ຈີນຈະຮ່ວມລົງທຶນສ້າງ ທາງຣົດໄຟລາວວຽດນາມ

ບໍຣິສັດຈີນ ຈະເປັນຜູ້ ກູ້ຢືມເງິນ ເພື່ອຮ່ວມ ລົງທຶນ ໂຄງການ ຣົດໄຟ ສວັນນະເຂດ-ລາວບາວ.

ບໍຣິສັດຈີນ ຈະເປັນຜູ້ ກູ້ຢືມເງິນ ເພື່ອຮ່ວມ ລົງທຶນ ໂຄງການ ຣົດໄຟ ສວັນນະເຂດ-ລາວບາວ.

ບໍຣິສັດ ໃຫຍ່ ຈາກຈີນ ທີ່ຍັງບໍ່ ສາມາດ ເປີດເຜີຍຊື່ໄດ້ ຈະເປັນຜູ້ ລົງທຶນ ໃນໂຄງການ ຣົດໄຟ ລາວ-ວຽດນາມ ຮ່ວມກັບ ບໍຣິສັດ ໃຫຍ່ Consolidated ຈາກ ມາເລເຊັຽ ໂດຍຈະກູ້ຢືມ ຈາກ ທະນາຄານ ໃນ ປະເທດຈີນ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ກະຊວງ ໂຍທາທິການ ແລະ ຂົນສົ່ງ:

"ຈີນ ຊອກແຫລ່ງທຶນ ເນາະ ສເນີ ທະນາຄານ ເພື່ອອະນຸມັດ ເງິນກູ້ ຫຍັງຫັ້ນນະ ຂະເຈົ້າກໍມີ ແຕ່ວ່າແບບຫັ້ນ ຈີນ ກັບມາເລ ຈະເຮັດຮ່ວມກັນ ແຕ່ວ່າ ແຫລ່ງທຶນນີ້ ອາດຈະມາຈາກ ຈີນ".

ທາງ ບໍຣິສັດຈີນ ຍັງບໍ່ເປີດເຜີຍ ໃຫ້ ທາງການລາວ ຮູ້ເທື່ອວ່າ ຈະກູ້ຢືມເງິນ ຈໍານວນ ເທົ່າໃດ ແລະ ເມື່ອໃດ ແຕ່ກໍຄາດວ່າ ຄົງຈະແມ່ນ ໃນມໍ່ໆນີ້. ບໍຣິສັດ ມາເລເຊັຽ ກໍອາດຈະຮ່ວມ ລົງທຶນ ສົມທົບ ຈໍານວນນຶ່ງ. ທ່ານກ່າວ ຕໍ່ໄປວ່າ ບໍຣິສັດ ຈີນ ຈະເປັນຜູ້ ອອກແບບ ເສັ້ນທາງ ຣົດໄຟ ທັງໝົດ ຕັ້ງແຕ່ ເມືອງໄກສອນ ພົມວິຫານ ແຂວງ ສວັນນະເຂດ ຈົນຮອດ ຊາຍແດນ ລາວບາວ ຊຶ່ງຈະ ໃຊ້ເວລາ ໃນການສໍາຣວດ ແລະ ອອກແບບ ປະມານ 3 ເດືອນ.

ໂຄງການ ຣົດໄຟ ລາວ-ວຽດນາມ ມີຄວາມຍາວ 220 ກິໂລແມັຕ ໃນແຂວງ ສວັນນະເຂດ ຈະໃຊ້ ງົບປະມານ ທັງໝົດ ປະມານ 5 ພັນ ລ້ານ ໂດລາ ສະຫະຣັຖ. ປັດຈຸບັນ ບໍຣິສັດ ທີ່ກ່ຽວຂ້ອງ ກໍາລັງ ຢູ່ໃນຂັ້ນຕອນ ການສໍາຣວດ ເສັ້ນທາງ ທີ່ຈະກໍ່ສ້າງ ແລະ ສໍາຣວດ ແຮງງານ ໃນແຂວງ ສວັນນະເຂດ ຮວມທັງ ສໍາຣວດ ວັສດຸອຸປກອນ ກໍ່ສ້າງ ໃນທ້ອງຖີ່ນ.

ຢ່າງໃດກໍຕາມ ການທີ່ ບໍຣິສັດ ຈີນ ເຂົ້າມາ ລົງທຶນນັ້ນ ເຮັດໃຫ້ຄົນງານ ແຂວງ ສວັນນະເຂດ ຢ້ານວ່າ ຈະມີການ ນໍາຄົນງານ ຈີນ ຈໍານວນຫລາຍ ເຂົ້າມາເຮັດວຽກ ຊຶ່ງເຈົ້າໜ້າທີ່ ລາວ ກໍຍັງບໍ່ຮູ້ ເຣື່ອງນີ້ ເປັນທີ່ແນ່ນອນ ເທື່ອ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org