ຄ່າຊົດເຊີຍໜ້ອຍຊາວບ້ານ ບໍ່ເອົາ

ຈໍາປາທອງ
2016.12.13
f-rail ຫຼັກໝາຍແລວທາງຣົດໄຟ ລາວ-ຈີນ
RFA

ປະຊາຊົນ ຈໍານວນ 10 ປາຍ ຄອບຄົວ ຢູ່ບ້ານນາແລ ເມືອງໄຊ ແຂວງອຸດົມໄຊ ທີ່ຈະເສັຽ ດິນນາ ໃຫ້ແກ່ ໂຄງການ ທາງຣົດໄຟ ລາວ-ຈີນ ຍັງບໍ່ຮັບເອົາ ເງິນ ຄ່າຊົດເຊີຍ ຄວາມເສັຽຫາຍ ຍ້ອນບໍ່ພໍໃຈ ນໍາຄ່າຊົດເຊີຍ ທີ່ ທາງການລາວ ໃຫ້ນັ້ນເຫັນວ່າ ບໍ່ເໝາະສົມ, ຊຶ່ງໃຫ້ພຽງ 70 ລ້ານກີບ ຕໍ່ເຮັກຕາ ຊຶ່ງ ເງິນຈໍານວນ ນັ້ນ ຈະເອົາໄປຊື້ ດິນນາໃໝ່ ບໍ່ໄດ້ ແລະ ຂໍໃຫ້ທາງການ ພິຈາຣະນາ ເພີ້ມໃຫ້. ດັ່ງເຈົ້າໜ້າທີ່ ເມືອງໄຊ ກ່າວຕໍ່ RFA ໃນວັນທີ 12 ທັນວາ ນີ້ວ່າ:

"ມີແຕ່ວ່າຂະເຈົ້າ ຢາກໄດ້ຊົດເຊີຍ ຄ່າເນື້ອທີ່ດິນນາເຂົາ ແຕ່ວ່າຕາມເພິ່ນເວົ້າ ເບື້ອງຕົ້ນນີ້ຕົກຢູ່ ເຮັກຕານຶ່ງ 70 ລ້ານ ວ່າຊັ້ນເລີຍແຫຼະ ແຕ່ວ່າ ປະຊາຊົນ ເຮົາ ຍັງບໍ່ພໍໃຈ ເທື່ອ ເພາະວ່າ ມັນຍັງໜ້ອຍ ຢາກສເນີຂຶ້ນຕື່ມ ໃຫ້ມັນຫຼາຍ ກວ່າຫັ້ນ ວ່າຊັ້ນ ຈັກສິເປັນແນວໃດ ກະບໍ່ຮູ້".

ທ່ານເວົ້າວ່າ ຕາມປົກກະຕິ ປະຊາຊົນ ຈໍານວນດັ່ງກ່າວ ປູກເຂົ້າໃນນາ ຂອງພວກເຂົາເຈົ້າ ນັ້ນທຸກປີ. ແຕ່ເມື່ອ ເສັຽດິນນາ ໃຫ້ໂຄງການ ທາງຣົດໄຟ ໄປແລ້ວ ກໍຕ້ອງການ ເງິນຈໍານວນ ທີ່ພໍຈະໄປຊື້ ດິນນາ ຢູ່ບ່ອນໃໝ່ ແຕ່ບໍ່ມີຄໍາຕອບ ຈາກທາງການທີ່ກ່ຽວຂ້ອງ ວ່າຈະເພີ້ມ ຄ່າຊົດເຊີຍນັ້ນ ໃຫ້ ຫລືບໍ່.

ນອກຈາກດິນນາ ໃນເຂດບ້ານນັ້ນ ຈະເສັຽໄປແລ້ວ ກໍຍັງມີເຮືອນ ປະຊາຊົນ ອີກຫລັງນຶ່ງ ກໍຈະຖືກ ໃຫ້ມ້າງ ໃນຂນະທີ່ ເຈົ້າຂອງເຮືອນ ຍັງບໍ່ພໍໃຈ ນໍາຄ່າຊົດເຊີຍ ເຊັ່ນດຽວກັນ.

ທ່ານກ່າວອີກວ່າ ສະເພາະ ຢູ່ເຂດບ້ານນາແລ ຈະມີການສ້າງ ທາງຣົດໄຟ ຕັດຜ່ານ ຫຼາຍບ່ອນ ແລະຈະສ້າງ ສະຖານີຣົດໄຟ ໃສ່ ຊຶ່ງ ທາງເຈົ້າໜ້າທີ່ ໂຄງການ ໄດ້ປັກແລວ ທາງຕາມທົ່ງນາ ໄວ້ໝົດແລ້ວ ແລະ ມີຄໍາສັ່ງຫ້າມ ບໍ່ໃຫ້ ປະຊາຊົນ ເຂົ້າໄປເຮັດນາ ໃນເຂດນັ້ນ ເດັດຂາດ ແລະ ປາກົດວ່າ ຄົນງານຈີນ ທີ່ຈະມາສ້າງ ທາງຣົດໄຟ ຍັງບໍ່ທັນ ເຂົ້າມາເທື່ອ.

ກ່ອນໜ້ານີ້ ປະຊາຊົນ ຫຼາຍຄອບຄົວ ຢູ່ບ້ານຫ້ວຍຊຸມ ເມືອງໄຊ ກໍໄດ້ເສັຽ ດິນນາ ແລະ ເຮືອນໃຫ້ທາງໂຄງການ ນີ້ໄປແລ້ວ ແຕ່ ພວກ ເຂົາເຈົ້າ ຍັງບໍ່ພໍໃຈນໍາ ຄ່າຊົດເຊີຍ ຄວາມເສັຽຫາຍ ນັ້ນຢູ່ ຊຶ່ງຂນະນີ້ ທາງການ ທີ່ກ່ຽວຂ້ອງ ກໍາລັງຫາລື ກ່ຽວກັບ ເຣຶ່ອງນີ້ຢູ່.

ກ່ຽວກັບເຣຶ່ອງນີ້ RFA ໄດ້ຕິດຕໍ່ໄປຍັງ ຄນະກັມການ ໂຄງການ ທາງຣົດໄຟ ຢູ່ແຂວງອຸດົມໄຊ, ໄດ້ຮັບຄໍາຕອບ ຈາກ ເຈົ້າໜ້າທີ່ ວ່າຕົນ ບໍ່ຢູ່ໃນຖານະ ທີ່ຈະເປີດເຜີຍ ຂໍ້ມູນຕ່າງໆໄດ້ ເພາະຂໍ້ມູນ ກ່ຽວກັບ ໂຄງການນີ້ ມີແຕ່ກົມ ທາງຣົດໄຟ ເທົ່ານັ້ນ ທີ່ ຈະເປີດເຜີຍໄດ້ ແລະ RFA ກໍໄດ້ຕິດຕໍ່ ໄປຍັງກົມ ດັ່ງກ່າວ ແຕ່ບໍ່ມີ ຜູ້ໃດຮັບສາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.