ໂຄງການທາງຣົດໄຟຄວາມໄວ ສູງ ສວັນ-ລາວບາວ

ອຸ່ນແກ້ວ ສຸກສະຫວັນ
2014.07.08
f-default ໂຄງການທາງຣົດໄຟຄວາມໄວ ສູງ ສວັນ-ລາວບາວ
RFA

 

ຖ້າຈະເວົ້າ ເຖິງເຣື້ອງ ເສັ້ນທາງ ເຊັ່ນການ ໃຊ້ຈຸດນີ້ ຈຸດນັ້ນ ເປັນ ທາງຜ່ານ ນັ້ນກໍ ສະແດງວ່າ ເຂົາເຈົ້າ ໃຊ້ແລ້ວ ກໍຜ່ານໄປ ເທົ່ານັ້ນ ແລະ ປະໂຫຍດ ທີ່ໄດ້ ກໍບໍ່ຫລາຍ ຍ້ອນຖືກໃຊ້ ເພື່ອ ໄປສູ່ ຈຸດໝາຍ ປາຍທາງ ເທົ່ານັ້ນ. ເຊັ່ນດຽວ ກັບ ໂຄງການ ເສັ້ນທາງ ຣົດໄຟ ຄວາມໄວສູງ ສວັນ-ລາວບາວ ທີ່ຈະເປັນ ເສັ້ນທາງ ເຊື່ອມຕໍ່ ຣະຫວ່າງ ວຽດນາມ ກັບ ປະເທດລາວ ຫລື ອາດຈະ ຕໍ່ໃສ່ ປະເທດໄທ ແລະ ຈະເປັນ ເສັ້ນທາງ ເຊື່ອມຕໍ່ ພາຍໃນ ຂົງເຂດ ດັ່ງກ່າວ.

ໂຄງການ ເສັ້ນທາງ ດັ່ງກ່າວ ມີຄວາມຍາວ 220 ກິໂລແມັດ ແລະ ມີມູນຄ່າ ການກໍ່ສ້າງ ປະມານ 5 ຕື້ ໂດລາ ສະຫະຣັດ ຊຶ່ງຄາດວ່າ ການກໍ່ສ້າງ ຈະເລີ້ມ ໃນເດືອນ ທັນວາ ປີນີ້ ໂດຍກຳນົດ 4 ປີ ໃນການ ກໍ່ສ້າງ ແລະ ຜູ້ທີ່ໄດ້ ສຳປະທານ ໂຄງການ ດັ່ງກ່າວ ແມ່ນ ບໍຣິສັດ ໄຈແອນ ຄອນໂຊລີເດດ (Giant Consolidated) ຈາກ ປະເທດ ມາເລເຊັຍ ຊຶ່ງ ໄດ້ຮັບ ສຳປະທານ ເປັນເວລາ 50 ປີ. ອີງຕາມ ຣາຍງານ ຂອງ ເຈົ້າໜ້າທີ່ ຂັ້ນສູງ ຈາກ ກະຊວງ ແຜນການ ແລະ ການລົງທຶນ.

ເຖິງຢ່າງໃດ ກໍຕາມ ທີ່ຜ່ານມາ ໄດ້ມີການ ວາງຊິລາເລີກ ການກໍ່ສ້າງ ໃນ ທ້າຍປີ 2012 ແຕ່ກໍບໍ່ ສາມາດ ເລີ້ມຕົ້ນ ການກໍ່ສ້າງ ໄດ້ ແລະ ຖືກເລື່ອນ ເວລາມາ ຕລອດ. ແຕ່ທາງ ເຈົ້າໜ້າທີ່ ຂັ້ນສູງ ຂອງ ກະຊວງ ແຜນການ ແລະ ການລົງທຶນ ໄດ້ໃຫ້ ທັສນະ ວ່າ ໂຄງການ ດັ່ງກ່າວ ແມ່ນເປັນພຽງ ການລິເລີ້ມ ຂໍ້ຕົກລົງ ເທົ່ານັ້ນ ແຕ່ຍັງ ຈະມີ ການ ກວດສອບ ຣາຍຣະອຽດ ກັນອີກ ໂດຍ ສະເພາະ ການສໍາຫຣວດ ພື້ນທີ່ ສຳລັບ ແລວທາງ ທີ່ຈະມີ ການກໍ່ສ້າງ.

ກ່ຽວກັບ ເຣື້ອງນີ້ ທ່ານ ອາຈົງ ລາວເມົາ ຫົວໜ້າກົມ ສົ່ງເສີມ ການລົງທຶນ ກະຊວງ ແຜນການ ແລະ ການລົງທຶນ ໄດ້ກ່າວ ຕໍ່ ນັກຂ່າວ ວິທຍຸ ເອເຊັຍ ເສຣີ ວ່າ:

"ແຕ່ວ່າ ຣະອຽດນັ້ນ ກໍຍັງບໍ່ທັນ ໄດ້ເຮັດເທື່ອ ທີ່ເຮັດນັ້ນ ແຜນການ ລວມຊື່ໆໄດ໋ ແມ່ນລະ ແມ່ນລະ ແຜນການ ລວມຊື່ໆ ແຕ່ວ່າ ຈະລົງມື້ ກໍ່ສ້າງ ມື້ໃດ ກໍຍັງ ບໍ່ທັນ ຮູ້ເທື່ອ".

ໝາຍຄວາມວ່າ ທີ່ ເຮັດໄປນັ້ນ ແມ່ນແຜນການ ລວມຊື່ໆ ຊຶ່ງບໍ່ທັນ ມີການ ລົງຣາຍຣະອຽດ ເທື່ອ. ບໍຣິສັດ ດັ່ງກ່າວ ໄດ້ເຊັນ ຂໍ້ຕົກລົງ ກັບ ຣັຖບານ ໃນເດືອນ ພຶສຈິກາ ປີ 2012 ທີ່ ຜ່ານມາ ເພື່ອລິເລີ້ມ ໂຄງການ ໂດຍ ຊ້ອງໜ້າ ນາຍຍົກ ຣັຖມົນຕຣີ ຂອງ ທັງສອງ ປະເທດ ທັງລາວ ແລະ ມາເລເຊັຍ.

ໂຄງການ ເສັ້ນທາງ ດັ່ງກ່າວ ເປັນຄວາມ ພຍາຍາມ ຂອງ ຣັຖບານ ລາວ ໃນການ ເຊື່ອມຕໍ່ ເສັ້ນທາງ ເສຖກິດ ຕາເວັນອອກ ຕາເວັນຕົກ ດ້ວຍເສັ້ນທາງ ຣົດໄຟ ຄວາມ ໄວສູງ ຊຶ່ງ ຈະເລີ້ມ ຈາກ ປະເທດ ພະມ້າ ມາຜ່ານ ປະເທດໄທ ແຂວງ ມຸກດາຫານ ຕໍ່ແຂວງ ສວັນນະເຂດ ແລ້ວ ໄປສຸດ ຢູ່ເຂດ ທ່າເຮືອ ນ້ຳເລີກ ມີຕວາຍ ແຂວງ ກວາງຕຣີ ປະເທດ ວຽດນາມ. ຊຶ່ງຈະປ່ຽນ ປະເທດລາວ ທີ່ບໍ່ມີ ທາງອອກ ສູ່ ທະເລ ມາເປັນ ປະເທດ ທີ່ ເຊື່ອມຕໍ່ ດ້ວຍ ທາງຣົດ ໃນນັ້ນ ຮວມທັງ ເສັ້ນທາງ ຣົດໄຟ ນຳ.

ໃນການ ຮ່ວມມື ກັນໃນ ໂຄງການ ດັ່ງກ່າວ ຮູ້ພຽງວ່າ ບໍຣິສັດ ໄຈແອນ ຄອນໂຊລີເດດ ເປັນຜູ້ ຮັບເໝົາ ລົງທຶນ ທັງໝົດ ອີງຕາມ ຂ່າວ ຈາກ ທາງການ. ແຕ່ໃນ ສ່ວນ ຂອງ ສປປລາວ ຍັງບໍ່ທັນ ມີການ ເປີດເຜີຍວ່າ ລາວ ຈະຕ້ອງ ປະກອບ ສ່ວນ ຫຍັງແດ່ ນອກຈາກ ເນື້ອທີ່ດິນ ທີ່ນອນຢູ່ ໃນແລວ ທາງຣົດໄຟ ຫັ້ນແລ້ວ.

ຄຳຖາມ ກໍຄື ເປັນຫຍັງ ມາເລເຊັຍ ຈຶ່ງກ້າ ທີ່ຈະສ່ຽງ ລົງທຶນ ເຖິງ 5 ຕື້ ໂດລາ ສະຫະຣັດ ເຂົ້າໃນ ໂຄງການ ດັ່ງກ່າວ ພຽງແຕ່ ກໍ່ສ້າງ ທາງຣົດໄຟ ໄລຍະ 220 ກິໂລແມັດ ເທົ່ານັ້ນ. ແນ່ນອນ ໃນທາງ ທຸຣະກິດ ແລ້ວ ຖ້າວ່າ ຝ່າຍ ມາເລເຊັຍ ກ້າທີ່ ຈະສ້າງ ນັ້ນ ກໍສະແດງວ່າ ຜູ້ລົງທຶນ ຍ່ອມຈະ ເຫັນທາງ ທີ່ ຈະສາມາດ ສ້າງຜົນ ກຳໄຣ ໄດ້ ແຕ່ ບໍ່ມີການ ເປີດເຜີຍ ໃນເຣື້ອງນີ້.

ຖ້າເບິ່ງ ທ່າແຮງ ໃນການ ຂົນສົ່ງ ສິນຄ້າ ກໍພໍ ຈະສາມາດ ຄິດພາບ ອອກໄດ້ວ່າ ມາເລເຊັຍ ຕ້ອງການ ທີ່ ຈະຂົນສົ່ງ ສິນຄ້າ ຜ່ານເສັ້ນທາງ ດັ່ງກ່າວ ແລະ ສົ່ງເສີມ ການ ທ່ອງທ່ຽວ ອີກດ້ວຍ. ເມື່ອ ມາເລເຊັຍ ກ້າທີ່ຈະ ລົງທຶນ ໃນໂຄງການ ເສັ້ນທາງ ດັ່ງກ່າວ ມາຮອດພຽງ ແຂວງ ສວັນນະເຂດ ນັ້ນກໍ ສະແດງວ່າ ມາເລເຊັຍ ກໍຕ້ອງ ໝັ້ນໃຈວ່າ ໂຄງການ ທາງຣົດໄຟ ຄວາມໄວສູງ ຂອງໄທ ຈະຕ້ອງ ສ້າງມາໃສ່ ແຂວງ ມຸກດາຫານ ຂອງໄທ ທີ່ ມາຫາ ຊາຍແດນ ຕິດກັບ ແຂວງ ສວັນນະເຂດ.

ແລະ ຄຳຖາມ ທີ່ ຍັງຄ້າງຄາ ຢູ່ອີກ ກໍຄື ຖ້າວ່າ ໄທ ບໍ່ສ້າງ ເສັ້ນທາງ ຄວາມໄວສູງ ມາແຂວງ ມຸກດາຫານ ແລະ ໂຄງການ ທາງຣົດໄຟ ສວັນ-ລາວບາວ ຍັງຈະ ດຳເນີນ ຕໍ່ໄປອີກ ຢູ່ບໍ?

ສະເພາະ ໂຄງການ ມູນຄ່າ 5 ຕື້ ໂດລາ ຊຶ່ງ ຍັງບໍ່ທັນ ຄິດໄລ ຄ່າ ບໍຣິຫານ ຄ່າບຳລຸງ ຮັກສາ ເຂົ້າອີກ ຫລັງຈາກ ທີ່ ໂຄງການ ກໍ່ສ້າງ ເສັ້ນທາງ ສຳເຣັດແລ້ວ ແລະ ມາ ເບິ່ງວ່າ ຖ້າໂຄງການ ເສັ້ນທາງ ສຳເຣັດ ລົງແລ້ວ ຈະຕ້ອງໄດ້ ເສັຍຄ່າ ບຳລຸງ ແລະ ຄ່າໃຊ້ຈ່າຍ ໃນການ ບໍຣິຫານ ເທົ່າໃດ ອີກ. ຖ້າວ່າ ທັງໝົດ ຄ່າໃຊ້ຈ່າຍ ແມ່ນ ຄູ່ ຮ່ວມງານ ຈາກ ມາເລເຊັຍ ເປັນຜູ້ ຮັບຜິດຊອບ ທັງໝົດ ໂດຍ ທີ່ລາວ ບໍ່ໄດ້ ກູ້ຢືມ ເງິນທຶນ ຫຍັງ ເຂົ້າມາ ຮ່ວມຮຸ້ນ ນອກຈາກ ພຽງແຕ່ ການຈັດສັນ ທີ່ດິນໃຫ້ ການ ສຳປະທານ ເທົ່ານັ້ນ, ສິ່ງດັ່ງກ່າວ ກໍຄົງ ຈະສ້າງ ຜົນປະໂຫຍດ ໃຫ້ແກ່ ປະເທດລາວ ໂດຍ ບໍ່ຕ້ອງ ກູ້ໜີ້ ຢືມສິນ ເຂົ້າມາ ລົງທຶນ ໃນຂະນະ ທີ່ຍັງ ບໍ່ໄດ້ ຫລຽວເຫັນ ຜົນກຳໄຣ ຢ່າງ ຊັດເຈນ.

ແຕ່ຍັງ ບໍ່ມີການ ເປີດເຜີຍ ເຖິງ ຣາຍຣະອຽດ ຢ່າງ ຈະແຈ້ງ ຣະຫວ່າງ ເຈົ້າຂອງ ໂຄງການ ກັບ ທາງການລາວ. ເມື່ອ ບໍ່ມີການ ເປີດເຜີຍ ຣາຍຣະອຽດ ເຖິງ ໂຄງການ ດັ່ງກ່າວ ວ່າ ຜົນປະໂຫຍດ ທີ່ ປະເທດລາວ ຈະໄດ້ນັ້ນ ແມ່ນຫຍັງ ແລ້ວ ຖ້າວ່າ ທາງການ ລາວ ເຫັນວ່າ ໂຄງການ ດັ່ງກ່າວ ເຮັດຂຶ້ນມາ ເພື່ອ ຜົນປະໂຫຍດ ລວມ ຂອງປະເທດ ຊາດ ນັ້ນ ກໍບໍ່ມີ ສິ່ງໃດ ທີ່ ຈະຕ້ອງ ປິດບັງ.

ແຕ່ກົງກັນຂ້າມ ການທີ່ ບໍ່ເປີດເຜີຍ ຣາຍຣະອຽດ ຂອງ ໂຄງການ ດັ່ງກ່າວ ຍິ່ງເຮັດໃຫ້ ຄົນລາວ ສົງໄສວ່າ ໂຄງການ ດັ່ງກ່າວ ມີນອກມີໃນ ແນວໃດ ກັນແທ້. ມີຄວາມ ໂປ່ງໄສ ຂະໜາດໃດ.

ທີ່ຜ່ານມາ ໂຄງການ ເສັ້ນທາງ ຣົດໄຟ ສວັນ-ລາວບາວ ບໍ່ເຄີຍ ຖືກນຳມາ ອະພິປາຍ ກັນ ຢູ່ໃນ ກອງປະຊຸມ ສະໄໝ ສາມັນ ຂອງ ສະພາ ແຫ່ງຊາດ ເລີຍ ນອກຈາກ ໂຄງການ ເສັ້ນທາງ ຣົດໄຟ ລາວ-ຈີນ.

ສິ່ງທີ່ ຄົນລາວ ທົ່ວໄປ ຢາກຮູ້ ກໍຄື ປະເທດລາວ ຈະໄດ້ຫຍັງ ຈາກ ໂຄງການ ດັ່ງກ່າວ ໃນ ຣະຍະສັ້ນ ແລະ ຣະຍະຍາວ, ແລະ ສິ່ງສຳຄັນ ທີ່ສຸດ ກໍຄື ປະເທດລາວ ຈະຕ້ອງ ເສັຍ ຫຍັງແດ່ ໃຫ້ກັບ ໂຄງການ ດັ່ງກ່າວ. ເພາະວ່າ ຖ້າໂຄງການ ເສັ້ນທາງ ຣົດໄຟ ສວັນ-ລາວບາວ ຍັງບໍ່ມີ ຄຳຕອບ ທີ່ຈະແຈ້ງ ແລ້ວ ມັນກໍບໍ່ ຕ່າງຫຍັງ ກັບ ໂຄງການ ເສັ້ນທາງ ຣົດໄຟ ຄວາມໄວສູງ ລາວ-ຈີນ ທີ່ ຣັຖບານ ລາວ ຈະໄປຢືມ ເງິນ ມູນຄ່າ 7 ຕື້ ໂດລາ ສະຫະຣັດ ມາກໍ່ສ້າງ ເພື່ອ ເຮັດໃຫ້ ປະເທດລາວ ກາຍເປັນ ທາງຜ່ານ ໂດຍ ແມ່ນ ປະຊາຊົນ ລາວ ທຸກຄົນ ຕ້ອງຕົກ ເປັນໜີ້ ແລະ ຈະຕ້ອງເອົາ ຊັພຍາກອນ ທັມມະຊາດ ຂອງ ປະເທດ ໂດຍສະເພາະ ປ່າໄມ້ ແລະ ບໍ່ແຮ່ ໄປ ຄ້ຳປະກັນ.

ສຸດທ້າຍ ເສັ້ນທາງ ຣົດໄຟ ຄວາມໄວສູງ ສວັນ-ລາວບາວ ຈະເປັນພຽງ ທາງຜ່ານ ໃນການ ຄົມມະນາຄົມ ໃຫ້ແກ່ ປະເທດ ເພື່ອນບ້ານ ຫລື ຈະປຽບທຽບ ອີກຢ່າງນຶ່ງ ກໍຄື ຈະເປັນພຽງ ແຕ່ນັກ ສະແດງ ຕົວ ປະກອບ ແລ້ວ ສິ່ງທີ່ ໜ້າຕິດຕາມ ກໍຄືວ່າ ທາງການ ລາວ ຈະມີການ ອອກມາ ຊີ້ແຈງ ຣາຍຣະອຽດ ຂອງຜົນ ປະໂຫຍດ ທີ່ລາວ ນັ້ນ ຈະໄດ້ຮັບ ແມ່ນຫຍັງ ຈາກ ໂຄງການ ດັ່ງກ່າວ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.