ຊາວບ້ານດົງໝາກຄາຍຂາຍດິນ ແລ້ວ

ຊາວບ້ານ ດົງໝາກຄາຍ ນະຄອນຫລວງ ວຽງຈັນ ເຊົາ ຂາຍທີ່ດິນ ໃຫ້ ນັກລົງທຶນ ແລ້ວ.

ທີ່ດິນ ຕິດປະກາດຂາຍ ໃນເຂດ ນະຄອນຫລວງວຽງຈັນ RFA/LX

 

ປັດຈຸບັນ ຊາວບ້ານດົງໝາກຄາຍ ນະຄອນຫລວງວຽງຈັນ ສ່ວນຫລາຍພາກັນເຊົາຂາຍດິນ ໃຫ້ນັກລົງທຶນຈີນແລະວຽດນາມແລ້ວຫລັງຈາກຮູ້ ວ່າຣາຄາທີ່ນັກລົງທຶນຊື້ນັ້ນຖືກໂພດ ແມັດກາເຣ໊ນຶ່ງມີແຕ່ 200 ໂດລາ ເທົ່ານັ້ນ. ກ່ອນໜ້ານັ້ນ ຊາວບ້ານດົງໝາກຄາຍ ແລະເຂດໃກ້ຄຽງໄດ້ ພາກັນຂາຍດິນໃຫ້ນັກລົງທຶນຈີນແລະວຽດນາມ ທີ່ມາກວ້ານຊື້ດິນໄວ້ຫລັງຈາກມີຂ່າວວ່າ 10 ກະຊວງ ຈະຍ້າຍອອກໄປຢູ່ໃນເຂດດັ່ງກ່າວດັ່ງ ຊາວບ້ານຄົນນຶ່ງໄດ້ເວົ້າສູ່ຟັງວ່າ:

"ດຽວນີ້ເຂົາບໍ່ຂາຍແລ້ວ ແມັດນຶ່ງ 200 ໂດລາ ເຂົາບໍ່ຂາຍຈັກບ່ອນແລ້ວດຽວນີ້".

ນາງເວົ້າວ່່າ ຜູ້ໃດກໍບໍ່ຢາກຂາຍແລ້ວເພາະວ່າຕາມທີ່ເຂົາເຈົ້າຄວນໄດ້ນັ້ນຕ້ອງແມ່ນແມັດກາເຣ້ ນຶ່ງ 300 ໂດລາ. ດຽວນີ້ຫລາຍຄົນລໍຖ້າ ເບິ່ງ ວ່າຫລາຍກະຊວງຈະຍ້າຍມາແທ້ຫລືບໍ່ເຂົາເຈົ້າຈະລໍຖ້າໃຫ້ກະຊວງຍ້າຍມາກ່ອນຈຶ່ງຈະຂາຍ ເພາະຣາຄາທີ່ດິນກໍອາຈສູງຂຶ້ນ.

ນາງວ່າພວກທີ່ຂາຍໄປກ່ອນນັ້ນບໍ່ເຂົ້າໃຈເຣື້ອງຣາຄາທີ່ດິນ ເຂົາກໍເລີຽຂາຍໄປ ເພາະຕ້ອງການເງິນມາໃຊ້ຈ່າຍ. ສ່ວນນັກລົງທຶນຈີນແລະວຽດ ນາມ ທີ່ຊື້ທີ່ດິນໄປແລ້ວນັ້ນບໍ່ຣູ້ວ່າ ເຂົາເຈົ້າຈະສ້າງສາພັທນາຫລືບໍ່ຫລືວ່າຊື້ໄວ້ຂາຍເອົາກໍາໄຣ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org