ໂຄງການທາງຣົດໄຟລາວ-ຈີນ ຄືນຊີພ
2013.09.25

ໂຄງການສ້າງທາງຣົດໄຟ ຄວາມໄວສູງ ຈາກຊາຍແດນຈີນ ບໍ່ຫານ ບໍ່ເຕັນ ເຂົ້າຫາ ນະຄອນຫລວງວຽງຈັນ ຈະເປັນຈິງແລ້ວຫລັງຈາກ ເມື່ອ ວັນທີ່ 24 ກັນຍາ ທາງການລາວໄດ້ ຖແລງຕໍ່ສື່ ມວນຊົນວ່າ ເສັ້ນທາງຣົດໄຟ ຈາກຊາຍແດນຈີນ ມາຫາ ນະຄອນຫລວງວຽງຈັນ ເປັນໂຄງ ການຮີບດ່ວນ ຂອງການຂົນສົ່ງຂອງລາວ.
ໂຄສົກປະຈໍາຣັຖບານລາວ ຍານາງ ບຸນເພັງ ມູນໂພໄຊ ກ່າວຕໍ່ສື່ ມວນຊົນລາວໃນຕອນນື່ງວ່າ “ຣັຖບານສຸມໃສ່ ສ້າງທາງລົດໄຟ ລະ ຫ່ວາງ ບໍ່ເຕັນແລະວຽງຈັນ”. ການຖແລງຂອງທາງການລາວມີຂື້ນ ບໍ່ພໍເທົ່າໃດມື້ ກ່ອນທ່ານ ຈູມມະລີ ໄຊຍະສອນ ປະທານປະເທດ ຈະເດີນທາງໄປຢ້ຽມຢາມສປຈີນ ວັນທີ່ 26 ຫາ 30 ກັນຍາ ນີ້.
ໜັງສືພິມທາງການລາວຍັງຄາດວ່າ ທ່ານ ຈູມມາລີ ຈະຊຸກຍູ້ ຈີນ ໃຫ້ທຶນສ້າງທາງຣົດໄຟສາຍນີ້ເພື່ອເຊື່ອມຕໍ່ກັບທາງ ຣົດໄຟຂອງໄທ. ກ່ອນວັນສລອງວັນຊາຕຂອງຈີນ ເອກອັຄຣາຊທູດຈີນ ທ່ານ ກວນ ຮົງບິງ ໄດ້ກ່າວວ່າຣັຖບານຈີນຖືເປັນເຣື້ອງສໍາຄັນໃນການ ເຮັດວຽກ ຮ່ວມກັບຝ່າຍລາວ ເພື່ອສ້າງທາງຣົດໄຟສາຍນີ້.
ໂຄງການດັ່ງກ່າວທໍາອິດນັ້ນວ່າ ຈະເລີ້ມລົງມືສ້າງໃນປີ 2011 ແຕ່ກໍຖືກຊັກຊ້າມາຕລອດຫລັງຈາກບໍຣິສັດຈີນ 4 ບໍຣິສັດຖອນໂຕອອກຈາກ ການເປັນຫຸ້ນສ່ວນ ກັບຣັຖບານລາວ ຍ້ອນເຫັນວ່າ ມັນຈະບໍ່ໄດ້ກໍາໄຣ. ຕໍ່ມາ ຣັຖບານ ແລະສະພາແຫ່ງຊາຕ ໄດ້ຕັດສີນໃຈເປັນເຈົ້າຂອງ ໂຄງການແຕ່ຜູ້ດຽວ ແລະວ່າຈະລົງມືສ້າງເມື່ອປີກາຍນີ້ ແຕ່ກໍຊັກຊ້າມາ ອີກຍ້ອນບັນຫາການເງິນບໍ່ຕົກແຕກກັນ.