ພົບຊິ້ນສ່ວນຈາກເຮືອບິນຕົກ ຂ.ຈໍາປາສັກ
2014.05.26

ພົບ ຊິ້ນສ່ວນ ຂອງ ມະນຸດ ອີກ 10 ກວ່າ ຊິ້ນ ໃນຈຸດ ເກີດເຫດ ເຮືອບິນ ຂອງ ສາຍການບິນ ລາວ ຕົກ ຢູ່ ແມ່ນໍ້າຂອງ ແຂວງ ຈໍາປາສັກ ເມື່ອ ເດືອນ ຕຸລາ ປີ 2013 ແລະ ໄດ້ສົ່ງ ຊິ້ນສ່ວນ ຈໍານວນ ນຶ່ງ ໄປ ພິສູດ ດີແອັນເອ ທີ່ ປະເທດໄທ ເພື່ອ ກວດຫາ ຜູ້ໂດຍສານ ອີກ 2 ຄົນ ທີ່ ຍັງບໍ່ ພົບສົບ ກ່ອນທີ່ ການຄົ້ນຫາ ຈະຍຸຕິ ລົງ ຢ່າງ ເປັນທາງ ການ.
ຊິ້ນສ່ວນ ທີ່ພົບ ຫລ້າສຸດນີ້ ມີ ກະໂຫລກຫົວ ກະດູກ ສັນຫລັງ ກະດູກ ຂໍ່ແຂນ ຮວມ ຢູ່ດ້ວຍ. ຜູ້ຊ່ຽວຊານ ໄດ້ຄັດເລືອກ ເອົາ 5 ຊິ້ນ ສົ່ງ ໄປພິສູດ ຢູ່ ບາງກອກ. ບໍ່ວ່າ ຜົລ ການກວດ ຈະພົບ ຊິ້ນສ່ວນ ຂອງ ຜູ້ໂດຍສານ ທັງ 2 ຄົນ ທີ່ ຍັງສູນຫາຍ ຫລື ບໍ່ກໍ່ຕາມ ແຕ່ການ ຄົ້ນຫາ ກໍ່ຈະຍຸຕິລົງ. ຕາມຣາຍງານ ໜັງສືພິມ ເສຖກິດ ສັງຄົມ ໂດຍ ອ້າງອີງໃສ່ ຄໍາເວົ້າ ຂອງ ດຣ. ບຸນຖອງ ດີວິໄຊ ຮອງ ເຈົ້າແຂວງ ແຂວງ ຈໍາປາສັກ ຫົວໜ້າ ຄະນະ ປະສານງານ ຣະດັບ ແຂວງ ໃນການ ຄົ້ນຫາ ເທື່ອ ຫລ້າສຸດ ນີ້.
ການຄົ້ນຫາ ຄັ້ງໃໝ່ ທີ່ ດໍາເນີນໄປ ເປັນເວລາ 2 ອາທິດ ເຣີ້ມຂຶ້ນ ເມື່ອ ຕົ້ນເດືອນ ພຶສພາ ນີ້ ຂະນະທີ່ ຣະດັບນໍ້າ ໃນ ແມ່ນໍ້າຂອງ ຫລຸດລົງ ຫລາຍ. ໃນ ອຸບັດຕິເຫດ ເຮືອ ບິນ ໂດຍສານ ATR 72-600 ທີ່ ມີສະພາບ ໃໝ່ອ່ຽມ ຂອງ ສາຍການບິນ ແຫ່ງຊາດ ລາວ ຕົກລົງ ແມ່ນໍ້າຂອງ ເມື່ອວັນທີ 16 ຕຸລາ 2013 ມີ ຜູ້ເສັຽຊີວິດ ທັງໝົດ 49 ຄົນ ຮວມທັງ ຜູ້ໂດຍສານ ແລະ ລູກເຮືອ. ການຮ່ວມກັນ ຄົ້ນຫາ ຂອງ ຫລາຍຝ່າຍ ສາມາດ ເກັບກູ້ ສົບ ຜູ້ໂດຍສານ ຂຶ້ນມາໄດ້ ທັງໝົດ 47 ສົບ.
ທາງ ສາຍການບິນ ລາວ ໄດ້ ໃຫ້ການ ຊ່ວຍເຫລືອ ເບື້ອງຕົ້ນ ແກ່ ຄອບຄົວ ຜູ້ເສັຽ ຊີວິດ ຄອບຄົວ ລະ 5 ພັນໂດລາ ສະຫະຣັຖ ຍົກເວັ້ນ 3 ຄົນ ທີ່ ຍັງມີບັນຫາ ດ້ານ ເອກສານ. ການບິນລາວ ແລະ ບໍຣິສັດ ລາວ-ວຽດ ປະກັນພັຍ ໄດ້ຕົກລົງ ຈ່າຍ ຊົດເຊີຍ ໃຫ້ ແກ່ ຄອບຄົວ ຂອ ງຜູ້ເສັຽ ຊີວິດ ເປັນເງິນ ທັງໝົດ 100 ພັນໂດລາ ສະຫະຣັຖ.