ລາວອາຈບໍ່ກູ້ເງິນສ້າງທາງ ຣົດໄຟ

ເສັ້ນສາຍ ທາງຣົດໄຟ ຄວາມໄວສູງ ຈະຊ່ອຍ ເສຖກິດລາວ ໃຫ້ກ້າວໜ້າ ພັທນາວ່ອງໄວ ຫລືຈະເປັນ ເສັ້ນສາຍໂສ້ ໜີ້ສິນ ປົກຄຸມ ຊາວລາວ ໄວ້ຈົນຮອດ ເຊັ່ນລູກ ເຊັ່ນຫລານ
ເສັ້ນສາຍ ທາງຣົດໄຟ ຄວາມໄວສູງ ຈະຊ່ອຍ ເສຖກິດລາວ ໃຫ້ກ້າວໜ້າ ພັທນາວ່ອງໄວ ຫລືຈະເປັນ ເສັ້ນສາຍໂສ້ ໜີ້ສິນ ປົກຄຸມ ຊາວລາວ ໄວ້ຈົນຮອດ ເຊັ່ນລູກ ເຊັ່ນຫລານ (RFA)

0:00 / 0:00

ເມື່ອເວົ້າເຖິງໂຄງການສ້າງທາງຣົດໄຟຄວາມໄວສູງ ຂອງລາວແລ້ວ ນັກປັນຍາຊົນ ໃນຫລາຍປະເທດເພື່ອນບ້ານ ກໍສົນໃຈຕິດຕາມຢາກ ຮູ້ວ່າມັນຈະເກີດຂຶ້ນດ້ວຍວິທີໃດເວລາໃດ ຂນະທີ່ຂ່າວຄວາມຄືບໜ້າ ການເຈຣະຈາ ລະຫວ່າງ ລາວ-ຈີນ ຍັງບໍ່ຖືກເປີດເຜີຽ. ໃນວັນທີ່ 2 ຕຸລາ ນັກເສຖກິດຂອງໄທໃຫ້ຄໍາເຫັນວ່າທາງການລາວ ຄົງຈະບໍ່ຢືມ ເງິນ 7 ຕື້ໂດລາ ມາສ້າງທາງຣົດໄຟດ້ວຍຕົນເອງ ຍ້ອນວ່າບໍ່ຄຸ້ມຄ່າ ຕໍ່ການລົງທຶນ ແລະຈີນຈະໄດ້ຮັບປໂຍດຫຼາຍກວ່າດັ່ງທ່ານໄດ້ກ່າວ:

"ລາວ ຄົງບໍ່ຢືມເງິນມາລົງທຶນ ດ້ວຍຕົນເອງ. ປະເດັນຫລັກໆກໍຄືວ່າ ເບິ່ງ GDP ຂອງລາວໃສ່ກັບດອກເບັ້ຽ ແລະຕົ້ນທຶນ ທີ່ລາວຈະຕ້ອງ ສົ່ງຄືນເຫັນວ່າລາວບໍ່ພ້ອມທີ່ຈະຢືມເງິນຈໍານວນດັ່ງກ່າວ. ສິ່ງທີ່ລາວ ພຍາຍາມເຈຣະຈາ ແມ່ນຂໍການຊ່ວຍເຫລືອ".

ທ່ານເວົ້າຕໍ່ວ່າ ເຣື້ອງທີ່ລາວຈະຢືມເງິນຈາກທະນາຄານຈີນມາລົງທຶນ ສ້າງທາງຣົດໄຟນີ້ໄດ້ເວົ້າກັນມາແຕ່ດົນແລ້ວ ແຕ່ບໍ່ຄືບໜ້າ ຈັກເທື່ອ. ກະແສຂ່າວທີ່ ລາວກັບຈີນ ລົງນາມສັນຍາການຮ່ວມມືຫລາຍສະບັບ ເມື່ອທ້າຍເດືອນ ກັນຍາ ກໍບໍ່ໄດ້ຣະບຸເຖິງ ການຢືມເງິນ 7 ຕື້ໂດລາ ນັ້ນເລີຽ. ທ່ານວ່າ ຖ້າຫາກໂຄງການນີ້ເກີດຂຶ້ນແທ້ໆນັ້ນກໍຕ້ອງແມ່ນ ຈີນເປັນຜູ້ລົງທຶນເອງ. ຂ່າວພຽງແຕ່ຣະບຸວ່າຈີນຈະຊ່ວຍພັທນາໂຄງຮ່າງພື້ນຖານແລະສືບຕໍ່ການສນັບສນູນ ຊ່ວຍເຫລືອການພັທນາ ໃນລາວ ເທົ່ານັ້ນ. ນີ້ເປັນພຽງຄວາມເຫັນສ່ວນໂຕ ຂອງນັກເສຖກິດໄທ.