ຕ່າງປະເທດໃຫ້ເງິນຊ່ອຍເຫຼືອ ລາວ

ສົມເນ
2015.03.16
F-default2 ຕ່າງປະເທດໃຫ້ເງິນຊ່ອຍເຫຼືອ ລາວ
RFA

ຣັຖບານ ສະວິດເຊິແລັນ ແລະ ເຢັຽຣະມັນ ລົງນາມ ເຊັນ ສັນຍາ ກັບ ກະຊວງ ແຜນການ ແລະ ການ ລົງທຶນ ວ່າຈະໃຫ້ ການ ຊ່ອຍ ເຫລືອ ເປັນ ຈໍານວນ ເງິນ 12 ລ້ານ ໂດລາ ສະຫະຣັຖ ແກ່ ສປປລາວ ສໍາລັບ ໂຄງການ 8 ປີ ເພື່ອ ສົ່ງເສີມ ໃຫ້ ຄອບຄົວ ຊາວ ກະສິກັມ ໄດ້ຮັບ ສິດ ຄອບຄອງ ທີ່ດິນ. ຕາມ ຣາຍງານ ໜັງສືພິມ ຂອງ ທາງການ ລາວ.

ຣາຍງານ ແຈ້ງວ່າ ໃນ ຣະຍະ ຫລາຍປີ ມານີ້ ຣັຖບານ ໄດ້ ອະນຸມັດ ການ ສັມປະທານ ທີ່ດິນ ເພື່ອ ການ ປູກຝັງ ຂະໜາດ ໃຫຍ່, ທີ່ດິນ ເພື່ອ ການ ຂຸດຄົ້ນ ບໍ່ແຮ່, ທີ່ດິນ ເພື່ອ ການ ຂຸດຄົ້ນ ຊັພຍາກອນ ປ່າໄມ້, ທີ່ດິນ ເພື່ອ ໂຄງການ ເຂື່ອນ ໄຟຟ້າ ແກ່ ບໍຣິສັດ ຕ່າງ ປະເທດ ເປັນ ຣະຍະ ຍາວນານ ອັນເຮັດໃຫ້ ເນື້ອທີ່ ທີ່ ຄວນ ສງວນໄວ້ ສໍາລັບ ຊາວ ກະສິກອນ ທີ່ ອາໄສ ພື້ນທີ່ ແລະ ປ່າໄມ້ ໃນການ ທໍາມາ ຫາລ້ຽງ ຊີພ ຫລຸດຫນ້ອຍ ລົງ.

ທ່ານ Sager ຜູ້ ອໍານວຍການ ອົງການ ຊ່ວຍເຫລືອ ຣະຫ່ວາງ ປະເທດ ຂອງ ສະວິດເຊິແລັນ ກ່າວວ່າ: “ສະພາບການ ທີ່ ເປັນຢູ່ນີ້ ເຮັດໃຫ້ ຄອບຄົວ ຊາວ ກະສິກອນ ທີ່ ທຸກຍາກ ຢູ່ແລ້ວ ບໍ່ສາມາດ ມີ ທີ່ດິນ ເປັນຂອງ ຕົນເອງ ເພື່ອ ທໍາກິນ. ສະພາບ ທີ່ດິນ ທີ່ເຊື່ອມ ຄຸນນະພາບ, ປະຊາຊົນ ຕ້ອງຍ້າຍ ທີ່ຢູ່ ອາໄສ ແລະ ບ່ອນທີ່ ຈະຫາຢູ່ ຫາກິນ ແຮງມີ ຈໍາກັດ ຂຶ້ນເລື້ອຍໆ.

ທ່ານ Sager ເຊື່ອວ່າ ຄວາມ ສັມພັນ ຂອງ ມະນຸດ ກັບ ທີ່ດິນ ມີຄວາມ ສໍາຄັນ ຫລາຍ. ມະນຸດ ຖືວ່າ ທີ່ດິນ ບໍ່ພຽງແຕ່ ເປັນບ່ອນ ທໍາມາ ຫາລ້ຽງ ຊີພ ເທົ່ານັ້ນ ແຕ່ຍັງມີ ຄວາມ ຈໍາເປັນ ສໍາລັບ ເອກກະລັກ ແລະ ວັທນະທັມ ຂອງ ຜູ້ຄົນ. ຖ້າ ຫາກ ເຮົາ ເອົາສິດທິ ທາງ ທີ່ດິນ ອອກຈາກ ປະຊາຊົນ ແລ້ວ ເທົ່າກັບວ່າ ເຮົາ ເອົາກຽດ ສັກສີ ຂອງ ເຂົາເຈົ້າໄປ. ດັ່ງນັ້ນ ການ ຄຸ້ມຄອງ ທີ່ດິນ ທີ່ດີ ແມ່ນ ເງື່ອນໄຂ ທໍາອິດ ສໍາລັບ ຄວາມເປັນຢູ່ ແບບ ກົມກຽວ ແລະ ຄວາມມີ ສະເຖັຽ ຣະພາບ ຂອງ ສັງຄົມ ແລະ ການເມືອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.