ປະຊາຊົນ ຫຼວງນໍ້າທາ ຍັງຄອງຖ້າ ຄ່າຊົດເຊີຍ

ປະຊາຊົນ ທີ່ຖືກຜົລກະທົບ ຈາກການກໍ່ສ້າງ ທາງຣົດໄຟລາວ-ຈີນ ຫຼາຍຄອບຄົວ ປັດຈຸບັນ ກຳລັງລໍຖ້າ ຄ່າຊົດເຊີຍຢູ່

ວຽກງານການເຈາະອຸມົງ ທາງຣົດໄຟ ລາວ-ຈີນ ຢູ່ແຂວງຫຼວງນໍ້າທາ RFA

ປະ​ຊາ​ຊົນຜູ້​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ​ ຈາກ​ໂຄງ​ການ​ຣົດ​ໄຟ​ລາວ-ຈີນ ຫຼາຍ​ຄອບ​ຄົວ ຍັງ​ລໍ​ຖ້າ ​ຄ່າ​ຊົດ​ເຊີ​ຍ ຈາກ​ທາງ​ການ​ຢູ່. ປະຊາຊົນທ່ານ​ນື່ງ ຜູ້ທີ່ຖືກ​ໂຍກ​ຍ້າຍຈາກ​ໂຄງ​ການ​ຣົດ​ໄຟລາວ-ຈີນ ທີ່​ແຂວງ​ຫລວງ​ນ້ຳ​ທາ ​ເວົ້າ​ວ່າ ພວກ​ຂະ​ເຈົ້າ ໄດ້ຮັບຜົລກະທົບ ຢ່າງໜັກ ຍ້ອນບໍ່ມີຣາຍໄດ້ ທີ່ຈະມາລຽ້ງຄອບຄົວ ດັ່ງທ່ານ​ກ່າວຕໍ່ ເອເຊັຽເສ​ຣີ ໃນວັນທີ 6 ພຶສພາ ນີ້ວ່າ:

“ກະມີຄວາມຫຍຸ້ງຍາກຫລາຍ ເພາະວ່າ ຜ່ານມາ ເຮົາມີຮ້ານຂາຍ ເຄື່ອງເປັນບ່ອນຫາເງິນ ຂາຍເຄື່ອງກິນ ແຕ່ລະມື້ ດຽວນີ້ກະຍ້າຍມາ ເຊົ່າເຮືອນຢູ່ ກະແມ່ນ ຢູ່ທີ່ ທາງບໍຣິສັດ ເຂົາຈ່າຍຄ່າເຊົ່າເຮືອນໃຫ້ ແຕ່ວ່າ ເຮົາບໍ່ມີ​ຣາຍຮັບ ເຂົ້້າເຮືອນ ມັນກະຍາກຢູ່ ເຮົາຕ້ອງໄດ້ຊື້ກິນ ແຕ່ລະມື້ ຈ່າຍແຕ່ລະມື້ ບາດຣາຍຮັບ ພັດບໍ່ມີ.”

ປະ​ຊາ​ຊົນທ່ານ​ນີ້ ມີອາຊີບຄ້າຂາຍ ດ້ວຍການເປີດຮ້ານຂາຍເຄື່ອງຍ່ອຍ ໃນເຮືອນ ຂອງຕົນ ມີຣາຍ​ໄດ້ແຕ່ລະມື້ ​ໂດຍສເລັ່ຽ​ປະ​ມານ 2 ແສນ ກີບຕໍ່ມື້ ຫຼັງຈາກ ຄ້າຂາຍແລ້ວ ກໍບໍ່ໄດ້ເຮັດຫຍັງ ໃນປັດຈຸບັນ ມີ​ຄວາມຫຍຸ້ງຍາກຫຼາຍ. ນອກ​ຈາກ​ນັ້ນ ລາວຍັງມີເຮືອນ ແລະ ດິນສວນຢາງພາຣາ 1 ຕອນ ທີ່ຖືກຜົລກະທົບ ຈາກການສ້າງເສັ້ນທາງຣົດໄຟ ນຳອີກ ລາວໄດ້​ລໍ​ຖ້າ ຄ່າຊົດເຊີຍຜົລ​ເສັຽຫາຍ ມາແຕ່ຕົ້້ນປີ 2017 ​ປັດຈຸບັນ ຍັງບໍ່ຮູ້ວ່າ ຈະໄດ້​ຮັບ ຄ່າຊົດເຊີຍ ຫຼາຍປານໃດ ແລະ ຈະຍ້າຍ ໄປຢູ່ໃສ.

ກ່ຽວກັບບັນ​ຫານີ້ ທາງການແຂວງຫລວງນໍ້າທາ ກໍໄດ້ໃຫ້​ການຢືນຢັນວ່າ ຈະ​ຈ່າຍຄ່າຊົດເຊີຍ ໃຫ້ຜູ້ທີ່ໄດ້ຮັບຜົລກະທົບ ບໍ່ໃຫ້ກາຍປີ 2018 ດັ່ງຄຳເວົ້າ ຂອງເຈົ້າໜ້າທີ່ ໂຍ​ທາ​ທິ​ການ​ ແລ​ະ​ ຂົນ​ສົ່ງ ແຂວງ​ຫລວງ​ນ້ຳ​ທາ ທ່ານນຶ່ງວ່າ:

“ເກັບຂໍ້ມູນອີຫຍັງຕ່າງ ແມ່ນແລ້ວໝົດແລ້ວ ແລະ ກະມາຄິດ ໄລ່ຕາມການເອກະພາບທີ່ກຳນົດ ດິນປຸກສ້າງ ຊົດເຊີຍແນວໃດ ດິນສວນ ດິນໄຮ່ດິນນາ ທໍ່ໃດ ດຽວນີ້ແມ່ນ ສຳເລັດໝົດແລ້ວ ລໍຖ້າແຕ່ ຈ່າຍເງິນ ການ​ຈ່າຍ​ຄ່າ​ຊົດ​ເຊີຍ​ ກໍ​ຄື​ຊິບໍ່​ກາຍ ​ພາຍ​ໃນ​ປີ 2018 ນີ້​ແຫລະ."

ບ້ານທີ່ໄດ້ຮັບຜົລກະທົບ ທັງໝົດ ທີ່​ແຂວງ​ຫລວງ​ນ້ຳ​ທາ ມີ: 4 ບ້ານ ຄື: ບ້ານບໍ່ເຕັນ, ບ້ານຕີນຕົກ, ບ້ານບໍ່ປຽດ ແລະ ບ້ານນາເຕີຍ ແລະ ມີເຮືອນ ຂອງປະຊາຊົນ ທີ່ໄດ້ຮັບຜົລກະທົບ ທັງໝົດ 150 ຫລັງ, ດິນປຸກສ້າງ 213 ຕອນ, ຮວມ 31.8 ເຮັກຕາ, ດິນສວນ, ດິນນາ ແລະ ດິນອື່ນໆ 96 ຕອນ, ຮວມ 45 ເຮັກຕາ ຈຳນວນເງິນ ທີ່ຈະຈ່າຍຄ່າຊົດເຊີຍ ທັງໝົດ ຄາດວ່າ ປະ​ມານ 245 ຕື້ປາຍກີບ. ໂຄງ​ການຣົດໄຟ ລາວ-ຈີນ ມີຄວາມຍາວປະ​ມານ 409 ກິໂລແມັດ ສຳລັບ ແຂວງຫລວງນໍ້າທາ ມີຄວາມຍາວທັງໝົດ 16.9 ກິໂລແມັດ, ສ້າງຂົວໃໝ່ 7 ແຫ່ງ, ເຈາະ ອຸໂມງ 3 ແຫ່ງ ຊຶ່ງໃນປັດຈຸບັນ ການເຈາະອຸໂມງ ແມ່ນດຳເນີນ ໄປຫຼາຍ​ແລ້ວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org