ຊາວບ້ານ ຢູ່ເມືອງນອງ ທີ່ດິນ ຖືກກະທົບ
ຊາວບ້ານ ຈໍານວນນຶ່ງ ຢູ່ເມືອງນອງ ແຂວງສວັນນະເຂດ ໄດ້ຮັບຜົລກະທົບ ເຣື່ອງທີ່ດິນ ຍ້ອນສວນກ້ວຍ ວຽດນາມ ຖົມດິນນາໃສ່
-
ມະນີຈັນ
2020-09-26 -
-
-
Your browser doesn’t support HTML5 audio
ຊາວບ້ານຈໍານວນນຶ່ງ ຢູ່ບ້ານອາສິງສາລີ ເມືອງນອງ ແຂວງສວັນນະເຂດ ໄດ້ຮັບຜົລກະທົບ ເຣື່ອງດິນນາ ຍ້ອນບໍຣິສັດ ປູກກ້ວຍ ສຸຮຸ່ງເຮືອງ ສວັນນະເຂດ ຈໍາກັດຜູ້ດຽວ ຂອງວຽດນາມ ຖົມດິນນາ ດິນສວນ ຂອງພວກເຂົາເຈົ້າ ເຮັດໃຫ້ຊາວບ້ານ ເຮັດນາ-ເຮັດສວນ ບໍ່ໄດ້ ທັງຍັງບໍ່ໃຫ້ ຄ່າຊົດເຊີຍ ຄວາມເສັຽຫາຍ ຈາກສວນກ້ວຍ ມາເປັນເວລາ 3 ປີແລ້ວ, ອີງຕາມຄໍາເວົ້າ ຂອງຊາວບ້ານ ບ້ານອາສົງສາລີ ຜູ້ບໍ່ປະສົງອອກຊື່ ຕໍ່ RFA ໃນມື້ວັນທີ 24 ກັນຍາ ນີ້:
“ໂອ໋ ຫຼາຍຄອບຄົວ ເຂົາບໍ່ໄປທົດແທນ ຖືກດິນນາເຂົາ ດິນຝ້າຍເຂົາ ບໍ່ໄດ້ຊົດເຊີຍ ຫຍັງເລີຍເດ໋. 3 ປີນີ້, ຂ້ອຍເຮັດບໍ່ໄດ້ເລີຍ ປະມັນຮົກໝົດ ຂ້າງໆເດ ດິນນາຂ້ອຍ. ພວກຢູ່ກາງສວນ ກະເຮັດບໍ່ໄດ້ ຄືກັນ. ຄືດິນນາຂ້ອຍ ຊ່ວຍສົ່ງ ຕັ້ງແຕ່ປີ 2017 ຂ້ອຍສົ່ງຫາເມືອງ ບໍ່ໄດ້ໄກ່ເກັ່ຽ ໃຫ້ເລີຍ ບໍ່ມີຄໍາຕອບເລີຍ.”
ທ່ານເວົ້າຕື່ມວ່າ ທີ່ດິນຂອງຕົນ ມີປະມານ 3,8 ເຮັກຕ້າຣ ຖືກດິນນາ ຈາກສວນກ້ວຍ ວຽດນາມ ຖົມເອົາໝົດ. ຄອບຄົວຂອງຕົນ ເຮັດນາບໍ່ໄດ້ ທໍາມາຫາກິນຍາກ ເງິນຄ່າຊົດເຊີຍ ກໍບໍ່ໄດ້ ແລະ ຮອດມື້ນີ້ ກໍຍັງບໍ່ເຫັນວ່າ ບໍຣິສັດນັ້ນ ຈະປູກກ້ວຍ ໃສ່ດິນ ທີ່ເອົາໄປນັ້ນ, ຍັງເປັນປ່າຮົກ ຢູ່ສ່ວນນຶ່ງ.
ປັດຈຸບັນ, ບໍຣິສັດ ສວນກ້ວຍ ຂອງວຽດນາມ ບໍ່ອະນຸຍາດ ໃຫ້ຊາວບ້ານ ເດີນທາງຜ່ານ ໄປເຮັດໄຮ່ ເຮັດນາ ໄປທໍາມາ ຫາກິນເລີຍ. ຖ້າຜູ້ໃດ ຝ່າຝືນ ກໍຈະຖືກປັບໃໝ ຫຼືຖືກຍຶດຣົດຈັກ ທັງໆທີ່ແຕ່ກ່ອນ ຊາວບ້ານ ກໍຜ່ານໄດ້ ປົກກະຕິ ເຮັດໃຫ້ຊາວບ້ານ ຫຼາຍຄົນ ບໍ່ພໍໃຈ ທີ່ຕ້ອງໄດ້ປ່ຽນ ໄປໃຊ້ທາງໃໝ່ ທີ່ໄກ ເຮັດໃຫ້ເສັຽເວລາ ດັ່ງທີ່ທ່ານກ່າວວ່າ:
“ເຂົາເຮັດນາ ຢູ່ກາງສວນເຂົາ ເຂົ້າບໍ່ໄດ້ ມັນຈັບເລີຍເດ. ດຽວນີ້, ກໍຍັງຣົດ ອີກຄັນນຶ່ງນະ ມັນເອົາ ຫຼາຍຄົນນີ້ ມັນຈັບ ບ້ານອາສິງ ໄປຫາກິນຍາກ ໄລຍະຫາສວນ ໄປບ້ານ 50-60 ແມັຕນຶ່ງ ກໍຊິສັນຈອນ ໄປມາຍາກ ກວ່າປີນີ້ແຫຼະ ມັນຈັບ.”
ເຈົ້າໜ້າທີ່ ກະສິກັມເມືອງນອງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ RFA ໃນມື້ດຽວກັນ ນັ້ນວ່າ ອີງຕາມຣາຍງານ ຂອງທາງການ ມີ 10 ຄອບຄົວ ທີ່ໄດ້ຮັບ ຜົລກະທົບ ຈາກການຖົມດິນ ຂອງສວນກ້ວຍ ວຽດນາມ ແລະ ໄດ້ມີ ການຊົດເຊີຍແລ້ວ ຕັ້ງແຕ່ປີ 2017 ຄອບຄົວລະ 5 ລ້ານກີບ. ສ່ວນໃຫຍ່, ຄອບຄົວເຫຼົ່ານັ້ນ ມີດິນ 2 ເຮັກຕ້າຣ ຂຶ້ນໄປ. ສ່ວນທີ່ວ່າ ຍັງບໍ່ທັນໄດ້ ຊົດເຊີຍນັ້ນ, ຕ້ອງສຶກສາ ຣາຍລະອຽດ ເບິ່ງກ່ອນວ່າ ແມ່ນແທ້ ຫຼືບໍ່, ທ່ານກ່າວ:
“ຊົດເຊີຍ ກະບໍ່ຮູ້ວ່າ ມັນມີບາງຄອບຄົວ ຫຼືວ່າແນວໃດ ກໍເຫັນບົດຣາຍງານ ເຂົາຣາຍງານ ມາໃຫ້ວ່າ ບໍຣິສັດເຂົາ ຊົດເຊີຍໝົດແລ້ວເດ. ທໍາອິດ, ເປັນຂອງວຽດນາມ, ແຕ່ດຽວນີ້ ເປັນຂອງຈີນ ສັມປະທານຕໍ່ອີກ ປະມານວ່າ ເຄືອຂ່າຍດຽວກັນ ຄືວ່າປູກກ້ວຍ ຢ່າງດຽວ. ຄືວ່າ 10 ຄອບຄົວ ນີ້ແຫຼະ ໃຫ້ເປັນເງິນ ຄອບຄົວນຶ່ງ 5 ລ້ານ.”
ທ່ານກ່າວຕື່ມວ່າ ກໍຣະນີ ທີ່ທາງສວນກ້ວຍ ບໍ່ໃຫ້ຊາວບ້ານ ບ້ານອາສິງສາລີ ເດີນທາງຜ່ານ ໄປໄຮ່-ໄປສວນ ແລະ ນານັ້ນ, ກໍຍ້ອນວ່າ ພື້ນທີ່ດັ່ງກ່າວ ເຂົາເຈົ້າໄດ້ ສັມປະທານ ໄປແລ້ວ ຖືວ່າ ເປັນສິດ ຂອງເຂົາເຈົ້າ ທີ່ບໍ່ໃຫ້ຊາວບ້ານ ໃຊ້ທຽວຜ່ານ ໄປມາ ແລະ ກໍຕ້ອງ ໃຫ້ຊາວບ້ານ ໄປໃຊ້ ເສັ້ນທາງອື່ນແທນ.
ເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງນອງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ RFA ໃນມື້ວັນທີ 24 ກັນຍາ ນີ້ວ່າ ເຣື່ອງດັ່ງກ່າວ ຍັງບໍ່ຮູ້ ຣາຍລະອຽດ ທີ່ແທ້ຈິງ ຕ້ອງມີການ ກວດກາດິນກ່ອນ ຈຶ່ງຈະໃຫ້ ຄໍາຕອບໄດ້:
“ຂ້ອຍກະບໍ່ໄດ້ຮູ້ເດ໋ ເປັນຈັ່ງໃດ ຂໍ້ມູລໂຕນີ້ ຍັງບໍ່ທັນຮູ້ ເນື້ອໃນມັນ. ຂໍຕອບບໍ່ທັນໄດ້ ຄືວ່າຂ້ອຍໄປ ແຕ່ລະເທື່ອ ຄືບໍ່ເຫັນເຂົາ ສເນີເຣື່ອງນີ້ນ່າ ອາສິງສາລີ ສວນກ້ວຍ ປູກໄດ້ຈໍານວນນຶ່ງ ກະຍັງບໍ່ທັນເຕັມດອກ.”
ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກະສິກັມ ແລະ ປ່າໄມ້ ເມືອງນອງ, ບໍຣິສັດ ສຸຮຸ່ງເຮື່ອງ ສວັນນະເຂດ ຈໍາກັດຜູ້ດຽວ ເປັນບໍຣິສັດ ຂອງວຽດນາມ, ແຕ່ເຫັນວ່າ ມີຈີນເຂົ້າມາ ຮ່ວມລົງທຶນນໍາ ໄດ້ສັມປະທານ ທີ່ດິນ ໃນເຂດດັ່ງກ່າວ ປະມານ 2 ພັນເຮັກຕ້າຣ ຕັ້ງແຕ່ປີ 2017, ເວລາສັມປະທານ 50 ປີ.
ກ່ຽວກັບເຣື່ອງ ທີ່ວ່ານີ້, RFA ໄດ້ຕິດຕໍ່ໄປຫາ ບໍຣິສັດດັ່ງກ່າວ, ແຕ່ພະນັກງານ ຜູ້ຮັບສາຍ ບໍ່ຮູ້ຣາຍລະອຽດ ໃນເຣື່ອງນີ້, ໃຫ້ຕິດຕໍ່ໄປຫາ ຜູ້ບໍຣິຫານ ແຕ່ຕິດຕໍ່ຫາບໍ່ໄດ້.