ ຍ້ອນມີງົບປະມານບໍ່ພຽງພໍ.
ເພື່ອແກ້ໄຂບັນຫາລາຄາເຂົ້າແພງ ແລະຂາດເຂີນຢູ່ນະຄອນຫລວງວຽງຈັນ ຜແນກອຸດສາຫະກັມ ແລະການຄ້າ ນະຄອນຫລວງ ໄດ້ມອບໃຫ້ບໍຣິສັດກໍາແພງເພັດ ແຈ້ງສວ່າງ ຂາອອກ-ຂາເຂົ້າ ຈໍາກັດ ຜູ້ດຽວ ນໍາເຂົ້າສານໜຽວ ປະເພດ 2 ເຂົ້າມາຈໍາໜ່າຍ ໃຫ້ປະຊາຊົນ ຈໍານວນ 285 ຕັນ ຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ແຕ່ວັນທີ 26 ກໍຣະກະດາ ຫາ ວັນທີ 26 ສິງຫາ 2023 ນີ້ ໃນລາ ຄາ 12,000 ກີບຕໍ່ກິໂລ ຊຶ່ງເປັນລາຄາທີ່ຕໍ່າກວ່າທ້ອງຕລາດ, ປະຊາຊົນຜູ້ນຶ່ງ ຊື້ໄດ້ບໍ່ເກີນ 50 ກິໂລຕໍ່ຄັ້ງ ແລະກ່ອນຈະຊື້ຕ້ອງໄດ້ລົງທະບຽນ, ແຕ່ຢູ່ແຂວງ ອື່ນໆ ຍັງບໍ່ມີນະໂຍບາຍ ລັກສະນະທີ່ວ່ານີ້ເທື່ອ.