ປະຊາຊົນຈາກທາງຣົດໄຟ ບໍ່ມີ ດິນຢູ່
2016.05.25
ປະຊາຊົນ ຢູ່ ແຂວງ ຢູ່ພາກເໜືອ ທີ່ຈະຖືກ ໂຍກຍ້າ ຍຈາກ ໂຄງການ ທາງ ລົດໄຟ ລາວ-ຈີນ ຈະໄດ້ຮັບ ຄ່າຊົດເຊີຍ ເປັນເງິນສົດ ຈາກ ທາງການລາວ, ແຕ່ ຣັຖບານ ຈະບໍ່ຈັດສັນ ທີ່ດິນ ເປັນ ຄ່າຊົດເຊີຍ ຊຶ່ງຈະເຮັດໃຫ້ ຊາວບ້ານ ຈຳນນວນນຶ່ງ ຕ້ອງປະສົບ ກັບຄວາມ ຫຍຸ້ງຍາກ ໃນການຫາ ທີ່ດິນໃໝ່ ຍ້ອນວ່າ ທີ່ດິນ ຢູ່ພາກເໜືອ ຫາຍາກກວ່າ ພາກອື່ນ. ດັ່ງ ເຈົ້າໜ້າທີ່ ກ່ຽວຂ້ອງ ແຂວງ ອຸດົມໄຊ ທ່ານ ນຶ່ງໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ:
"ກະລົມກັນວານນີ້ ກະຄືວ່າ ບໍ່ມີການຈັດສັນ ໃຫ້ ປະຊາຊົນ ເນາະ ມີແຕ່ເພິ່ນ ຊິເວນຄືນ ເປັນເງິນ ຊິບໍ່ມີບ່ອນ ດິນ ຈັດສັນ ຄືຢູ່ທາງໃຕ້ ມັນດິນ ບໍ່ພຽງພໍ ເພິ່ນ ວ່າທິດນີ້ ເພິ່ນສິປັກ ຫລັກໝາຍ ແລ້ວ ເພິ່ນຈັ່ງຊິ ໄດ້ກຳນົດ ດິນຊາວບ້ານ ຖືກເທົ່າໃດ ທັງໝົດ ບ້ານໃດ ຖືກເທົ່າໃດ ຍັງຄາຢູ່".
ເຈົ້າໜ້າທີ່ ກ່າວວ່າ ຣັຖບານ ຍັງບໍ່ທັນ ໄດ້ເປີດເຜີຍ ໃຫ້ຮູ້ວ່າ ຈະຈ່າຍ ຄ່າຊົດເຊີຍ ໃຫ້ແກ່ຜູ້ຖືກ ຜົນກະທົບ ໃນ ມູນເທົ່າໃດ, ແຕ່ກໍເຊື່ອວ່າ ຈະເຮັດໃຫ້ ປະຊາຊົນ ເດືອດຮ້ອນ ເລື້ຶ້ອງບ່ອນ ຢູ່ອາໄສ ແນ່ນອນ ເພາະວ່າ ເງິນທີ່ພວກເຂົາ ໄດ້ຮັບຈາກ ການເວນຄືນ ທີ່ດິນນັ້ນ ຈະບໍ່ພຽງພໍ ສຳລັບ ການຊື້ທີ່ດິນ ບ່ອນໃໝ່ ແລະ ເຂົາເຈົ້າ ຍັງບໍ່ຮູ້ວ່າ ທີ່ດິນ ບ່ອນໃໝ່ນັ້ນ ຈະອຸດົມສົມບູນ ສຳລັບ ການປູກຝັງ ຫລືບໍ່.
ປະຊາຊົນ ຢູ່ຫຼາຍເມືອງ ຍັງບໍ່ທັນ ຮູ້ວ່າ ທີ່ດິນ ຂອງຕົນ ຈະຖືກ ທາງລົດໄຟ ໃນຂນະທີ່ ອີກສ່ວນນຶ່ງ ກໍເລີ້ມທຳໃຈ ໄວ້ລ່ວງໜ້າ ແລ້ວ ເພາະຮູ້ດີວ່າ ບໍ່ສາມາດ ຂັດຂວາງ ໂຄງການ ພັທນາໄດ້ ແຕ່ຫຼາຍຄົນ ກໍບໍ່ເຕັມໃຈ ທີ່ ຈະເສັຽທີ່ດິນ ໄປ. ອີງຕາມການ ບອກເລົ່າ ຂອງ ເຈົ້າໜ້າທີ່.
ນອກຈາກນີ້ ມີຣາຍງານ ຈາກ ເຈົ້າໜ້າທີ່ ແຂວງ ອຸດົມໄຊ ວ່າ ມີຄົນງານ ຈີນ ປະມານ 50 ຄົນ ເຂົ້າມາຕັ້ງ ແຄ້ມ ຢູ່ເມືອງງາ ເພື່ອ ຕຣຽມການ ຂຸດອຸມົງ ສຳລັບ ທາງລົດໄຟ ແລະ ຄາດວ່າ ຈະເລີ້ມລົງມື ພາຍໃນ ເດືອນ ຕຸລາ ປີນີ້.