ຄ່າຊົດເຊີຍທາງຣົດໄຟ ຈະໄດ້ ເດືອນໜ້າ

ເຈົ້າໜ້າທີ່ ທາງການ ໄດ້ປັກແລວທາງ ຣົດໄຟ ສຳເຣັດແລ້ວ ແລະ ຈະສລຸບເຣື້ອງ ຄ່າຊົດເຊີຍ ໃຫ້ ປະຊາຊົນ ພາຍໃນ ເດືອນ ພຶສຈິກາ.

ການກໍ່ສ້າງທາງຣົດໄຟ ຢູ່ເຂດບ້ານນາເຕີຍ ຂ.ຫຼວງນໍ້າທາ RFA/VD

ເຈົ້າໜ້າທີ່ ທາງການ ໄດ້ປັກແລວທາງ ຣົດໄຟ ສຳເຣັດແລ້ວ ແລະ ຈະສລຸບເຣື້ອງ ຄ່າຊົດເຊີຍ ໃຫ້ປະຊາຊົນ ພາຍໃນ ເດືອນ ພຶສຈິກາ ໃນຂນະທີ່ ອົງການ ຈັດຕັ້ງທາງສັງຄົມ ກໍຮຽກຮ້ອງໃຫ້ ຈ່າຍຊົດເຊີຍ ຢ່າງເປັນທັມ, ສ່ວນວ່າ ປະຊາຊົນ ທີ່ໄດ້ຮັບຜົນກະທົບ ກໍຢາກໄດ້ ຄ່າຊົດເຊີຍໄວໆ ແລະ ຕ້ອງການ ໃຫ້ຣັຖບານ ຈັດສັນ ທີ່ດິນ ໃຫ້.

ການກໍ່ສ້າງທາງຣົດໄຟ ລາວ-ຈີນ ຍັງຄົງດຳເນີນໄປ ຢ່າງຕໍ່ເນື່ອງ ຫລ້າສຸດ ການກໍ່ສ້າງແມ່ນໄດ້ 11 ເປີເຊັນແລ້ວ, ການປັກແລວທາງ ແມ່ນສໍາເຣັດແລ້ວ, ທາງການ ຈະສະຫລຸບຄ່າຊົດເຊີຍ ຕອນສຸດທ້າຍ ພາຍໃນເດືອນ ພຶສຈິກາ. ລາຍລະອຽດ ໃຫ້ທ່ານຟັງ ບົດສຳພາດ ທ່ານ ລັດຕະນະມະນີ ຄູນນີວົງ ຮອງຣັຖມົນຕຼີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ທັງເປັນຫົວໜ້າ ຄະນະຄຸ້ມຄອງ ໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ໃນວັນທີ 12 ຕຸລາ ຜ່ານມາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org