ໂຄງການຣົດໄຟ ໄທ ລາວ ຈີນ
2013.05.10

ນາຍົກ ຣັຖມົນຕຣີໄທ ຍິງລັກ ຊິນນະວັດ ຮຽກຮ້ອງ ໃຫ້ ຈີນ ຊຸກຍູ້ ໂຄງການ ຣົດໄຟ ຄວາມໄວສູງ ໄທ ລາວ ຈີນ ເພື່ອ ສນັບສນູນ ການສ້າງຕັ້ງ ປະຊາຄົມ ເສຖກິດ ອາຊຽນ ໃນປີ 2015.
ຕາມຣາຍງານ ຂ່າວ TNA ຂອງໄທ ໃນວັນທີ 10 ພຶສພາ ນີ້. ຍານາງ ຍິ່ງລັກ ໄດ້ຮຽກຮ້ອງ ເຊັ່ນນັ້ນ ຂະນະທີ່ ຍານາງ ພົບປະກັບ ທ່ານ Edmund Ho ຮອງປະທານ ຄນະກັມການ ແຫ່ງຊາດ ດ້ານການເມືອງ ຂອງ ຈີນ ແລະ ອະດີດ ຜູ້ວ່າການເຂດ ບໍຣິຫານ ພິເສດ Macau.
ຍານາງ ຍິ່ງລັກ ຊິນນະວັດ ຮັບຮູ້ວ່າ ຣັຖບານຈີນ ສນັບສນູນ ການມີຕາໜ່າງ ຄົມນາຄົມ ຣະຫວ່າງ ຈີນ ແລະ ອາຊຽນ ແລະ ກໍຫວັງວ່າ ທ່ານ Ho ຈະຊຸກຍູ້ ການຮ່ວມມື ຣະຫວ່າງ ທາງການໄທ ກັບ ທາງການຈີນ ໂດຍຊ່ວຍ ສົ່ງເສີມ ການພົວພັນ ຣະຫວ່າງ 2 ຝ່າຍ ໃນດ້ານການຄ້າ ການລົງທຶນ ແລະ ໃນພາກ ການບໍຣິການ ຕ່າງໆ.
ທ່ານ Edmund Ho ໄດ້ສະແດງ ອອກເຖິງ ການສນັບສນູນ ການມີ ຕາໜ່າງ ຄົມນາຄົມ ຣະຫວ່າງ ອາຊຽນ ແລະ ພາກໃຕ້ ຂອງຈີນ ເພື່ອການເຕີບໂຕ ທາງ ເສຖກິດ ການຄ້າ ການລົງທຶນ ແລະ ການພົວພັນ ຂອງ ປະຊາກອນ ໃນກຸ່ມ ປະເທດ ອາຊຽນ ແລະ ຈີນ. ໃນຣະຫວ່າງ ການພົບປະ ເຈົ້າໜ້າທີ່ ຂັ້ນສູງ ຂອງຈີນ ຍັງໄດ້ເຊີນ ຍານາງ ຍິ່ງລັກ ໄປປາສັຍ ໃນພິທີໄຂ ກອງປະຊຸມ ການທ່ອງທ່ຽວ ຣະດັບໂລກ ຄັ້ງທີ 2 ທີ່ ມາກ້າວ ໃນເດືອນ ກັນຍາ ປີ 2013 ນີ້.