ບໍຣິສັດເອຊຽນເຟັສ ຕົກຢູ່ ໃນຂ່າຍ ສໍ້ໂກງ

ມະນີຈັນ
2017.03.29
f-Asian-face ປະຊາຊົນທີ່ເຂົ້າມາບໍຣິສັດ ເອຊຽນເຟັສ ເພື່ອຖອນເງິນຝາກລົງທຶນ
RFA/SO

ໃນມື້ວັນທີ 27 ມິນາ 2017 ບັນດາລູກຄ້າ ປະມານ 300 ຄົນ ພາກັນມາທວງເງິນ ນຳບໍຣິສັດ ເອຊຽນເຟັສ ຫລັງຈາກ ທີ່ເຂົາເຈົ້າເອົາເງິນ ມາຝາກນຳ ບໍຣິສັດ ຊຶ່ງ ບໍຣິສັດສັນຍາ ວ່າຈະຈ່າຍດອກເບັ້ຽ ໃຫ້.

ບໍຣິສັດເອຊຽນເຟັສ ມີເຈົ້າຂອງເປັນຄົນ ກຳພູຊາ ຊື່ທ້າວ ຮຸດ ສຸ​ວັນ (HUOT SOVANN) ຕັ້ງຢູ່ ບ້ານໂພນຕ້ອງ ຈອມມະນີ ເມືອງຈັນທະບູລີ ນະຄອນ ຫຼວງວຽງຈັນ ເລີ້ມເປີດ ກິຈການ ມາແຕ່ປີ 2015.

ບໍຣິສັດດຳເນີນທຸຣະກິດ ດ້ວຍການຊັກຊວນ ໃຫ້ປະຊາຊົນ ເອົາເງິນມາຝາກນຳ, ພາຍຫລັງທີ່ໄດ້ເງິນຈາກ ປະຊາຊົນ ແລ້ວບໍຣິສັດ ຈະເອົາ ໄປຊອກຊື້ ທີ່ດິນ ແລ້ວຂາຍເອົາ ກຳໄລ, ແລະ ບໍຣິສັດ ວ່າຈະຈ່າຍດອກເບັ້ຽ ໃຫ້ໃນອັດຕຣາ ທີ່ສູງຄືຈາກ 8 ເປີເຊັນ ຈົນເຖິງ 30 ເປີເຊັນ ຕໍ່ເດືອນ, ດັ່ງປະຊາຊົນ ທ່ານນຶ່ງ ຜູ້ທີ່ຕົກ ເປັນເຫຍື່ອ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 28 ມິນາ 2017 ນີ້ວ່າ:

"ເພາະວ່າເຂົາເຈົ້າໃຫ້ ດອກເບັ້ຽສູງໄດ໊ ໄດ້ມາຮອດເດືອນ 8 ເງິນກໍໄດ້ແຕ່ລະເດືອນ ເດືອນນຶ່ງເຂົາເຈົ້າໄລ່ຢູ່ ຖ້າວ່າໄລ່ ເປັນເງິນໂດລາ ຂັ້ນວ່າ 1,000 ນຶ່ງ..1,000 ຫລຽນ ເນາະ ຖືວ່າໄດ້ 80 ໂດລາ".

ອັດຕຣາດອກເບັ້ຽ ຂຶ້ນກັບຈຳນວນເງິນຝາກ, ໝາຍຄວາມວ່າ ປະຊາຊົນ ຝາກເງິນຫຼາຍເທົ່າໃດ ບໍຣິສັດຈະຈ່າຍດອກເບັ້ຽ ສູງຂຶ້ນອີກ. ເງິນທີ່ ປະຊາຊົນ ເອົາມາຝາກ ກິນດອກເບັ້ຽນັ້ນ ຈະເລີ່ມຈາກ 1 ພັນໂດລາ ສະຫະຣັຖ ເຖີງ 1 ແສນໂດລາ, ອີງຕາມການສຳຣວດ ໃບບີນຂອງ ລູກຄ້າ ທີ່ໄດ້ຖືມານຳ ເພື່ອມາທວງໜີ້ ກັບ ບໍຣິສັດ.

ເມື່ອທ້າຍປີ 2016 ບໍຣິສັດ ບໍ່ໄດ້ຈ່າຍດອກເບັ້ຽ ໃຫ້ປະຊາຊົນ ສະນັ້ນ ເຂົາເຈົ້າຈຶ່ງພາກັນຖອນເງິນ ຈາກບໍຣິສັດ, ດັ່ງປະຊາຊົນ ທ່ານນີ້ໄດ້ ກ່າວອີກວ່າ:

"ລະໝົດທຸກຄົນວ່າ ໂອ້ສົນໃຈ ຖອນເງິນຄືນ ເພາະເພິ່ນຕົວະ ແຕ່ເດືອນ 9, ເດືອນ 10, ເດືອນ 11 ແລະ ລະໝົດທຸກຄົນ ເຫັນດີເຫັນພ້ອມ ສ່ວນຫຼາຍວ່າ ຖອນຄືນ".

ຍອດມູນຄ່າທີ່ປະຊາຊົນ ຢູ່ທົ່ວປະເທດ ມາຝາກນໍາ ບໍຣິສັດ ມີ 10 ປາຍ ລ້ານ ໂດລາ, ແຕ່ວ່າ ທ້າວ ຮຸດ ສຸ​ວັນ ທີ່ເປັນເຈົ້າຂອງ ບໍຣິສັດ ຖືກ ເຈົ້າໜ້າທີ່ ຕຳຣວດເມືອງ ຈັນທະບູລີ ກັກຕົວໄວ້ ຍ້ອນວ່າຕົນ ບໍ່ສາມາດ ຈ່າຍເງິນ ຕົ້ນທຶນ ໃຫ້ລູກຄ້າຄືນ.

ນອກຈາກບໍຣິສັດ ເອຊຽນເຟັສ ແລ້ວຜູ້ກ່ຽວຍັງຕັ້ງ ບໍຣິສັດ ນຶ່ງອີກຊື່ວ່າ ເຂັມລາວ ເປັນບໍຣິສັດ ອະສັງຫາລິມະຊັບ ທີ່ກໍາລັງກໍ່ສ້າງຕລາດ ບ້ານດົງ ຢູ່ເມືອງທຸລະຄົມ ແຂວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.