ທາງຣົດໄຟຈາກຂຸນໝິງຫາ ລາວ ເລີ້ມ ປີໜ້າ

ໄມຊູລີ
2014.10.24
f-laos ທາງຣົດໄຟ ຈາກ ຂຸນໝິງ ຫາ ລາວ
RFA

ຈີນ ຈະ ເລີ້ມສ້າງ ທາງ ຣົຖໄຟ ຈາກ ຂຸນໝິງ ມາຫາ ຊາຍແດນ ລາວ ໃນປີ 2015 ຊື່ງ ຈະຫລຸດ ຄວາມໄວ ເປັນ 160 ກິໂລແມັດ ຕໍ່ ຊົ່ວໂມງ.

ພົນອາກາດ ເອກ ປຣະຈິນ ຈັ່ນຕອງ ຣັຖມົນຕຣີ ວ່າການ ກະຊວງ ຄົມມະນາຄົມ ຂອງໄທ ເປິດເຜີຍ ວ່າ ເຈົ້າໜ້າທີ່ ທາງການ ຈີນ ບອກວ່າ ຈີນ ມີແຜນ ຈະສ້າງ ທາງ ຣົຖໄຟ ຈາກ ເມືອງ ຂຸນໝິງ ລົງມາ ລາວ ໃນປີ 2015 ແລະ ຈະໃຊ້ ຣົດໄຟ ຣະບົບ ຄວາມໄວ 160 ກິໂລແມັດ ຕໍ່ ຊົ່ວໂມງ ດັ່ງທ່ານ ກ່າວວ່າ:

“ທາງຈີນ ກໍໄດ້ ໃຫ້ ຂໍ້ມູນ ທີ່ ເປັນປະໂຫຍດ ວ່າ ທາງຈີນ ຈະ ເຣີ້ມສ້າງ ເສັ້ນທາງ ຈາກ ຂຸນໝິງ ລົງມາຫາ ລາວ ໃນປີ 2015 ແລ້ວ ກໍເປັນ ຕາມມາຕຖານ ຄວາມໄວ 160 ກິໂລແມັດ ຄວາມ ເປັນມາ ເດິມນັ້ນ ທາງຈີນ ກັບໄທ ກໍໄດ້ ສໍາຣວດ ເສັ້ນນີ້ໄວ້ ແລ້ວ”.

ກ່ຽວກັບ ເຣື້ອງນີ້ ໜັງສືພິມ IRJ international Rail way ສະບັບ ລົງວັນທີ່ 16 ຕຸລາ ທີ່ ຜ່ານມາ ກໍວ່າ ກັມມາທິການ ປະຕິຮູບ ແຜນ ພັທນາ ຂອງຈີນ NDRC ໄດ້ ອະນຸມັດ ແຜນການ ສ້າງທາງ ຣົດໄຟ ຈາກ ນະຄອນ ຂຸນໝິງ ແຂວງ ຢູນ່ານ ຕໍ່ໄປຍັງ ເມືອງ ຊາຍແດນ ບໍ່ຫານ ທີ່ ຕິດກັບ ບໍ່ເຕັນ ຂອງ ລາວ ຊື່ງມີ ຣະຍະທາງ 504 ກິໂລແມັດ ແລະ ໄປຍັງ ຊາຍແດນ ພະມ້າ 330 ກິໂລແມັດ ການ ກໍ່ສ້າງ ຈະໃຊ້ ເວລາ 7 ປີ.

ຢ່າງໃດ ກໍຕາມ ໃນ ກອງປະຊຸມ ຜູ້ນໍາ ເອເຊັຽ ຢູໂຣບ ASEM ຈີນ ກ່າວຕໍ່ ນາຍຍົກ ຣັຖມົນຕຣີ ໄທ ກ່ຽວກັບ ໂຄງການ ຣົຖໄຟ ຄັ້ງນີ້ ວ່າ ຈີນ ມີແຜນ ຈະກໍ່ສ້າງ ທາງຣົຖໄຟ ເຊື່ອມຕໍ່ ຈີນ ລາວ ໄທ ໂດຍໃຊ້ ລາງ ຣົຖໄຟ ຄວາມກວ້າງ 1.435 ແມັດ. ຣົດໄຟ ຈະໃຊ້ ຄວາມໄວ 160 ກິໂລແມັດ ຕໍ່ ຊົ່ວໂມງ ຊື່ງ ຖືວ່າ ຫລຸດລົງ ຈາກເດີມ ທີ່ ກະວ່າຈະ ໃຊ້ ຄວາມໄວ 250 ກີໂລແມັດ ຕໍ່ ຊົ່ວໂມງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.