ຜູ້ເຄາະຮ້າຍບ້ານອາຊິງ ຍັງ ລໍາບາກ
2017.12.04

ເຈົ້າໜ້າທີ່ເມືອງສະໝ້ວຍ ແຂວງສາຣະວັນ ເປິດເຜີຍວ່າ ປະຊາຊົນບ້ານອາຊິງ 180 ຄົນຖືກໂຍກຍ້າຍໄປຢູ່ບ່ອນໃໝ່ ແລ້ວນັ້ນພາຍຫຼັງ ທີ່ ເຮືອນ ເຂົາເຈົ້າຖືກໄຟໄໝ້ ທັງໝົດ 33 ຫລັງຄາເຮືອນ ໃນວັນທີ 11 ກໍຣະກະດາ ທີ່ຜ່ານມາ ມາຮອດ ປັຈຈຸບັນນີ້ ຍັງຂາດຄວາມສະດວກ ດ້ານພື້ນຖານໂຄງລ່າງ ເປັນຕົ້ນຖນົນຫົນທາງ, ໂຮງຮຽນ, ສຸຂສາລາ, ນໍ້າປະປາ ແລະຮວມທັງໄຟຟ້າ ກໍຍັງບໍ່ມີ ການຕິດຕັ້ງເທື່ອ:
“ກໍໄປເບິ່ງຈຸດໃຫ້ເຂົາແລ້ວ ກໍເອົາສັງກະສີ ໃຫ້ຄົບໝົດແລ້ວ ສ່ວນນຶ່ງ ທີ່ບໍ່ມີກໍປະເພດໄມ້ ບໍ່ທັນໄດ້ພໍຫຍັງຫັ້ນແລ້ວ ປະເພດເສັ້ນທາງ ນໍ້າ ນີ້ພໍແກ້ໄຂໄດ້ ຢູ່ໜ້ອຍໜຶ່ງ ຕົວຫລັກໆນີ້ກໍແມ່ນໄຟຟ້າ ເສັ້ນທາງນີ້ແຫລະ.”
ທ່ານວ່າຫລັງຈາກ ບ້ານອາຊິງ ຖືກໄຟໄໝ້ ການທີ່ເຈົ້າໜ້າທີ່ ຈະເຂົ້າໄປຊ່ວຍເຫລືອ ກໍຫຍຸ້ງຍາກລໍາບາກ ເພາະຣະຍະທາງ ກ່ອນເຂົ້າເຖິງ ປະມານ 12 ຫລັກ ຍ້ອນຣົຖທຸກປະເພດ ບໍ່ສາມາດເຂົ້າໄປໄດ້ ທາງອໍານາດ ການປົກຄອງ ເມືອງສະໝ້ວຍ ຈຶ່ງເຫັນພ້ອມວ່າ ຄວນຍ້າຍ ປະຊາຊົນທັງໝົດ ໄປຢູ່ບ່ອນໃໝ່ ຊຶ່ງຫ່າງຈາກບ້ານເກົ່າ ພຽງສອງຫລັກ ແລະຢູ່ໃກ້ຕົວເມືອງສະຫມ້ວຍ ປະມານ 10 ຫລັກ.
ໃນຣະຍະ 2-3 ເດືອນຜ່ານມາ ທາງມຸລນິທິ ຊ່ວຍເຫລືອ ຄົນທຸກຍາກ ວັດ ຫລັກ 29 ຢູ່ນະຄອນຫລວງວຽງຈັນ ພ້ອມກັບ ເຈົ້າໜ້າທີ່ ແຂວງສາຣະວັນ ໄດ້ນໍາເອົາໄມ້ ສັງກະສີ ຜ້າຫົ່ມ ແລະເຄື່ອງຢູ່ຂອງກິນ ເຊັ່ນ ເຂົ້າສານ ອາຫານແຫ້ງ ໄປມອບແກ່ ຜູ້ໄດ້ຮັບເຄາະຮ້າຍ ເພື່ອເປັນການບັນເທົາທຸກ ແກ່ເຂົາເຈົ້າ ໃນຣະຫວ່າງ ການຍົກຍ້າຍ ໄປຢູ່ບ້ານໃໝ່.
ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ ເມືອງສະໝ້ວຍ ເວົ້າວ່າ ເນື່ອງຈາກ ງົບປະມານມີຈໍາກັດ ແຕ່ໃນ ປີ 2018 ນີ້ ທາງອໍານາດການປົກຄອງ ຈະພຍາຍາມ ຂໍທຶນຈາກພາກຣັຖ ແລະ ເອກຊົນ ເພື່ອສ້າງໂຮງຮຽນ ສຸຂສາລາ ໃຫ້ປະຊາຊົນ ບ້ານອາຊິງ ຮວມທັງດ້ານ ສາທາຣະນະສຸຂ ແລະ ສຸຂອະນາມັຍ ນໍາ.