ຄົນງານຖືກໄຖເງິນເຣື້ອງ ໜັງສື ເດີນທາງ

ຄົນງານ ແຂວງ ສະຫວັນນະເຂດ ຖືກເອົາປຽບ ໃນການ ເຮັດໜັງສື ເດີນທາງ ພັສປອດ ຄືຕ້ອງຈ່າຍເງິນ ໃຫ້ນາຍໜ້າ

ສະຖານີ ຣົດເມໂດຍສານ ນາໆຊາດ ທີ່ແຂວງສວັນນະເຂດ Screen captured Savannakhet international Bus station video

ປະຊາຊົນໃນ ແຂວງສະຫວັນນະເຂດ ທີ່ໄປເຮັດວຽກຢູ່ໄທ ຍັງບໍ່ໄດ້ຮັບ ຄວາມສະດວກ ເຣື່ອງເຮັດ ໜັງສື ຫລື ເອກສານ ເດີນທາງໄປ ເຮັດວຽກ ຢູໄທ ຫາກບໍ່ເຮັດ ຜ່ານນາຍໜ້າ. ຕາມການເປີດເຜີຍ ຂອງຄົນງານ ແຂວງສະຫວັນນະເຂດ ຜູ້ບໍ່ປະສົງອອກຊື່ ຕໍ່ RFA ໃນ ວັນທີ 27 ເມສານີ້:

"ຄັນບໍ່ຜ່ານນາຍໜ້າ ແບບເຮົາໄປເຮັດນີ້ ໂອຍມັນກວ່າສິໄດ້ມັນຊ້າ ເພາະວ່າເພິ່ນບໍ່ຢາກ ສົນໃຈເນາະ ສ່ວນຫຼາຍຄົນ ໄປເຮັດນີ້ມີແຕ່ຜ່ານ ນາຍໜ້າ ແບບວ່າຖ້າໃຜຢາກເຮັດ ເຮົາຕ້ອງຜ່ານນາຍໜ້າ ຢາກໄດ້ໄວ ເສັຽເງິນຫລາຍ ຢາກໄດ້ຊ້າ ເສັຽເງິນໜ້ອຍ ຈັ່ງຊັ້ນແຫລະ 3500 ນີ້ຕ້ອງລໍ 5000 ນີ້ 3 ມື້ໄດ້ແລ້ວ ເພິ່ນກໍຜ່ານ ເຈົ້າໜ້າທີ່ ເອົາແຕ່ວ່າ ລັດ ຂັ້ນຕອນຫັ້ນນະ".

ທ່ານ ອະທິບາຍວ່າ ເຣື່ອງນີ້ເປັນມາ ຫລາຍປີແລ້ວ ຈົນປະຊາຊົນ ເຫັນເປັນເຣື່ອງປົກກະຕິ ໂດຍສະເພາະ ເຮັດພັສປອດ ຫຼືຕໍ່ເອກສານ ເຮັດວຽກຢູ່ຕ່າງປະເທດ. ຫາກໄປເຮັດເອງ ໃຊ້ເງິນ 480 ພັນກີບຫຼື 2 ພັນບາດ, ເຈົ້າໜ້າທີ່ ມັກບອກວ່າ ບໍ່ມີຄິວ, ຕ້ອງໄດ້ຖ້າສັມພາດ ເຮັດເອກສານ ເປັນເດືອນ. ແຕ່ຫາກພົວພັນ ຜ່ານນາຍໜ້າ ກໍຈະໄດ້ໜັງສື ຫລືໄດ້ ສັມພາດໄວ ເຮັດໃຫ້ບໍ່ມີຜູ້ໃດ ຢາກເຮັດເອງ:

"ບໍ່ຢາກເສັຽເງິນ ແບບເຮົາ ຢາກເຮັດຜ່ານ ຂັ້ນຕອນ ດີບໍ່ດີບໍ່ໄດ້ຊໍ້າ ໄດ້ຢູ່ແຕ່ມັນ ຊັກຊ້າ 3-4 ເດືອນ ເຖິງເຈົ້າຈະໄດ້ ຈະຫຍັງ ກ່ອນສິ ແລ້ວນະ ຖ້າຢູ່ປະເທດອື່ນນີ້ ສ່ວນຫຼາຍ ເຮົາກໍເຂົ້າເຮັດເອງ ກໍໄດ້ອັນນີ້ ຖ້າບໍ່ຜ່ານນາຍໜ້າ ມັນເຮັດຍາກ 3 ພັນ 5 ນີ້ ເວລາເຮັດບັດ ແລ່ນນັ້ນແລ່ນນີ້ ແລ້ວປະ ມານ 4 ພັນ 5 ພັນນີ້ແຫລະ ເພິ່ນສິຖາມໂລດວ່າ ຢາກ ໄດ້ຊ້າ ຢາກໄດ້ໄວ".

ຊາວບ້ານ ເວົ້າຕື່ມວ່າບັນຫາດັ່ງກ່າວ ບໍ່ຮູ້ວ່າເຈົ້າໜ້າທີ່ຣັຖ ມີສ່ວນກ່ຽວຂ້ອງນໍາ ຫລືບໍ່ ແຕ່ກໍຢາກໃຫ້ພາກສ່ວນກ່ຽວຂ້ອງ ລົງກວດກາ ຊ່ວຍແກ້ໄຂໃຫ້ດ້ວຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org