ຊາວບ້ານຢາກໄດ້ດິນເປັນຄ່າ ຊົດເຊີຍ
ຊາວບ້ານ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກ ໂຄງການ ທາງຣົດໄຟ ບາງສ່ວນ ຕ້ອງການ ຢາກໄດ້ ດິນ ເປັນຄ່າ ຊົດເຊີຍ ແທນທີ່ ຈະ ເປັນເງິນ.
-
ສິດນີ
2016-01-14 -
-
-
Your browser doesn’t support HTML5 audio
ຊາວບ້ານ ຜູ້ ທີ່ໄດ້ຮັບ ຜົລກະທົບ ຈາກ ໂຄງການ ທາງຣົດໄຟ ທີ່ ເມືອງໄຊ ແຂວງ ອຸດົມໄຊ ບາງກຸ່ມ ຕ້ອງການດິນ ເປັນຄ່າ ຊົດເຊີຍ ແທນທີ່ ຈະເປັນເງິນ ຍ້ອນຢ້ານວ່າ ບໍ່ມີບ່ອນ ທຳມາ ຫາກິນ ແລະ ປຸກເຮືອນ ຢູ່ ຖ້າເປັນເງິນ ກໍຈະຊື້ ດິນບ່ອນໃໝ່ ຄືນບໍ່ໄດ້ ແລະ ຈະຈ່າຍຫມົດ ໄປຊື່ໆ. ດັ່ງ ເຈົ້າຫນ້າທີ່ ການປົກຄອງ ເມືອງໄຊ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 14 ມົກກະຣາ ນີ້ວ່າ:
"ຫຍຸ້ງຍາກຫຼາຍ ປະຊາຊົນ ສເນີວ່າ ຖ້າວ່າຖືກ ໂຄງການ ຈະໃຫ້ເພິ່ນ ໄປຢູ່ໃສ ເພີິ່ນວ່າ ຫຼາຍຄອບຄົວ 24 ຄອບຄົວ ຄືເວົ້າແຫຼະ ເພິ່ນກະບໍ່ຢາກ ໄດ້ເງິນດອກ ເພາະວ່າ ຖ້າເອົາເງິນ ກໍບໍ່ມີ ບ່ອນຊິຢູ່ ວ່າຊັ້ນ ຢາກໄດ້ດິນ ຈະບໍ່ມີ ບ່ອນຢູ່ ນະ".
ທ່ານກ່າວ ຕື່ມວ່າ ການທີ່ ຊາວບ້ານ ຕ້ອງການ ທີ່ດິນ ນັ້ນ ເພາະຫວັງວ່າ ຈະໄດ້ປູກຝັງ ຫລື ລົງທຶນ ຄ້າຂາຍ ລ້ຽງຄອບຄົວ ຖ້າເປັນເງິນ ຢ້ານ ຈະບໍ່ພໍ ຊື້ທີ່ດິນ ບ່ອນໃຫມ່ ຍ້ອນ ຣາຄາດິນ ແພງຫຼາຍ. ມາຮອດ ປັດຈຸບັນ ທາງການ ຍັງບໍ່ໄດ້ ໃຫ້ ຣາຍລະອຽດ ກ່ຽວກັບ ການໃຫ້ຄ່າ ຊົດເຊີຍ ແກ່ ປະຊາຊົນ ເທື່ອ ມີແຕ່ເວົ້າວ່າ ຈະໃຫ້ ສົມເຫດ ສົມຜົລ ແຕ່ ປະຊາຊົນ ກໍເປັນຫ່ວງ.
ເຈົ້າຫນ້າທີ່ ທ່ານນີ້ ຍັງກ່າວເຖິງ ກໍຣະນີ ໂຮງຮຽນ ມັທຍົມ ທີ່ເມືອງໄຊ ຈະຖືກມ້າງ ຍ້ອນຖືກ ທາງຣົດໄຟ ທາງການ ແຂວງ ໄດ້ຈັດສັນ ທີ່ດິນ ບ່ອນໃຫມ່ ໃຫ້ສ້າງ ແຕ່ເທົ່າເຖິງ ປັດຈຸບັນ ຍັງບໍ່ມີ ຣາຍລະອຽດ ເທື່ອວ່າ ຈະ ສ້າງ ເມື່ອໃດ.