ລາຄາ ເຂົ້າໜຽວ ແພງຂຶ້ນຫລາຍ
ລາຄາເຂົ້າໜຽວແພງຂຶ້ນ ຈາກລາຄາ 120,000 ກີບຕໍ່ນຶ່ງໝື່ນ ໃນໄລຍະຕົ້ນປີນີ້ ມາຮອດມື້ນີ້ ຂຶ້ນເປັນ 170,000 ກີບຕໍ່ນຶ່ງໝື່ນແລ້ວ ເຮັດໃຫ້ຊາວບ້ານຫຼາຍຄົນ ໄດ້ຮັບຄວາມເດືອດຮ້ອນ ຍ້ອນລາຍໄດ້ບໍ່ພຽງພໍກັບລາຍຈ່າຍ ເພາະທຸກມື້ນີ້ ຄ່າຄອງຊີພສູງຫຼາຍ.
-
ສຸພັດຕາ
2022-10-28 -
-
-
Your browser doesn’t support HTML5 audio
ລາຄາເຂົ້າໜຽວແພງຂຶ້ນ ຈາກລາຄາທີ່ເຄີຍຊື້ ປະມານ 120,000 ກີບຕໍ່ນຶ່ງໝື່ນ ໃນໄລຍະຕົ້ນປີນີ້ ມາຮອດມື້ນີ້ ຂຶ້ນເປັນ 170,000 ກີບຕໍ່ນຶ່ງໝື່ນແລ້ວ ເຮັດໃຫ້ຊາວບ້ານຫຼາຍຄົນ ໄດ້ຮັບຄວາມເດືອດຮ້ອນ ຍ້ອນຕ້ອງເສັຍເງິນຊື້ເຂົ້າສານໜຽວແພງຂຶ້ນເລື້ອຍໆ.
ດັ່ງຊາວບ້ານນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ຕຸລາ ນີ້ວ່າ:
“ແມ່ນ ຕົ້ນເຣີ່ມສູງຂຶ້ນ ກະດຽວນີ້ກໍຄົງທີ່ຢູ່ ປະມານໝື່ນນຶ່ງ 170,000 ກີບ ເຂົ້າງາມ ປະເພດ 1 ນ່າ ເຂົ້າໜຽວຫັ້ນແຫຼະ ກໍດີຫັ້ນແຫຼະ ຄັນມາຊ່ອຍເຫຼືອ ມາຂາຍແລ້ວ ກະເປັນເຂົ້າບໍ່ຕົກເກຣດໄດ໋ແຫຼະ ເຂົ້າລາວເຮົາມັນໄດ້ປະເພດ 1 ມັນກະກຸ້ມກິນຢູ່.”
ຂະນະທີ່ ຜູ້ປະກອບການໂຮງສີເຂົ້າ ຢູ່ນະຄອນຫຼວງວຽງຈັນນາງນຶ່ງ ກໍຢືນຢັນວ່າ ສໍາລັບລາຄາເຂົ້າສານໜຽວ ໃນປັດຈຸບັນນີ້ ກໍມີລາຄາສູງແທ້ ຍ້ອນອີງຕາມສະພາບ ອັດຕຣາເງິນເຟີ້ ເຊິ່ງສົ່ງຜົລໃຫ້ອາຫານຫຼາຍຢ່າງ ມີລາຄາສູງຂຶ້ນ.
ດັ່ງຍານາງກ່າວວ່າ:
“ກະສໍ່າໆນີ້ແຫຼະ ບາງຮ້ານກະ 140,000, 150,000, 160,000 (ກີບ) ແຕ່ກີ້ສູງສຸດ ເຂົ້າງາມມີແຕ່ 100,000, 120,000 ຫາຊື້ແຕ່ໂລນຶ່ງ 3,000 – 3,500 ເຂົ້າໜຽວສູງສູດງາມໆ.”
ໃນຂະນະດຽວກັນ ພະນັກງານຣັຖ ແລະເອກະຊົນ ທີ່ໄດ້ຮັບເງິນເດືອນໜ້ອຍ ຕ່າງກໍເວົ້າວ່າ ປັດຈຸບັນໃຊ້ຊີດຫຍຸ້ງຍາກລໍາບາກຫຼາຍ ລາຍໄດ້ບໍ່ພຽງພໍກັບລາຍຈ່າຍ ເພາະເງິນເດືອນທີ່ໄດ້ຮັບ ກໍມີແຕ່ 2 ລ້ານປາຍກີບຕໍ່ເດືອນ ຈົນເກືອບບໍ່ພໍໃຊ້ຈ່າຍ ຍ້ອນຄ່າຄອງຊີພ ໃນປັດຈຸບັນສູງຂຶ້ນ ຮວມທັງລາຄາສານ ກໍແພງຂຶ້ນເລື້ອຍມາ ນັບຕັ້ງແຕ່ໄລຍະເຣີ່ມເປີດປະເທດຢ່າງທາງການ ເປັນຕົ້ນມາ.
ດັ່ງພະນັກງານ ບໍຣິສັດເອກກະຊົນ ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ເຄີຍກ່າວຕໍ່ວິທຍຸ ເອເຊັຽເສຣີ ເມື່ອວັນທີ່ 25 ຕຸລາ ນີ້ວ່າ:
“ລາຄາສິນຄ້າແມ່ນຫຍັງກະແພງຫຼາຍ ຄືເຂົ້າໜຽວ ກ່ອນເພິ່ນຊິເປີດປະເທດນີ້ ກະໝື່ນນຶ່ງ 80,000 ດຽວນີ້ກະ 150,000 ເກືອບວ່າຄູນສອງ ສິນຄ້າທີ່ວ່າ ເປັນເຂົ້ານໍ້າກະດາຍ ຄືເຂົ້າຈ້າວມະລິ ແຕ່ກ່ອນເຮົາກະຊື້ ແຕ່ໝື່ນນຶ່ງ 130,000 ດຽວນີ້ກະຢູ່ 200,000 ປາຍລະ ເກືອບສອງເທົ່າໂຕ ລາຍໄດ້ເຮົາກະມີແຕ່ ເງິນເດືອນພະນັກງານຊື່ໆ ຊີວິຕການເປັນຢູ່ ເຮົາກະລໍາບາກຫຼາຍຫັ້ນແຫຼະ ເພາະວ່າເງິນເດືອນເຮົາ ກະຍັງສໍ່າເກົ່າ ແຕ່ວ່າຊີວິຕການເປັນຢູ່ ອາຫານການກິນເຮົາມັນຂຶ້ນຄູນ 2 ເບິດ. ເງິນເດືອນກະໄດ້ 2,000,000 ປາຍໜ້ອຍນຶ່ງ ປະມານ 120-130 (ໂດລ້າຣ໌) ນີ້ແຫຼະເງິນເດືອນ.”
ກ່ຽວກັບເຣື່ອງລາຄາ ເຂົ້າສານໜຽວແພງນີ້ ທາງການລາວ ກໍມີວິທີແກ້ໄຂ ດ້ວຍການຂາຍເຂົ້າລາຄາຖືກໃຫ້ປະຊາຊົນ ໂດຍໃນວັນທີ 25 ຕຸລາ 2022 ນີ້ ຜແນກອຸດສາຫະກັມ ແລະການຄ້າ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ເລຂທີ 1731/ພອຄ.ນວ.ຄພນ ມອບໝາຍໃຫ້ ບໍຣິສັດ ຄໍາແພງເພັດ ແຈ້ງສະຫວ່າງ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ນໍາເອົາເຂົ້າສານໜຽວປະເພດ 2 ອອກມາຈໍາໜ່າຍໃຫ້້ແກ່ຊາວບ້ານ ໃນນະຄອນຫຼວງວຽງຈັນ ໃນລາຄາຖືກກວ່າທ້ອງຕລາດ ແລະໃຫ້ຂາຍສູງໃນລາຄາສູງສຸດ 9,700 ກີບຕໍ່ກິໂລ ແລະຈໍາກັດໃຫ້ຊາວບ້ານຜູ້ນຶ່ງ ສາມາດຊື້ໄດ້ບໍ່ເກີນ 50 ກິໂລຕໍ່ຄັ້ງ ເພື່ອເປັນການຫຼຸດຜ່ອນ ຄ່າໃຊ້ຈ່າຍຂອງຊາວບ້ານ ໃນໄລຍະເງິນເຟີ້ ແລະຄ່າຄອງຊີພສູງ, ເຊິ່ງບ່ອນຂາຍ ແມ່ນຢູ່ຕລາດແຈ້ງສະຫວ່າງ ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຣີ່ມຂາຍຕັ້ງແຕ່ວັນທີ 24 ຕຸລາ ຫາ 24 ທັນວາ 2022.
ດັ່ງພະນັກງານຂອງບໍຣິສັດ ຄໍາແພງເພັດ ແຈ້ງສະຫວ່າງ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ກ່າວວິທຍຸ ເອເຊັຽເສຣີ ໃນວັນທີ 28 ຕຸລາ ນີ້ວ່າ:
“ຂາຍຮອດເດືອນ 12 ເອີ່ຫຼາຍແລ້ວມື້ນຶ່ງ 13 ຕັນນີ້ແຫຼະ ກະປົກກະຕິ ຂາຍກະເຂົ້າການນີ້ແຫຼະ 8 ໂມງ ຫາ 5 ໂມງ ຂາຍໄປເລື້ອຍໆນີ້ແຫຼະເນາະ ຣັຖບານໃຫ້ຂາຍ.”
ສ່ວນຊາວບ້ານ ຢູ່ແຂວງອື່ນໆ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ພາຍໃນແຂວງ ມີການຈໍາໜ່າຍເຂົ້າສານໜຽວ ປະເພດ 2 ໃນລາຄາຖືກກວ່າທ້ອງຕລາດ ເຊັ່ນດຽວກັນ ເນື່ອງຈາກລາຄາເຂົ້າສານໜຽວ ຢູ່ຕ່າງແຂວງ ກໍມີລາຄາສູງສໍ່າກັນກັບ ນະຄອນຫຼວງວຽງຈັນ ແລະຊາວບ້ານຢູ່ຕ່າງແຂວງ ກໍປະສົບບັນຫາທາງດ້ານເສຖກິຈນໍາດ້ວຍ.
ດັ່ງຊາວບ້ານ ຢູ່ແຂວງຫຼວງພຣະບາງ ກ່າວວ່າ:
“ເຂົ້າສານຫວາ ແມ່ນແຫຼະສູງຫຼາຍ ມັນແລ້ວແຕ່ວ່າ ຄຸນນະພາບມັນ ຢາກໃຫ້ຫຼຸດລົງຫັ້ນແຫຼະ ເອີ່ຫຼຸດຫຼາຍເທົ່າແຮ່ງດີ.”
ໃນຂະນະດຽວກັນ ຊາວບ້ານຢູ່ແຂວງໄຊຍະບູຣີ ນາງນຶ່ງກໍເຫັນວ່າ ຢູ່ໃນແຂວງຂອງນາງເອງ ກໍຢາກໃຫ້ມີການຈໍາໜ່າຍ ເຂົ້າສານໜຽວປະເພດ 2 ໃນລາຄາຖືກກວ່າ ທ້ອງຕລາດ ເຊັ່ນດຽວກັນ ເພື່ອຫຼຸດຜ່ອນຜົລກະທົບ ຂອງຊາວບ້ານແຕ່ລະຄອບຄົວ ທີ່ຍັງໄດ້ຮັບຜົລກະທົບ ທາງດ້ານເສຖກິຈໃນໄລຍະນີ້.
ດັ່ງນາງກ່າວວ່າ:
“ເອົາແຕ່ພັກແຕ່ຣັຖເພິ່ນວ່າ ເພາະວ່າ ປີນີ້ເຂົ້າສູງເກາະ ເຂົ້າໜຽວຫັ້ນ ລາຄາໂລນຶ່ງ ຄັນມັນງາມມັນຖືກ 14,000 ກີບ ມັນມີແຕ່ເຂົາເຈົ້າຂາຍຢູ່ທ້ອງຕລາດ ກະມີແຕ່ເຂົາເຈົ້າ ຊື້ກິນໃຫຍ່ໆແຫຼະ.”
ທາງດ້ານຊາວບ້ານ ຢູ່ແຂວງສວັນນະເຂດທ່ານນຶ່ງ ກໍເຫັນວ່າ ເຂົ້າສານໜຽວຢູ່ພາຍໃນ ແຂວງຂອງທ່ານ ກໍມີລາຄາສູງຂຶ້ນໃນທຸກມື້ນີ້ ແຕ່ທ່ານເອງກໍບໍ່ສາມາດຕີລາຄາໄດ້ວ່າ ເປັນຍ້ອນສາເຫດອັນໃດ ທີ່ເຮັດໃຫ້ລາຄາເຂົ້າສານໜຽວແພງຂຶ້ນ ແລະກໍບໍ່ມີສິດທີ່ຈະຮຽກຮ້ອງ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ມີການແກ້ໄຂກ່ຽວກັບເຣື່ອງນີ້.
ດັ່ງທ່ານກ່າວວ່າ:
“ໂອ ລາຄາເຂົ້າສານຫວາ ມັນກະຕົກຢູ່ ຣາວໆ 10,000 ກີບເບາະ ຫຼືວ່າແນວໃດນີ້ແຫຼະ ລາຄາເຂົ້າໃໝ່ນ່າ ມັນກະສູງແຫຼະຈັກໜ້ອຍ ອັນນີ້ກະບໍ່ຮູ້ ຄືກັນວ່າຊິແນວໃດ ເພາະວ່າ ເຮົາກະເຮັດວຽກເຣື່ອງຂອງເຮົາ ໄປຫັ້ນນ່າ.”
ເຖິງຢ່າງໃດກໍຕາມ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາຜແນກອຸດສະຫະກັມ ແລະ ການຄ້າໃນຫຼາຍແຂວງ ເຊິ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນຫຼາຍແຂວງ ກໍໃຫ້ຂໍ້ມູນວ່າ ຍັງບໍ່ມີແຜນ ຫຼືມາຕການຈໍາໜ່າຍ ເຂົ້າສານໜຽວ ປະເພດ 2 ໃນລາຄາຖືກ ຄືກັນກັບຢູ່ນະຄອນຫຼວງວຽງຈັນ ແຕ່ຢ່າງໃດ.
ຫຼ້າສຸດນີ້ ກະຊວງອຸດສາຫະກັມ ແລະການຄ້າ ກໍໄດ້ແຈ້ງປັບຂຶ້ນລາຄາສິນຄ້າ ໃນຕລາດ 4 ໂຕເມືອງ ໃນນະຄອນຫຼວງວຽງຈັນ ປະກອບດ້ວຍ ເມືອງໄຊເສດຖາ, ເມືອງສີສັດຕະນາກ, ເມືອງສີໂຄດຕະບອງ ແລະເມືອງຈັນທະບູຣີ ເຊິ່ງໃນນັ້ນ ແມ່ນມີລາຄາເຂົ້າສານໜຽວ ຮວມຢູ່ນໍາດ້ວຍ ໂດຍໄດ້ປັບລາຄາເຂົ້າສານໜຽວ ຂຶ້ນມາຢູ່ທີ່ 13,000 ຫາ 14,000 ກີບຕໍ່ກິໂລ, ອີງຕາມການຣາຍງານ ຂອງໜັງສືພິມວຽງຈັນທາມສ໌ ໃນວັນທີ 24 ຕຸລາ ປີ 2022.
ໃນຂະນະດຽວກັນ ເຂົ້າຈ້າວກໍແພງຄືກັນ ໂຕຢ່າງ ໃນເຂດນະຄອນຫຼວງວຽງຈັນ ລາຄາເຂົ້າຈ້າວ ທີ່ບໍ່ງາມ ແຕ່ 5 ເດືອນກ່ອນ ແມ່ນລາຄາ 120,000 ກີບ ຕໍ່ນຶ່ງໝື່ນ ປັດຈຸບັນ ຂຶ້ນເປັນ 180,000 ຕໍ່ນຶ່ງໝື່ນ ສ່ວນເຂົ້າຈ້າວງາມໆ ກໍຂຶ້ນຈາກ 130,000 ມາເປັນ 210,000 ປາຍພັນກີບຕໍ່ນຶ່ງໝື່ນແລ້ວ ໃນປັດຈຸບັນ, ອີງຕາມຄວາມເວົ້າ ຂອງແມ່ຄ້າພືດຜັກຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ.