ທາງຣົຖໄຟ ລາວ-ວຽດນາມ ຍັງຄ້າງຄາ
2013.10.30
ບໍຣິສັດ Giant Consolidated ຂອງມາເລເຊັຽ ທີ່ຈະເປັນຜູ້ລົງທຶນ ສ້າງທາງຣົຖໄຟຄວາມໄວສູງ ລາວ-ວຽດນາມ ຈາກແຂວງສວັນນະເຂດ ໄປຮອດດ່ານລາວບາວນັ້ນຍັງມິດງຽບຢູ່ ຫລັງຈາກໄດ້ສໍາຣວດຄວາມເປັນໄປໄດ້ມາຊົ່ວຣະຍະນຶ່ງ ທາງບໍຣິສັດຍັງບໍ່ໄດ້ເປີດເຜີຍວ່າເມຶ່ອໃດຈະ ລົງມືສ້າງ. ກຸ່ມດັ່ງກ່າວໄດ້ປະເມີນຄ່າເສັຽຫາຍ ທີ່ຈະຈ່າຍໃຫ້ຊາວບ້ານ ຜູ້ທີ່ຈະໄດ້ຮັບຜົລກະທົບ ແຕ່ບໍ່ໄດ້ບອກວ່າ ເປັນຈຳນວນເງິນເທົ່າໃດ:
"ຂະເຈົ້າໄດ້ປະເມີນໄວ້ແລ້ວ ປະເມີນຢູ່ໃນການລົງທຶນ ຂະເຈົ້າຫັ້ນແຫລະເນາະ ເພາະວ່າເວລາຊີ່ລົງມືແທ້ໆ ຈະຕ້ອງໄດ້ມາ confirm ກັນອີກ ບາດນຶ່ງວ່າຊີ່ເອົາເສັ້ນໃດ ເອົາແນວໃດ".
ທ່ານກ່າວຕໍ່ໄປວ່າ ການປະເມີນຄ່າຊົດເຊີຍໃຫ້ຊາວບ້ານນັ້ນ ເປັນພຽງແຕ່ຄໍາເວົ້າ ຂອງບໍຣິສັດຊື່ໆ ຍັງບໍ່ມີລາຍລັກອັກສອນ ໃຫ້ແກ່ທາງການ ລາວແຕ່ຢ່າງໃດ ມາຮອດປັດຈຸບັນ ທາງບໍຣິສັດຍັງບໍ່ທັນເປີດເຜີຍ ເຖິງໂຄງການສ້າງ ທາງຣົຖໄຟ ສາຍນີ້ເທຶ່ອວ່າຈະຜ່ານບ່ອນໃດແດ່ ຈະກະ ທົບຈັກຫມູ່ບ້ານ ເຖິງແມ່ນວ່າການສຳຣວດ ເບຶ້ອງຕົ້ນ ຈະສຳເຣັດມາໄດ້ 4 ເດືອນ ແລ້ວກໍຕາມ.
ໃນເດືອນ ເມສາ ຜ່ານມາ ທະນາຄານ Rich Banco Berhad ນິວຊີແລັນ ໄດ້ຕົກລົງໃຫ້ເງິນກຸູ້ 5 ຕື້ ແກ່ບໍ່ຣິສັດ Giant consolidated ເພື່ອສ້າງທາງຣົຖໄຟສາຍນີ້ ແຕ່ນັ້ນມາ ກໍຍັງບໍ່ມີຂ່າວວ່າ ຈະລົງມືສ້າງເລີຍ. ໂຄງການຣົຖໄຟ ຄວາມໄວສູງ ສາຍນີ້ ມີຄວາມຍາວປະມານ 220 ກິໂລແມັດ ຜ່ານແຂວງສວັນນະເຂດ ໄປຫາ ດ່ານລາວບາວ ຊາຍແດນວຽດນາມ.